ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • UNDP ຈັດກອງປະຊຸມຝຶກອົບຮົມກ່ຽວກັບທຸລະກິດ ແລະສິດທິມະນຸດໃຫ້ແກ່ບໍລິສັດຍີ່ປຸ່ນຢູ່ໃນ ຂພສປຍ ໃນວັນທີ 24 ພະຈິກ 2022

UNDP ຈັດກອງປະຊຸມຝຶກອົບຮົມກ່ຽວກັບທຸລະກິດ ແລະສິດທິມະນຸດໃຫ້ແກ່ບໍລິສັດຍີ່ປຸ່ນຢູ່ໃນ ຂພສປຍ ໃນວັນທີ 24 ພະຈິກ 2022

ວັນທີ 24 ພະຈິກ 2022, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບທຸລະກິດ ແລະ ສິດທິມະນຸດໃຫ້ແກ່ ບໍລິສັດຍີ່ປຸ່ນຈຳນວນໜຶ່ງ ຢູ່ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ແລະ ພາກໃຕ້ຂອງລາວ ເພື່ອສ້າງຄວາມເຂົ້າໃຈເລິກເຊິງດ້ານທຸລະກິດ ແລະ ສິດທິມະນຸດ ລວມທັງກໍລະນີທຸລະກິດທີ່ເຄົາລົບສິດ​ທິ​ມະ​ນຸດ ແລະ ຫຼັກ​ການ​ຊີ້​ນໍາ ​ຂອງອົງການ​ສະ​ຫະ​ປະ​ຊາ​ຊາດ​ ວ່າດ້ວຍທຸ​ລະ​ກິດ ​ແລະ ​ສິດ​ທິ​ມະ​ນຸດ ແລະ ​ການກວດສອບຢ່າງຮອບຄອບດ້ານສິດ​ທິ​ມະ​ນຸດ​.

ກອງປະຊຸມຝຶກອົບຮົມດັ່ງກ່າວ ໄດ້ຈັດຕັ້ງປະຕິບັດຮ່ວມໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ UNDP ເຊິ່ງໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກລັດຖະບານຍີ່ປຸ່ນ.