ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ພະນະທ່ານ ນ. Deena Joy Amatong, ເອກອັກຄະລັດຖະທູດຟີລິປິນ ປະຈໍາລາວ ຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ວັນທີ 27 ກັນຍາ 2022

ພະນະທ່ານ ນ. Deena Joy Amatong, ເອກອັກຄະລັດຖະທູດຟີລິປິນ ປະຈໍາລາວ ຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ວັນທີ 27 ກັນຍາ 2022

ວັນທີ 27 ກັນຍາ 2022, ພະນະທ່ານ ນ. Deena Joy Amatong, ເອກອັກຄະລັດຖະທູດຟີລິປິນ ປະຈໍາລາວ ພ້ອມດ້ວຍຄະນະ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ (ຄຂພສ) ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (ຂພສ ປາກເຊ-ຍີ່ປຸ່ນ).

ພະນະທ່ານ ໄດ້ຮັບຟັງການລາຍກ່ຽວກັບສະພາບການພັດທະນາໃນປະຈຸບັນຂອງ ຂພສ ປາກເຊ-ຍີ່ປຸ່ນ ຈາກ ທ່ານ Mochizuki, ຜູ້ອໍານວຍການໃຫຍ່ຮ່ວມຂອງບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ, ທີ່ມາຈາກບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈໍາກັດ ປະເທດຍີ່ປຸ່ນ ເຊິ່ງເປັນຜູ້ພັດທະນາ ແລະ ບໍລິຫານຈັດການ ຂພສ ປາກເຊ-ຍີ່ປຸ່ນ.

ຫຼັງຈາກນັ້ນ, ພະນະທ່ານ ກໍ່ໄດ້ເຂົ້າຢ້ຽມຊົມໂຮງງານຂອງບໍລິສັັດ ອໍເຈແປນ ບຸໂດງຸລາວ ຈໍາກັດ ແລະ ບໍລິສັດ ຊັງໂກ ລາວ ຈໍາກັດ ທີ່ພວມດໍາເນີນທຸລະກິດ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ຕື່ມອິກ.