ວັນທີ 23 ກັນຍາ 2022, ພະນະທ່ານ ນ. ປານີ ຢ່າທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງສປປ ລາວ ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ(ຂພສ ປາກເຊ-ຍີ່ປຸ່ນ). ພະນະທ່ານ ຮອງປະທານປະເທດ ໄດ້ເຂົ້າມາຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ໃນຄັ້ງນີ້ ຮ່ວມກັບ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງລັດຖະມົນຕີ ກະຊວງການເງິນ, ຮອງຜູ້ວ່າການ ທະນາຄານແຫ່ງສປປ ລາວ, ເຈົ້າແຂວງ ແຂວງຈໍາປາສັກ ພ້ອມດ້ຍຄະນະການນໍາຂັ້ນສູງຈາກສູນກາງ ແລະ ແຂວງຈໍາປາສັກ. ພະນະທ່ານ ໄດ້ຮັບຟັງການລາຍກ່ຽວກັບສະພາບການພັດທະນາໃນປະຈຸບັນຂອງ ຂພສ ປາກເຊ-ຍີ່ປຸ່ນ ຈາກ ທ່ານ Mochizuki, ຜູ້ອໍານວຍການໃຫຍ່ຮ່ວມຂອງບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ, ທີ່ມາຈາກບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈໍາກັດ ປະເທດຍີ່ປຸ່ນ ເຊິ່ງເປັນຜູ້ພັດທະນາ ແລະ ບໍລິຫານຈັດການ ຂພສ ປາກເຊ-ຍີ່ປຸ່ນ. ຫຼັງຈາກນັ້ນ, ພະນະທ່ານ ກໍ່ໄດ້ຮັບຟັງການລາຍງານກ່ຽວກັບຜະລິດຕະພັນຂອງແຕ່ລະບໍລິສັດຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ເພີ່ມເຕີມ. ແລະ...
2022.09.26
ສະມາຊິກອົງການອາຫານໃນຍີ່ປຸ່ນ (ທ່ານ Kohmura Masahiro, ທ່ານ Kushida Seiichi, ທ່ານ Wada Yuichiro ແລະ ທ່ານ ນາງ Shiomura Ayaka) ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ໃນຄັ້ງວັນທີ 10 ກັນຍາ 2022. ພວກເຂົາໄດ້ເຂົ້າມາໃນ ສປປ ລາວ ໃນນາມອົງການອາຫານໂລກ (WFP) ແລະ ເປັນຜູ້ແທນຂອງລັດຖະບານຍີ່ປຸ່ນ ເພື່ອນໍາເອົາປ໋ອງປາຈໍານວນ 32 ຕູ້ຄອນເທັນເນີ (402 ໂຕນ) ບໍລິຈາກໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ, ສປປ ລາວ ເປັນອາຫານທ່ຽງໂຮງຮຽນ ເພື່ອສົ່ງເສີມການເຂົ້າໂຮງຮຽນຂອງນັກຮຽນລາວ ເຊິ່ງໂຄງການນີ້ໄດ້ຮັບການສະໜັບສະໜູນໂດຍທະນາຄານໂລກ, ອົງການບໍລິການບັນເທົາທຸກຂອງກາໂຕລິກ ແລະ ອົງການອາຫານໂລກ ແລະ ພາກສ່ວນອື່ນໆ. ພວກເຂົາກໍ່ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເມືອງປາກຊ່ອງ, ແຂວງຈໍາປາສັກ ຢູ່ທາງພາກໃຕ້ຂອງລາວ ແລະ ນໍາເອົາປ໋ອງປາຈໍານວນໜຶ່ງໄປມອບໃຫ້ແກ່ບາງໂຮງຮຽນເປົ້າໝາຍ ພາຍໃນເມືອງ. ໃນໂອກາດການຢ້ຽມຢາມແຂວງຈໍາປາສັກ, ພວກເຂົາໄດ້ເຂົ້າມາແວ່ຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ແລະ ເຂົ້າຊົມບາງໂຮງງານຂອງບໍລິສັດຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ນໍາ.
2022.09.26
ວັນທີ 23 ສິງຫາ 2022, ບໍລິສັດ ຊຶເກະລາວ ຈໍາກັດ ໄດ້ຈັດພິທີເປີດໂຮງງານຜະລິດຢາສູບ ແລະ ອຸປະກອນສູບຢາ ຂື້ນຢູ່ທີ່ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (ເຂດPJSEZ) ເຊິ່ງໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມ ບຸດຕະກູນ, ຮອງເຈົ້າແຂວງ ແຂວງຈໍາປາສັກ, ພະນະ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາສປປ ລາວ, ທ່ານ ຊຶເຊະ, ປະທານບໍລິສັດ ຊຶເກະພ້າຍ ຈໍາກັດ ທີ່ເປັນບໍລິສັດແມ່ຢູ່ຍີ່ປຸ່ນ, ທ່ານ ມິຊຸ່ຍ, ປະທານ ບໍລິສັດ ຊຶເກະລາວ ຈໍາກັດ, ພາກສ່ວນທີ່ກ່ຽວຂ້ອງອື່ນໆພາຍໃນແຂວງ, ບັນດານັກທຸລະກິດຍີ່ປຸ່ນທີ່ພວມດໍາເນີນທຸລະກິດຢູ່ໃນເຂດPJSEZ ແລະ ພາກໃຕ້ຂອງລາວ. ທາງໂຮງງານຊຶເກະ ແມ່ນໄດ້ດໍາເນີນການຜະລິດນັບແຕ່ເດືອນ ມັງກອນ 2021 ເປັນຕົ້ນມາແລ້ວ ແຕ່ເນື່ອງຈາກ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ການກະກຽມຈັດພິທີເປີດໂຮງງານ ຈຶ່ງຖຶກເລື່ອນອອກໄປ ແລະ ພິທີດັ່ງກ່າວຈຶ່ງຖຶກຈັດຂື້ນໃນມື້ນີ້. ໃນໂອກາດນີ້, ທ່ານ ສົມ ບຸດຕະກູນ ຮອງເຈົ້າແຂວງ ແຂວງຈໍາປາສັກ ແລະ ພະນະ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ...
2022.09.26
ວັນທີ 19 ມັງກອນ 2022, ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ ຄັ້ງທີ 1 ໄດ້ຖືກຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ ສາຂາປາກເຊ (ສຄອຍປລ) ແລະ ແຂວງ ຈໍາປາສັກ. ວາລະກອງປະຊຸມປະກອບມີ ການຄ້າ/ການຂົນສົ່ງ ແລະ ການບໍລິການປະຕູດຽວ, ການສົນທະນາປຶກສາຫາລືໄດ້ດຳເນີນດ້ວຍຮູບການຕັ້ງຄຳຖາມ ແລະ ຂໍ້ສະເໜີ ຈາກບັນດາບໍລິສັດຍີ່ປຸ່ນ ແລ້ວຊີ້ແຈງຄຳຕອບຈາກພະແນກການທີ່ຮັບຜິດຊອບຂອງແຂວງຈຳປາສັກ. ການແກ້ໄຂບາງປະເດັນເຫັນວ່າໄດ້ຜ່ານການສົນທະນາປຶກສາຫາລື ແລະ ຄາດຫວັງວ່າສະພາບແວດລ້ອມໃນການດຳເນີນທຸລະກິດຂອງບັນດາບໍລິສັດຍີ່ປຸ່ນຢູ່ໃນແຂວງຈຳປາສັກຈະຮັບການປັບປຸ່ງໃຫ້ດີຂຶ້ນເທື່ອລະກ້າວໃນຕໍ່ໜ້າ. ກອງປະຊຸມປຶກສາຫາລືຄັັ້ງນີ້ ແມ່ນເປັນປະທານຮ່ວມໂດຍ ພະນະ ທ່ານ ໂຄບາຢາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ປອ. ວິໄລວົງ ເຈົ້າແຂວງ ແຂວງຈຳປາສັກ. ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນຄັ້ງນີ້ ແມ່ນໄດ້ຮັບຜົນສໍາເລັດ ພາຍໃຕ້ການຮ່ວມມືຂອງສະຖານທູດຍີ່ປຸ່ນ ປະຈໍາລາວ, ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ, ອົງການເຈັດໂຕຣ, ອົງການໄຈກ້າ ແລະ ແຂວງຈໍາປາສັກ.
2022.01.27
ວັນທີ 19 ມັງກອນ 2022, ພະນະ ທ່ານ ທູດ ໂຄບາຢາຊິ ຈາກສະຖານທູດຍີ່ປຸ່ນ ປະຈໍາສປປ ລາວ ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ໃນວັນທີ 19 ມັງກອນ 2022. ພ້ອມດຽວກັນນັ້ນ, ທ່ານ ທູດ ກໍ່ໄດ້ລົງຢ້ຽມຢາມໂຮງງານອໍເຈແປນ ບຸໂດງຸລາວ, ໂຮງງານ ຊຶເກະລາວ ແລະ ໂຮງງານ ຊັງໂກລາວ ແລະ ພ້ອມທັງຮັບຟັັງການລາຍງານກ່ຽວກັບສະຖານະການຂອງຂະບວນການຜະລິດ, ການຜະລິດ ແລະ ອື່ນໆ ຈາກແຕ່ລະບໍລິສັດຍີ່ປຸນ ຕື່ມອິກ.
2022.01.27
ວັນທີ 14 ທັນວາ 2020 ໂດຍການໃຫ້ກຽດເຂົ້າຮ່ວມຂອງພະນະ ທ່ານ Takewaka ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາສປປລາວ, ສາຂາປາກເຊ ໄດ້ສົ່ງຂໍ້ສະເໜີຫາເຈົ້າແຂວງ ແຂວງຈໍາປາສັກ ເພື່ອຊີ້ແຈງກ່ຽວກັບຂັ້ນຕອນການຂໍວິຊາ (VISA)ໃຫ້ແກ່ວິຊາການຄົນຕ່າງປະເທດ ແລະ ປັບປຸ່ງຂັ້ນຕອນການນໍາເຂົ້າ ແລະ ສົ່ງອອກ. ກິດຈະການຂອງສາຂາປາກເຊ ແມ່ນເພື່ອສືບຕໍ່ປັບປຸ່ງສະພາບແວດລ້ອມໃນການດໍາເນີນທຸລະກິດຂອງບັນດາບໍລິສັດຍີ່ປຸ່ນ ຢູ່ທາງພາກໃຕ້ຂອງສປປ ລາວ.
2021.08.19
ວັນທີ 14 ທັນວາ 2020, ພະນະ ທ່ານ Takewaka, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ເຊິ່ງທ່ານທູດ ໄດ້ເຂົ້າຊົມບາງບໍລິສັດຍີ່ປຸ່ນທີ່ພວມດໍາເນີນທຸລະກິດຢູ່ໃນເຂດ ເປັນຕົ້ນແມ່ນ ບໍລິສັດ ອໍເຈແປນ, ບໍລິສັດ ພາວເວີ (ປາກເຊ), ບໍລິສັດ ຊັງໂກລາວ ທີ່ພວມດໍາເນີນກິດຈະການຢູ່ໃນເຂດ ແລະ ທ່ານກໍ່ໄດ້ຮັບຟັງການອະທິບາຍກ່ຽວກັບສະຖານະການປະຈຸບັນຂອງຂະບວນການຜະລິດ, ການຜະລິດ ແລະ ອື່ນໆ ຈາກແຕ່ລະບໍລິສັດຕື່ມ.
2021.08.19
ພະນັກງານທັງໝົດທີ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດ Corona ມີ 49 ຄົນ(ມາຮອດວັນທີ 26 ມີນາ 2021), ແລະ ສປປ ລາວ ໄດ້ບັນລຸຜົນສຳເລັດ ເມື່ອທຽບໃສ່ບັນດາປະເທດເພື່ອນບ້ານ. ພະແນກສາທາລະນະສຸກ ແຂວງ ຈຳປາສັກ ໄດ້ເຂົ້າມາດຳເນີນການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານ ທີ່ພວມເຮັດວຽກຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ຄັ້ງວັນທີ 24 ມີນາ 2021. ພວກເຮົາຈະພະຍາຍາມສືບຕໍ່ດຳເນີນງານເຂດເສດຖະກິດພິເສດໃຫ້ມີຄວາມປອດໄພ ແລະ ໝັ້ນຄົງຕໍ່ໄປ.
2021.08.19
ວັນເສົາ, ວັນທີ 24 ຕຸລາ 2020, ພະນະ ທ່ານ ທອງລຸນ ສີສຸລິດ ໄດ້ເຂົ້າມາຢ້ຽມຢາມ “ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ (ນິຄົມອຸດສາຫະກໍາ) “. ປະຈຸບັນມີ 14 ບໍລິສັດຍີ່ປຸ່ນ ທີ່ພວມດຳເນີນທຸລະກິດຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ, ມີແຮງງານລາວທັງໝົດ 900 ຄົນ ແລະ ວິຊາການຕ່າງປະເທດ 17 ຄົນ, ແລະ ແຕ່ລະບໍລິສັດສ່ວນໃຫຍ່ ແມ່ນຜະລິດ ແລະ ສົ່ງອອກຜະລິດຕະພັນອຸດສາຫະກຳ ແລະຜະລິດຕະພັນແຜ່ນແຜຢູ່ໃນເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ. ໃນໄລຍະການລະບາດຂອງພະຍາດ COVID-19 ຕັ້ງແຕ່ເດືອນກຸມພາປີນີ້, ແຕ່ລະບໍລິສັດຍີ່ປຸ່ນ ແມ່ນໄດ້ຮ່ວມມືກັບລັດຖະບານລາວ ເພື່ອປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ແລະ ບັນດາມາດຕະການປ້ອງກັນອຶ່ນໆ ແລະ ສາມາດສືບຕໍ່ດຳເນີນງານເປັນປົກກະຕິ.
2021.08.19
ຈຸດພິເສດກ່ຽວກັບກະສິກຳ ໄດ້ຖືກຈັດຕັ້ງຂຶ້ນໃນຂະນະນີ້ ຢູ່ໃນ “The World is Now JETRO Global Eye” ເຊິ່ງໄດ້ມີການນຳສະເໜີປະເທດລາວມາຫຼາຍຄັ້ງແລ້ວ. ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ (PJSEZ) ຈະປາກົດຢູ່ໃນຕອນທ້າຍ, ສະນັ້ນ ກະລຸນາເຂົ້າໄປເບິ່ງໄດ້ທີ່. [JETRO] Seed business in Lao agriculture! – YouTube
2021.08.19
Next Blog