ບໍລິສັດ ພັດທະນາເຂດເສດຖະກິດສະເພາະ
ປາກເຊ-ຍີ່ປຸ່ນ ຈຳກັດ.

PJSEZ ກໍາລັງຊອກຫາເພື່ອນຮ່ວມງານ

ເວບໄຊ້ນີ້ສາມາດກວດເບິ່ງຂໍ້ມູນການຮັບສະມັກວຽກໃໝ່ໆໄດ້. ໃນອານາຄົດຈະມີບໍລິສັດຍີ່ປຸ່ນເຂົ້າມາລົງທຶນຢ່າງຫຼວງຫຼາຍດັ່ງນັ້ນຂໍ້ມູນການຮັບສະມັກວຽກຈະມີການປັບປຸງເປັນແຕ່ລະໄລຍະ, ສະນັ້ນກະລຸນາເຂົາມາຕິດຕາມ ແລະ ກວດເບິ່ງເວບໄຊ້ນີ້ເລື້ອຍໆ

ກ່ຽວກັບ SEZ

ເຂດເສດຖະກິດພິເສດນິຄົມອຸສາຫະກໍາສະເພາະຂະໜາດນ້ອຍ ຫາ ກາງ ປາກເຊ-ຍີ່ປຸ່ນ ແມ່ນ ມີສະຖານທີ່ຕັ້ງຢູ່ແຂວງ ຈໍາປາສັກ ພາກໃຕ້ຂອງປະເທດລາວ. ຖ້າຫາກທ່ານໃດມີຄວາມສົນໃຈ ແລະ ທ່ານທີ່ຢາກໃຊ້ຄວາມສາມາດທາງດ້ານພາສາ ຍີ່ປຸ່ນ, ພາສາອັງກິດ ເຂົ້າໃນການເຮັດ ແລະ ຫາປະສົບການ ກະລຸນາຕິດຕໍ່ພວກເຮົາ.

more

ຂໍ້ມູນການສະໝັກງານ

more

UNDP ຈັດກອງປະຊຸມຝຶກອົບຮົມກ່ຽວກັບທຸລະກິດ ແລະສິດທິມະນຸດໃຫ້ແກ່ບໍລິສັດຍີ່ປຸ່ນຢູ່ໃນ ຂພສປຍ ໃນວັນທີ 24 ພະຈິກ 2022

ວັນທີ 24 ພະຈິກ 2022, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບທຸລະກິດ ແລະ ສິດທິມະນຸດໃຫ້ແກ່ ບໍລິສັດຍີ່ປຸ່ນຈຳນວນໜຶ່ງ ຢູ່ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ແລະ ພາກໃຕ້ຂອງລາວ ເພື່ອສ້າງຄວາມເຂົ້າໃຈເລິກເຊິງດ້ານທຸລະກິດ ແລະ ສິດທິມະນຸດ ລວມທັງກໍລະນີທຸລະກິດທີ່ເຄົາລົບສິດ​ທິ​ມະ​ນຸດ ແລະ ຫຼັກ​ການ​ຊີ້​ນໍາ ​ຂອງອົງການ​ສະ​ຫະ​ປະ​ຊາ​ຊາດ​ ວ່າດ້ວຍທຸ​ລະ​ກິດ ​ແລະ ​ສິດ​ທິ​ມະ​ນຸດ ແລະ ​ການກວດສອບຢ່າງຮອບຄອບດ້ານສິດ​ທິ​ມະ​ນຸດ​. ກອງປະຊຸມຝຶກອົບຮົມດັ່ງກ່າວ ໄດ້ຈັດຕັ້ງປະຕິບັດຮ່ວມໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ UNDP ເຊິ່ງໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກລັດຖະບານຍີ່ປຸ່ນ.

ວັນທີ 14 ພະຈິກ 2022, ຄະນະຜູ້ແທນຈາກພະລະກິດການລົງທຶນດ້ານການຜະລິດຂອງລາວ ທີ່ອົງການ JETRO ໄດ້ຈັດຂື້ນ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາບໍລິສັດຜະລິດຈາກປະເທດຍີ່ປຸ່ນ ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ.

ຄະນະ​ຜູ້​ແທນຈາກພາລະກິດ​​ການ​ລົງທຶນ​ດ້ານ​ການ​ຜະລິດ​ຂອງ​ລາວ ທີ່ຈັດ​ຂື້ນໂດຍ​ອົງການສົ່ງເສີມ​ການ​ຄ້າ​​ຍີ່ປຸ່ນ (JETRO) ​ເພື່ອ​ແນ​ໃສ່​ບັນດາ​ຜູ້​ຜະລິດ​ຍີ່ປຸ່ນ ​ໄດ້​ເດີນທາງ​ເຂົ້າມາ​ຢ້ຽມຢາມ​ເຂດເສດຖະກິດພິເສດ​ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ), ເຂດເສດຖະກິດພິເສດ ສະຫວັນ-​ເຊ​ໂນ, ເຂດພັດທະນາກວມລວມໄຊ​ເສດ​ຖາ ​ແລະ ເຂດໂລຈິດສຕິກນະຄອນຫຼວງວຽງຈັນພາກ ໃນລະຫວ່າງ ວັນ​ທີ 14 ພະຈິກ 2022 ຫາ 18 ພະຈິກ​ 2022. ວັນ​ທີ 14 ພະຈິກ 2022, ຄະນະ​ຜູ້ແທນດັ່ງກ່າວໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ເຈົ້າ​ແຂວງ​ ແຂວງຈໍາປາ​ສັກ ​ໃນ​ຕອນ​ເຊົ້າ ​ແລະ ​ໄດ້ເຂົ້າມາ​ຢ້ຽມຢາມ ຂພສປຍ ​ໃນ​ຕອນ​ບ່າຍ. ທ່ານ Mochizuki, ຜູ້ອໍານວຍການໃຫຍ່ ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ ໄດ້ລາຍງານໃຫ້ຜູ້ເຂົ້າຮ່ວມຟັງກ່ຽວກັບສະພາບປະຈຸບັນຂອງ...

ພະນະທ່ານ ນ. Deena Joy Amatong, ເອກອັກຄະລັດຖະທູດຟີລິປິນ ປະຈໍາລາວ ຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ວັນທີ 27 ກັນຍາ 2022

ວັນທີ 27 ກັນຍາ 2022, ພະນະທ່ານ ນ. Deena Joy Amatong, ເອກອັກຄະລັດຖະທູດຟີລິປິນ ປະຈໍາລາວ ພ້ອມດ້ວຍຄະນະ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ (ຄຂພສ) ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (ຂພສ ປາກເຊ-ຍີ່ປຸ່ນ). ພະນະທ່ານ ໄດ້ຮັບຟັງການລາຍກ່ຽວກັບສະພາບການພັດທະນາໃນປະຈຸບັນຂອງ ຂພສ ປາກເຊ-ຍີ່ປຸ່ນ ຈາກ ທ່ານ Mochizuki, ຜູ້ອໍານວຍການໃຫຍ່ຮ່ວມຂອງບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ, ທີ່ມາຈາກບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈໍາກັດ ປະເທດຍີ່ປຸ່ນ ເຊິ່ງເປັນຜູ້ພັດທະນາ ແລະ ບໍລິຫານຈັດການ ຂພສ ປາກເຊ-ຍີ່ປຸ່ນ....

ພະນະທ່ານ ນ. ປານີ ຢ່າທໍ່ຕູ້, ຮອງປະທານປະເທດ ແຫ່ງສປປ ລາວ ຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ວັນທີ 23 ກັນຍາ 2022

ວັນທີ 23 ກັນຍາ 2022, ພະນະທ່ານ ນ. ປານີ ຢ່າທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງສປປ ລາວ ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ(ຂພສ ປາກເຊ-ຍີ່ປຸ່ນ). ພະນະທ່ານ ຮອງປະທານປະເທດ ໄດ້ເຂົ້າມາຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ໃນຄັ້ງນີ້ ຮ່ວມກັບ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງລັດຖະມົນຕີ ກະຊວງການເງິນ, ຮອງຜູ້ວ່າການ ທະນາຄານແຫ່ງສປປ ລາວ, ເຈົ້າແຂວງ ແຂວງຈໍາປາສັກ ພ້ອມດ້ຍຄະນະການນໍາຂັ້ນສູງຈາກສູນກາງ ແລະ ແຂວງຈໍາປາສັກ. ພະນະທ່ານ ໄດ້ຮັບຟັງການລາຍກ່ຽວກັບສະພາບການພັດທະນາໃນປະຈຸບັນຂອງ ຂພສ ປາກເຊ-ຍີ່ປຸ່ນ...

ສະມາຊິກອົງການອາຫານໃນຍີ່ປຸ່ນໄດ້ເຂົ້າມາຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ໃນວັນທີ 10 ກັນຍາ 2022

ສະມາຊິກອົງການອາຫານໃນຍີ່ປຸ່ນ (ທ່ານ Kohmura Masahiro, ທ່ານ Kushida Seiichi, ທ່ານ Wada Yuichiro ແລະ ທ່ານ ນາງ Shiomura Ayaka) ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ໃນຄັ້ງວັນທີ 10 ກັນຍາ 2022. ພວກເຂົາໄດ້ເຂົ້າມາໃນ ສປປ ລາວ ໃນນາມອົງການອາຫານໂລກ (WFP) ແລະ ເປັນຜູ້ແທນຂອງລັດຖະບານຍີ່ປຸ່ນ ເພື່ອນໍາເອົາປ໋ອງປາຈໍານວນ 32 ຕູ້ຄອນເທັນເນີ (402 ໂຕນ) ບໍລິຈາກໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ, ສປປ ລາວ ເປັນອາຫານທ່ຽງໂຮງຮຽນ...

ພິທີເປີດໂຮງງານ ຊຶເກະລາວ ໃນຄັ້ງວັນທີ 23 ສິງຫາ 2022

ວັນທີ 23 ສິງຫາ 2022, ບໍລິສັດ ຊຶເກະລາວ ຈໍາກັດ ໄດ້ຈັດພິທີເປີດໂຮງງານຜະລິດຢາສູບ ແລະ ອຸປະກອນສູບຢາ ຂື້ນຢູ່ທີ່ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (ເຂດPJSEZ) ເຊິ່ງໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມ ບຸດຕະກູນ, ຮອງເຈົ້າແຂວງ ແຂວງຈໍາປາສັກ, ພະນະ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາສປປ ລາວ, ທ່ານ ຊຶເຊະ, ປະທານບໍລິສັດ ຊຶເກະພ້າຍ ຈໍາກັດ ທີ່ເປັນບໍລິສັດແມ່ຢູ່ຍີ່ປຸ່ນ, ທ່ານ ມິຊຸ່ຍ, ປະທານ ບໍລິສັດ ຊຶເກະລາວ ຈໍາກັດ, ພາກສ່ວນທີ່ກ່ຽວຂ້ອງອື່ນໆພາຍໃນແຂວງ, ບັນດານັກທຸລະກິດຍີ່ປຸ່ນທີ່ພວມດໍາເນີນທຸລະກິດຢູ່ໃນເຂດPJSEZ...

ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ ໄດ້ຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ ສາຂາປາກເຊ ແລະ ແຂວງ ຈໍາປາສັກ.

ວັນທີ 19 ມັງກອນ 2022, ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ ຄັ້ງທີ 1 ໄດ້ຖືກຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ ສາຂາປາກເຊ (ສຄອຍປລ) ແລະ ແຂວງ ຈໍາປາສັກ. ວາລະກອງປະຊຸມປະກອບມີ ການຄ້າ/ການຂົນສົ່ງ ແລະ ການບໍລິການປະຕູດຽວ, ການສົນທະນາປຶກສາຫາລືໄດ້ດຳເນີນດ້ວຍຮູບການຕັ້ງຄຳຖາມ ແລະ ຂໍ້ສະເໜີ ຈາກບັນດາບໍລິສັດຍີ່ປຸ່ນ ແລ້ວຊີ້ແຈງຄຳຕອບຈາກພະແນກການທີ່ຮັບຜິດຊອບຂອງແຂວງຈຳປາສັກ. ການແກ້ໄຂບາງປະເດັນເຫັນວ່າໄດ້ຜ່ານການສົນທະນາປຶກສາຫາລື ແລະ ຄາດຫວັງວ່າສະພາບແວດລ້ອມໃນການດຳເນີນທຸລະກິດຂອງບັນດາບໍລິສັດຍີ່ປຸ່ນຢູ່ໃນແຂວງຈຳປາສັກຈະຮັບການປັບປຸ່ງໃຫ້ດີຂຶ້ນເທື່ອລະກ້າວໃນຕໍ່ໜ້າ. ກອງປະຊຸມປຶກສາຫາລືຄັັ້ງນີ້ ແມ່ນເປັນປະທານຮ່ວມໂດຍ ພະນະ ທ່ານ ໂຄບາຢາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ...

ການລົງເຄື່ອນໄຫວຢ້ຽມຢາມຂອງພະນະທ່ານ ທູດ ໂຄບາຢາຊິ, ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ

ວັນທີ 19 ມັງກອນ 2022, ພະນະ ທ່ານ ທູດ ໂຄບາຢາຊິ ຈາກສະຖານທູດຍີ່ປຸ່ນ ປະຈໍາສປປ ລາວ ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ໃນວັນທີ 19 ມັງກອນ 2022. ພ້ອມດຽວກັນນັ້ນ, ທ່ານ ທູດ ກໍ່ໄດ້ລົງຢ້ຽມຢາມໂຮງງານອໍເຈແປນ ບຸໂດງຸລາວ, ໂຮງງານ ຊຶເກະລາວ ແລະ ໂຮງງານ ຊັງໂກລາວ ແລະ ພ້ອມທັງຮັບຟັັງການລາຍງານກ່ຽວກັບສະຖານະການຂອງຂະບວນການຜະລິດ, ການຜະລິດ ແລະ ອື່ນໆ ຈາກແຕ່ລະບໍລິສັດຍີ່ປຸນ ຕື່ມອິກ.

ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາ ລາວ ໄດ້ສົ່ງຂໍ້ສະເໜີກ່ຽວກັບການອອກວິຊາ ແລະ ຂັ້ນຕອນການນໍາເຂົ້າ/ສົ່ງອອກຫາເຈົ້າແຂວງ ແຂວງ ຈໍາປາສັກ

ວັນທີ 14 ທັນວາ 2020 ໂດຍການໃຫ້ກຽດເຂົ້າຮ່ວມຂອງພະນະ ທ່ານ Takewaka ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາສປປລາວ, ສາຂາປາກເຊ ໄດ້ສົ່ງຂໍ້ສະເໜີຫາເຈົ້າແຂວງ ແຂວງຈໍາປາສັກ ເພື່ອຊີ້ແຈງກ່ຽວກັບຂັ້ນຕອນການຂໍວິຊາ (VISA)ໃຫ້ແກ່ວິຊາການຄົນຕ່າງປະເທດ ແລະ ປັບປຸ່ງຂັ້ນຕອນການນໍາເຂົ້າ ແລະ ສົ່ງອອກ. ກິດຈະການຂອງສາຂາປາກເຊ ແມ່ນເພື່ອສືບຕໍ່ປັບປຸ່ງສະພາບແວດລ້ອມໃນການດໍາເນີນທຸລະກິດຂອງບັນດາບໍລິສັດຍີ່ປຸ່ນ ຢູ່ທາງພາກໃຕ້ຂອງສປປ ລາວ.  

ການຢ້ຽມຢາມ ຂພສ ປາກເຊ-ຍີ່ປຸນ ຂອງ ພະນະ ທ່ານ Takewaka, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ລາວ

ວັນທີ 14 ທັນວາ 2020, ພະນະ ທ່ານ Takewaka, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ເຊິ່ງທ່ານທູດ ໄດ້ເຂົ້າຊົມບາງບໍລິສັດຍີ່ປຸ່ນທີ່ພວມດໍາເນີນທຸລະກິດຢູ່ໃນເຂດ ເປັນຕົ້ນແມ່ນ ບໍລິສັດ ອໍເຈແປນ, ບໍລິສັດ ພາວເວີ (ປາກເຊ), ບໍລິສັດ ຊັງໂກລາວ ທີ່ພວມດໍາເນີນກິດຈະການຢູ່ໃນເຂດ ແລະ ທ່ານກໍ່ໄດ້ຮັບຟັງການອະທິບາຍກ່ຽວກັບສະຖານະການປະຈຸບັນຂອງຂະບວນການຜະລິດ, ການຜະລິດ ແລະ ອື່ນໆ ຈາກແຕ່ລະບໍລິສັດຕື່ມ.

ແຈ້ງການຈາກ PJSEZ

ອ່ານເພີ່ມເຕີມ