ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ການຈັດກອງປະຊຸມປຶກສາຫາລືຮ່ວມ ລະຫ່ວາງ ພາກລັດ ແລະ ເອກະຊົນ ຍີ່ປຸ່ນ-ລາວ ແຂວງຈໍາປາສັກ ຄັ້ງທີ 2

ການຈັດກອງປະຊຸມປຶກສາຫາລືຮ່ວມ ລະຫ່ວາງ ພາກລັດ ແລະ ເອກະຊົນ ຍີ່ປຸ່ນ-ລາວ ແຂວງຈໍາປາສັກ ຄັ້ງທີ 2

ວັນທີ 01 ກຸມພາ 2023, ກອງປະຊຸມປຶກສາຫາລື ຮ່ວມລະຫວ່າງ ພາກລັດ ແລະ ເອກະຊົນ ຍີ່ປຸ່ນ-ລາວ ແຂວງຈໍາປາສັກ ຄັ້ງທີ 2 ຖຶກຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ ສາຂາປາກເຊ, ສປປ ລາວ (JCCIL) ແລະ ແຂວງຈຳປາສັກ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງຈຳປາສັກ. ຝ່າຍຍີ່ປຸ່ນມີຜູ້ເຂົ້າຮ່ວມປະມານ 20 ທ່ານ, ໃນນັ້ນມີ ທ່ານ Kobayashi ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການ JICA, JETRO, JCCIL ແລະ ບັນດາບໍລິສັດສະມາຊິກເຂົ້າຮ່ວມ ເຊິ່ງຝ່າຍແຂວງຈຳປາສັກ ມີຜູ້ເຂົ້າຮ່ວມປະມານ 20 ທ່ານ, ໃນນັ້ນມີ ທ່ານ ປອ. ວິໄລວົງ ບຸດດາຄຳ, ເຈົ້າແຂວງ ແຂວງຈໍາປາສັກ ແລະ ຜູ້ຕາງໜ້າຈາກບັນດາພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ເພາະສະນັ້ນ, ຜູ້ເຂົ້າຮ່ວມທັງໝົດໃນຄັ້ງນີ້ມີປະມານ 40 ທ່ານ ຫຼືຫຼາຍກວ່ານັ້ນ.

ການປຶກສາຫາລືຄັ້ງນີ້ ໄດ້ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ Kobayashi ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ປອ.ວິໄລວົງ ບຸດດາຄໍາ ເຈົ້າແຂວງ ແຂວງຈໍາປາສັກ ແລະ ໄດ້ດໍາເນີນໄປດ້ວຍຮູບແບບໂຕ້ຕອບ, ໂດຍຝ່າຍຍີ່ປຸ່ນ ໄດ້ລາຍງານຂໍ້ສະເໜີຂອງຕົນ ແລະ ຝ່າຍແຂວງຈຳປາສັກ ໄດ້ໃຫ້ຄໍາຊີ້ແຈງ ແລະ ຄໍາຕອບຂອງຕົນໃຫ້ແກ່ຝ່າຍຍີ່ປຸ່ນ.

ປີນີ້ມີ​ທັງໝົດຫົກຂໍ້ສະເໜີຈາກຝ່າຍຍີ່ປຸ່ນເຊັ່ນວ່າ: (1) ສະເໜີໃຫ້​ສ້ອມ​ແປງເສັ້ນ​ທາງ​ຫຼວງ​ແຫ່ງ​ຊາດ​ເລກທີ 13ໃຕ້ ​ຈຸດທີ່​ບໍລິສັດ​ຍີ່ປຸ່ນ​ຫຼາຍ​ບໍລິສັດ​ນຳ​ໃຊ້ທ່ຽວການ; (2) ຢືນຢັນ​ສະພາບ​ການ​ບຳລຸງຮັກສາ, ກໍ່​ສ້າງ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ​ ເລກທີ 16 ​ແລະ ​ເຂດ​ຊາຍ​ແດນ​ຫວຽດນາມ, ​ແລະ ສ້ອມ​ແປງບັນດາ​ຂົວ​ຕາມເສັ້ນທາງ​ຫຼວງ​ແຫ່ງ​ຊາດ ​ເລກ​ທີ 16, 20; (3) ຢືນຢັນສະຖານະການຂອງຫ້ອງການກວດກາຄົນເຂົ້າເມືອງຫຼັງໃໝ່ ແລະ ທ່າບົກວັງເຕົ່າ; (4) ສະເໜີໃຫ້ເປີດຄືນຖ້ຽວບິນຕົງ ລະຫວ່າງ ບາງກອກ ແລະ ປາກເຊ; (5) ສະເໜີໃຫ້ຊີ້ແຈງກ່ຽວກັບວິທີການທີ່ຈະຕ້ອງໄດ້ປະຕິບັດ ໃນກໍລະນີ ເກີດມີເຫດໄຟໄໝ້ໃດໜຶ່ງຂື້ນ ແລະຂໍ້ມູນຕິດຕໍ່ປະສານງານ; (6) ສະເໜີໃຫ້​ຍົກ​ເລີກ​ຂໍ້​ຈຳກັດ​ໃນການເຂົ້າ​-ອອກ​ ປະເທດ​ໄທ​ ໂດຍຜ່ານທາງ​ບົກຂອງຄົນຕ່າງປະເທດ.

ບັນດາຂໍ້ສະເໜີຂອງຝ່າຍຍີ່ປຸ່ນຂ້າງເທິງ ແມ່ນໄດ້ຮັບການອະທິບາຍ ແລະ ຄໍາຕອບຢ່າງຈິງໃຈ ຈາກເຈົ້າແຂວງ ແລະ ບັນດາຜູ້ຕາງໜ້າ ຈາກແຕ່ລະພະແນກການຂອງແຂວງຈຳປາສັກ.

ເນື່ອງຈາກ ແຂວງຈໍາປາສັກມີທັດສະນະຄະຕິທີ່ດີຕໍ່ກັບການຮ່ວມມື, ບໍລິສັດຍີ່ປຸ່ນຈຶ່ງຄາດຫວັງວ່າ ຈະຮັບການປັບປຸງໃນອະນາຄົດ ແລະ ມີຄວາມໝັ້ນໃຈໃນການສືບຕໍ່ດຳເນີນທຸລະກິດຂອງຕົນ ຢູ່ໃນ ສປປ ລາວ.