ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ພິທີເປີດໂຮງງານ ຊຶເກະລາວ ໃນຄັ້ງວັນທີ 23 ສິງຫາ 2022

ພິທີເປີດໂຮງງານ ຊຶເກະລາວ ໃນຄັ້ງວັນທີ 23 ສິງຫາ 2022

ວັນທີ 23 ສິງຫາ 2022, ບໍລິສັດ ຊຶເກະລາວ ຈໍາກັດ ໄດ້ຈັດພິທີເປີດໂຮງງານຜະລິດຢາສູບ ແລະ ອຸປະກອນສູບຢາ ຂື້ນຢູ່ທີ່ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (ເຂດPJSEZ) ເຊິ່ງໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມ ບຸດຕະກູນ, ຮອງເຈົ້າແຂວງ ແຂວງຈໍາປາສັກ, ພະນະ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາສປປ ລາວ, ທ່ານ ຊຶເຊະ, ປະທານບໍລິສັດ ຊຶເກະພ້າຍ ຈໍາກັດ ທີ່ເປັນບໍລິສັດແມ່ຢູ່ຍີ່ປຸ່ນ, ທ່ານ ມິຊຸ່ຍ, ປະທານ ບໍລິສັດ ຊຶເກະລາວ ຈໍາກັດ, ພາກສ່ວນທີ່ກ່ຽວຂ້ອງອື່ນໆພາຍໃນແຂວງ, ບັນດານັກທຸລະກິດຍີ່ປຸ່ນທີ່ພວມດໍາເນີນທຸລະກິດຢູ່ໃນເຂດPJSEZ ແລະ ພາກໃຕ້ຂອງລາວ.

ທາງໂຮງງານຊຶເກະ ແມ່ນໄດ້ດໍາເນີນການຜະລິດນັບແຕ່ເດືອນ ມັງກອນ 2021 ເປັນຕົ້ນມາແລ້ວ ແຕ່ເນື່ອງຈາກ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ການກະກຽມຈັດພິທີເປີດໂຮງງານ ຈຶ່ງຖຶກເລື່ອນອອກໄປ ແລະ ພິທີດັ່ງກ່າວຈຶ່ງຖຶກຈັດຂື້ນໃນມື້ນີ້.

ໃນໂອກາດນີ້, ທ່ານ ສົມ ບຸດຕະກູນ ຮອງເຈົ້າແຂວງ ແຂວງຈໍາປາສັກ ແລະ ພະນະ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ກ່າວຄໍາປາໄສ ຍ້ອງຍໍຊົມເຊີຍຕໍ່ກັບການເປິດໂຮງງານໃນຄັ້ງນີ້.

ຫຼັງຈາກນັ້ນ, ທ່ານ ມິຊຸ່ຍ ປະທານບໍລິສັດ ຊຶເກະລາວ ຈໍາກັດ ກໍ່ໄດ້ຂື້ນກ່າວຄໍາປາໄສ ເຊິ່ງທ່ານແມ່ນມີຄວາມປິຕິຍິນດີ ແລະ ພາກພູມໃຈຢ່າງຍີ່ງ ທີ່ໄດ້ຮ່ວມງານກັບບັນດາພະນັກງານຄົນລາວ ທີ່ມີຄວາມດຸໝັ່ນຂະຫຍັນພຽນ ນັບແຕ່ປີ 2019. ບໍລິສັດ ຊຶເກະລາວ ຈະສືບຕໍ່ເປັນສ່ວນໜຶ່ງ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງລາວກໍ່ຄືແຂວງຈໍາປາສັກໃຫ້ມີການເຕີບໂຕແບບຍື່ນຍົງໃນຕໍ່ໜ້າ.

ຈາກນັ້ນ, ທ່ານ ມິຊຸ່ຍ ປະທານບໍລິສັດ ແລະ ບັນດາແຂກ VIP ກໍ່ໄດ້ຕັດສາຍແຖບຜ້າເພື່ອເປີດພິທີດັ່ງກ່າວຢ່າງເປັນທາງການ.