ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ ໄດ້ຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ ສາຂາປາກເຊ ແລະ ແຂວງ ຈໍາປາສັກ.

ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ ໄດ້ຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ ສາຂາປາກເຊ ແລະ ແຂວງ ຈໍາປາສັກ.

ວັນທີ 19 ມັງກອນ 2022, ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ ຄັ້ງທີ 1 ໄດ້ຖືກຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ ສາຂາປາກເຊ (ສຄອຍປລ) ແລະ ແຂວງ ຈໍາປາສັກ. ວາລະກອງປະຊຸມປະກອບມີ ການຄ້າ/ການຂົນສົ່ງ ແລະ ການບໍລິການປະຕູດຽວ, ການສົນທະນາປຶກສາຫາລືໄດ້ດຳເນີນດ້ວຍຮູບການຕັ້ງຄຳຖາມ ແລະ ຂໍ້ສະເໜີ ຈາກບັນດາບໍລິສັດຍີ່ປຸ່ນ ແລ້ວຊີ້ແຈງຄຳຕອບຈາກພະແນກການທີ່ຮັບຜິດຊອບຂອງແຂວງຈຳປາສັກ. ການແກ້ໄຂບາງປະເດັນເຫັນວ່າໄດ້ຜ່ານການສົນທະນາປຶກສາຫາລື ແລະ ຄາດຫວັງວ່າສະພາບແວດລ້ອມໃນການດຳເນີນທຸລະກິດຂອງບັນດາບໍລິສັດຍີ່ປຸ່ນຢູ່ໃນແຂວງຈຳປາສັກຈະຮັບການປັບປຸ່ງໃຫ້ດີຂຶ້ນເທື່ອລະກ້າວໃນຕໍ່ໜ້າ.

ກອງປະຊຸມປຶກສາຫາລືຄັັ້ງນີ້ ແມ່ນເປັນປະທານຮ່ວມໂດຍ ພະນະ ທ່ານ ໂຄບາຢາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ປອ. ວິໄລວົງ ເຈົ້າແຂວງ ແຂວງຈຳປາສັກ.

ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນຄັ້ງນີ້ ແມ່ນໄດ້ຮັບຜົນສໍາເລັດ ພາຍໃຕ້ການຮ່ວມມືຂອງສະຖານທູດຍີ່ປຸ່ນ ປະຈໍາລາວ, ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ, ອົງການເຈັດໂຕຣ, ອົງການໄຈກ້າ ແລະ ແຂວງຈໍາປາສັກ.