ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ວັນທີ 14 ພະຈິກ 2022, ຄະນະຜູ້ແທນຈາກພະລະກິດການລົງທຶນດ້ານການຜະລິດຂອງລາວ ທີ່ອົງການ JETRO ໄດ້ຈັດຂື້ນ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາບໍລິສັດຜະລິດຈາກປະເທດຍີ່ປຸ່ນ ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ.

ວັນທີ 14 ພະຈິກ 2022, ຄະນະຜູ້ແທນຈາກພະລະກິດການລົງທຶນດ້ານການຜະລິດຂອງລາວ ທີ່ອົງການ JETRO ໄດ້ຈັດຂື້ນ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາບໍລິສັດຜະລິດຈາກປະເທດຍີ່ປຸ່ນ ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ.

ຄະນະ​ຜູ້​ແທນຈາກພາລະກິດ​​ການ​ລົງທຶນ​ດ້ານ​ການ​ຜະລິດ​ຂອງ​ລາວ ທີ່ຈັດ​ຂື້ນໂດຍ​ອົງການສົ່ງເສີມ​ການ​ຄ້າ​​ຍີ່ປຸ່ນ (JETRO) ​ເພື່ອ​ແນ​ໃສ່​ບັນດາ​ຜູ້​ຜະລິດ​ຍີ່ປຸ່ນ ​ໄດ້​ເດີນທາງ​ເຂົ້າມາ​ຢ້ຽມຢາມ​ເຂດເສດຖະກິດພິເສດ​ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ), ເຂດເສດຖະກິດພິເສດ ສະຫວັນ-​ເຊ​ໂນ, ເຂດພັດທະນາກວມລວມໄຊ​ເສດ​ຖາ ​ແລະ ເຂດໂລຈິດສຕິກນະຄອນຫຼວງວຽງຈັນພາກ ໃນລະຫວ່າງ ວັນ​ທີ 14 ພະຈິກ 2022 ຫາ 18 ພະຈິກ​ 2022.

ວັນ​ທີ 14 ພະຈິກ 2022, ຄະນະ​ຜູ້ແທນດັ່ງກ່າວໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ເຈົ້າ​ແຂວງ​ ແຂວງຈໍາປາ​ສັກ ​ໃນ​ຕອນ​ເຊົ້າ ​ແລະ ​ໄດ້ເຂົ້າມາ​ຢ້ຽມຢາມ ຂພສປຍ ​ໃນ​ຕອນ​ບ່າຍ.

ທ່ານ Mochizuki, ຜູ້ອໍານວຍການໃຫຍ່ ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ ໄດ້ລາຍງານໃຫ້ຜູ້ເຂົ້າຮ່ວມຟັງກ່ຽວກັບສະພາບປະຈຸບັນຂອງ ຂພສປຍ ແລະ ຜະລິດຕະພັນທີ່ຜະລິດໂດຍບັນດາບໍລິສັດຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດ ຢູ່ໃນ ຂພສປຍ.

ຫຼັງຈາກນັ້ນ, ຄະນະຜູ້ແທນດັ່ງກ່າວ ໄດ້ເຂົ້າໄປຢ້ຽມຊົມໂຮງງານຂອງບໍລິສັດ All Japan Budogu Lao ຈໍາກັດ ທີ່ຜະລິດຊຸດກິລາເຄນໂດ, ບໍລິສັດ Leonka World Lao ຈໍາກັດ ທີ່ຜະລິດວິກຜົມ ແລະ ບໍລິສັດ Daiwa Harness Lao ຈໍາກັດ ທີ່ຜະລິດສາຍໄປລົດຍົນ ຢູ່ໃນ ຂພສປຍ ຕື່ມອີກ.