ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ບໍລິສັດ ນິຊິມັດຊຶ ກໍ່ສ້າງ ມອບຄອມພິວເຕີໂນດບຸກໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນ ແລະ ໂຮງຮຽນວິຊາຊີບ ຢູ່ໃນ ສປປ ລາວ.

ບໍລິສັດ ນິຊິມັດຊຶ ກໍ່ສ້າງ ມອບຄອມພິວເຕີໂນດບຸກໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນ ແລະ ໂຮງຮຽນວິຊາຊີບ ຢູ່ໃນ ສປປ ລາວ.

ບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈຳກັດ ທີ່ມີສ່ວນຮ່ວມ ແລະ ບໍລິຫານຈັດການເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ ໄດ້ມອບຄອມພິວເຕີໂນດບຸກ ຈໍານວນ 66 ເຄື່ອງ ໃຫ້ແກ່ບາງໂຮງຮຽນມັດທະຍົມຕອນຕົ້ນ ແລະ ໂຮງຮຽນວິຊາຊີບ ຢູ່ແຂວງຈໍາປາສັກ.

ພິທີມອບ-ຮັບເຄື່ອງຄອມພິວເຕີໂນດບຸກ ໄດ້ຈັດຂຶ້ນໃນວັນທີ 30 ມີນາ 2023 ແລະ ໄດ້ມອບເຄື່ອງຄອມພິວເຕີໂນດບຸກດັ່ງກ່າວ ໃຫ້ແກ່ບາງໂຮງຮຽນວິຊາຊີບ ຢູ່ແຂວງຈຳປາສັກ, ໂຮງຮຽນມັດທະຍົມຕອນຕົ້ນ ຢູ່ເມືອງປະທຸມພອນ ແລະ ເມືອງບາຈຽງຈະເລີນສຸກ. ໃນໄລຍະຜ່ານມາ ບໍລິສັດ ນິຊິມັດຊຶ ກໍ່ສ້າງ ກໍ່ເຄີຍບໍລິຈາກເຄື່ອງຄອມພິວເຕີໃນລັກສະນະດຽວກັນນີ້ໃຫ້ແກ່ບາງໂຮງຮຽນຢູ່ແຂວງຈໍາປາສັກ ໃນປີ 2017 ແລະ 2019 ກ່ອນການລະບາດຂອງ COVID-19 ແລະ ຄັ້ງນີ້ຖືວ່າ ເປັນການບໍລິຈາກຄັ້ງທີສາມຂອງພວກເຂົາ.

ເນື່ອງຈາກ ສປປ ລາວ ມີງົບປະມານຈໍາກັດໃນການສົ່ງເສີມດ້ານການສຶກສາ ແລະ ວຽກງານໄອທີ, ແຂວງຈຳປາສັກ, ພະແນກການທີ່ຕິດພັນກັບການສຶກສາ ແລະ ໂຮງຮຽນວິຊາຊີບ ແມ່ນມີຄວາມດີໃຈຫຼາຍ. ຕໍ່ກັບການຈັດກິດຈະກໍາ​ດັ່ງກ່າວ, ບໍລິສັດ ນິຊິມັດຊຶ ກໍ່ສ້າງ​ ຈະສືບ​ຕໍ່​ປະກອບສ່ວນ​ຊຸກຍູ້ດ້ານ​ການ​ສຶກສາ​ຂອງ​ບັນດາໂຮງຮຽນ​ຢູ່ໃນ ສປປ ​ລາວ ຕື່ມອີກໃນຕໍ່ໜ້າ.