ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ສະມາຊິກອົງການອາຫານໃນຍີ່ປຸ່ນໄດ້ເຂົ້າມາຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ໃນວັນທີ 10 ກັນຍາ 2022

ສະມາຊິກອົງການອາຫານໃນຍີ່ປຸ່ນໄດ້ເຂົ້າມາຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ໃນວັນທີ 10 ກັນຍາ 2022

ສະມາຊິກອົງການອາຫານໃນຍີ່ປຸ່ນ (ທ່ານ Kohmura Masahiro, ທ່ານ Kushida Seiichi, ທ່ານ Wada Yuichiro ແລະ ທ່ານ ນາງ Shiomura Ayaka) ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ໃນຄັ້ງວັນທີ 10 ກັນຍາ 2022.

ພວກເຂົາໄດ້ເຂົ້າມາໃນ ສປປ ລາວ ໃນນາມອົງການອາຫານໂລກ (WFP) ແລະ ເປັນຜູ້ແທນຂອງລັດຖະບານຍີ່ປຸ່ນ ເພື່ອນໍາເອົາປ໋ອງປາຈໍານວນ 32 ຕູ້ຄອນເທັນເນີ (402 ໂຕນ) ບໍລິຈາກໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ, ສປປ ລາວ ເປັນອາຫານທ່ຽງໂຮງຮຽນ ເພື່ອສົ່ງເສີມການເຂົ້າໂຮງຮຽນຂອງນັກຮຽນລາວ ເຊິ່ງໂຄງການນີ້ໄດ້ຮັບການສະໜັບສະໜູນໂດຍທະນາຄານໂລກ, ອົງການບໍລິການບັນເທົາທຸກຂອງກາໂຕລິກ ແລະ ອົງການອາຫານໂລກ ແລະ ພາກສ່ວນອື່ນໆ.

ພວກເຂົາກໍ່ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເມືອງປາກຊ່ອງ, ແຂວງຈໍາປາສັກ ຢູ່ທາງພາກໃຕ້ຂອງລາວ ແລະ ນໍາເອົາປ໋ອງປາຈໍານວນໜຶ່ງໄປມອບໃຫ້ແກ່ບາງໂຮງຮຽນເປົ້າໝາຍ ພາຍໃນເມືອງ.

ໃນໂອກາດການຢ້ຽມຢາມແຂວງຈໍາປາສັກ, ພວກເຂົາໄດ້ເຂົ້າມາແວ່ຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ແລະ ເຂົ້າຊົມບາງໂຮງງານຂອງບໍລິສັດຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ນໍາ.