ຂໍ້ມູນການສະໝັກງານ

ທ່ານ Takase, ປະທານ ບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈໍາກັດ ທີ່ເປັນໜຶ່ງໃນຜູ້ລົງທືນຂອງເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ໄດ້ເຂົ້າພົບທ່ານ ສົມສະໜິດ, ຮອງເຈົ້າແຂວງ ແຂວງ ຈໍາປາສັກ

ໃນວັນທີ 10 ຕຸລາ 2019, ໃນນາມຜູ້ຖືຫຸ້ນຂອງບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ, ທ່ານ ຄໍາພົນ ນວນແສງສີ ປະທານຄະນະກໍາມະການຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຈໍາປາສັກ, ທ່ານ ວັນນະດາ ພົມມະສະຖິດ ປະທານ ບໍລິສັດ ສະຫວັນທີວີເອັສ ຄອນຊາວຕັນ ຈໍາກັດ, ທ່ານ Nobutoshi Takase, ປະທານ ບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ໄດ້ເຂົ້າພົບ ທ່ານ ສົມສະໜິດ ບຸດຕິວົງ, ຮອງເຈົ້າແຂວງ ແຂວງ ຈໍາປາສັກ. ໃນລະຫວ່າງການປະຊຸມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ຈໍາກັດ (PJSEZ) ໄດ້ລາຍງານສະພາບການພັດທະນາໃນປະຈຸບັນໃຫ້ທ່ານ ຮອງເຈົ້າແຂວງ ເພື່ອຮັບຊາບ. ທ່ານ ຮອງເຈົ້າແຂວງໄດ້ສະແດງຄວາມຂອບໃຈຕໍ່ທີມງານຂອງພວກເຮົາກ່ຽວກັບການລາຍງານດັ່ງກ່າວ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ສົ່ງເສີມການລົງທືນຂອງບັນດາບໍລິສັດຍີ່ປຸ່ນ ຢູ່ໃນເຂດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນໃຫ້ສຸດຄວາມສາມາດໃນຕໍ່ໜ້າ.

ການຝຶກອົບຮົມກ່ຽວກັບວິສະວະກອນໄຟຟ້າໃຫ້ບໍລິສັດຜູ້ເຊົ່າໂຮງງານຢູ່ທີ່ປະເທດໄທ

ໃນລະຫວ່າງວັນທີ 7 ເຖິງ 11 ຕຸລາ 2019, ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດໄດ້ຈັດສໍາມະນາກ່ຽວກັບການສ້ອມແປງບໍາລຸງຮັກສາ ແລະ ລະບົບໄຟຟ້າໂຮງງານໃຫ້ແກ່ບັນດາບໍລິສັດຍີ່ປຸ່ນທີ່ລົງທືນໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ຢູ່ທີ່ສະຖາບັນໄທ-ເຢຍລະມັນ,ບາງກອກ,ປະເທດໄທ ພາຍໃຕ້ການການສະໜັບສະໜູນທືນໂດຍສະມາຄົມເພື່ອການຮ່ວມມືດ້ານວິຊາການຕ່າງປະເທດ ແລະ ການຮ່ວມມືແບບຍືນຍົງ (AOTS), ທິປຶກສາຄະນະມົນຕີເສດຖະກິດອາຊຽນ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ – ດ້ານເສດຖະກິດ ແລະໂຄງການຄະນະກໍາມະການຮ່ວມມືອຸດສາຫະກໍາ(AMEICC),ເຊິ່ງມີນັກວິຊາການຄົນລາວເຂົ້າຮ່ວມທັງໝົດ 9 ທ່ານທີ່ມາຈາກ 4 ບໍລິສັດຜູ້ເຊົ່າຢູ່ໃນເຂດ. ການຝຶກອົບຮົມຄັ້ງນີ້ບັນດານັກວິຊາການໄດ້ຮຽນຮູ້ການປະກອບວົງຈອນໄຟຟ້າຂະໜາດນ້ອຍ ແລະ ລະບົບການເຮັດວຽກຂອງເຊັນເຊີເຊັ່ນວ່າເຄື່ອງຄວບຄຸມໂປແກຼມ(PLC) ທີ່ໃຊ້ສໍາລັບຄວບຄຸມສາຍປະກອບຂອງໂຮງງານຜະລິດເຄື່ອງຈັກອັດຕະໂນມັດ. ນອກຈາກນີ້ພວກເຂົາຍັງໄດ້ຮຽນຮູ້ທັກສະໃໝ່ໆຫຼາຍຢ່າງທີ່ມີຄວາມສຳຄັນໃນການປະຕິບັດງານຕົວຈິງຢູ່ພາຍໃນບໍລິສັດຂອງພວກເຂົາແລະ ນຳໃຊ້ຄວາມຮູ້ທີ່ໄດ້ຮຽນມານັ້ນເພື່ອປະກອບສ່ວນເຂົ້າໃນການພັດທະນາບໍລິສັດຜູ້ເຊົ່າໃຫ້ໄດ້ຮັບຜົນສຳເລັດຍິ່ງຂື້ນ.

ພິທີເຊັນບົດບັນທຶກ MOC ຮ່ວມກັບ JETROL ເພື່ອດຶງດູດການລົງທຶນຂອງຍີ່ປຸ່ນ ຢູ່ໃນ ສປປ ລາວ

ວັນທີ 3 ກັນຍາ 2019, ບໍລິສັດ ພັດທະນາເຂດເສດຖະກິດສະເພາະປາກເຊ – ຍີ່ປຸ່ນ ຈໍາກັດໄດ້ເຊັນບົດບັນທຶກການຮ່ວມມື (MOC) ຮ່ວມກັບອົງການສົ່ງເສີມການຄ້າຍີປຸ່ນ (JETRO) ໂດຍມີວັດຖຸປະສົງເພື່ອການຮ່ວມມື ແລະ ສົ່ງເສີມການລົງທືນ ແລະ ບັນດາບໍລິສັດຍີ່ປຸ່ນໃນສປປລາວ ຢູ່ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງ ແຜນການ ແລະ ການລົງທືນ. ໃນວັນດຽວກັນ, ອົງການສົ່ງເສີມການຄ້າຍີປຸ່ນ (JETRO)ກໍ່ໄດ້ເຊັນບົດບັນທຶກທີ່ຄ້າຍຄືກັນກັບເຂດເສດຖະກິດພິເສດອື່ນໆໃນລາວເຊັ່ນວ່າ ເຂດພັດທະນາກວມລວມໄຊເສດຖາ, ເຂດເສດຖະກິດພິເສດສະຫວັນ – ເຊໂນ, ເຂດເສດຖະກິດພິເສດວິຕາ-ປາກ, ແລະ ເລັ່ງການ ແລກປ່ຽນຂໍ້ມູນຂ່າວສານໃນແຕ່ລະເຂດເສດຖະກິດພິເສດເຊິ່ງກັນແລະກັນ.

ປະກາດຮັບສະໝັກພະນັກງານຜູ້ຈັດການໂຮງງານ ດ່ວນ

ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ ຕ້ອງການເພື່ອນຮ່ວມງານ 1 ຕໍາແໜ່ງຄື: ຜູ້ຈັດການໂຮງງານ # ເງື່ອນໄຂຂອງຜູ້ສະມັກ: – ເພດ ຍິງ ຫຼື ຊາຍ – ອາຍຸ 25-40 ປີ – ຈົບຂະແໜງ ບໍລິຫານທຸລະກິດ ຫຼື ສາຂາທີ່ກ່ຽວຂ້ອງ. – ມີປະສົບການເຮັດວຽກມາກ່ອນຢ່າງໜ້ອຍ 3 ປີ ຂື້ນໄປ. – ສາມາດເວົ້າ, ຟັງ, ອ່ານ ແລະ ຂຽນ ພາສາຍີ່ປຸ່ນ ຫຼື ພາສາອັງກິດໄດ້ເປັນຢ່າງດີ. – ສາມາດນໍາໃຊ້ Microsoft Offices ແລະ Internet ເປັນຢ່າງດີ. – ມີຄວາມຫ້າວຫານໃນການເຮັດວຽກ ແລະ ມະນຸດສໍາພັນດີ. – ຄ່າຕອບແທນສູງ # ກະລຸນາສົ່ງເອກະສານເຂົ້າມາສະມັກໄດ້ທີ່: ສໍານັກງານ ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ, ບ້ານ ຫລັກ 19, ເມືອງ ປະທຸມພອນ, ແຂວງ ຈໍາປາສັກ,...

ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ( MOU) ຮ່ວມກັບສວນຢາມາໂມໂຕະ ຟາມ ເພື່ອການຮ່ວມມື.

ວັນທີ 22 ມິຖຸນາ 2019, ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU)ຮ່ວມກັບສວນຢາມາໂມໂຕະ ຟາມ ເພື່ອຮ່ວມມືກັນດຶ່ງດູດການລົງທຶນດ້ານອຸດສາຫະກໍາປຸງແຕ່ງການກະສິກໍາ ແລະ ອາຫານ ເຂົ້າສູ່ທາງພາກໃຕ້ຂອງ ສປປ ລາວ ໂດຍສະເພາະ ປູກພຶດກະສິກໍາຢູ່ທີ່ ສວນຢາມາໂມໂຕະ ຟາມ ແລະ ປຸງແຕ່ງສິນຄ້າກະສິກໍາຢູ່ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ, ແຂວງ ຈໍາປາສັກ ເພື່ອຈໍາໜ່າຍຢູ່ພາຍໃນປະເທດ ແລະ ສົ່ງອອກຕ່າງປະເທດ. ພ້ອມກັນນັ້ນ, ການຮ່ວມມືດ້ານການກະສິກໍາ ແລະ ອຸດສາຫະກໍາ ແມ່ນເພື່ອແນ່ໃສ່ການສະໜັບສະໜູນທາງດ້ານຄວາມໝັ້ນຄົງ ແລະ ຄວາມປອດໄພ ຂອງບັນດາບໍລິສັດຍີ່ປຸ່ນ.

ໂຮງອາຫານ PJ ເປີດບໍລິການແລ້ວ.

ໂຮງອາຫານ PJ ເປີດບໍລິການແລ້ວ, ພວກເຮົາມີເມນູອາຫານ ແລະ ເຄື່ອງດື່ມຫຼາກຫຼາຍລາຍການໄວ້ຄ່ອຍບໍລິການບັນດາພະນັກງານ, ລູກຄ້າຜູ້ເຊົ່າໂຮງງານ, ກໍາມະກອນ ແລະ ແຂກທີ່ເຂົ້າມາພົວພັນວຽກພາຍໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ. ພວກເຮົາຂໍເຊີນຊວນບັນດາທ່ານເຂົ້າມາອຸດໜູນ ແລະ ລອງເມນູອາຫານ, ພວກເຮົາຮັບປະກັນວ່າ ທ່ານຈະບໍ່ຜິດຫວັງແນ່ນອນເລື່ອງຄວາມແຊບ ແລະ ລາຄາກໍ່ເປັນກັນເອງ (5,000 ກີບຕໍ່ເມນູ).

ການສໍາມະນາ AOTS 5S

ວັນທີ 20 ພຶດສະພາ 2019, ໄດ້ມີການຈັດສໍາມະນາ AOTS 5s ຂື້ນຢູ່ທີ່ ໂຮງແຮມຈໍາປາສັກແກຣນ, ແຂວງ ຈໍາປາສັກ, ສປປ ລາວ. ການຈັດສໍາມະນາຄັ້ງນີ້ໂດຍມີຈຸດປະສົ່ງ ເພື່ອຍົກລະດັບທັກສະ ຄວາມຮູ້ຄວາມສາດໃຫ້ແກ່ບັນດານັກວິຊາການຄົນລາວ ຜູ້ທີ່ພວມເຮັດວຽກນໍາບັນດາບໍລິສັດ ຍີ່ປຸ່ນ ຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ ແລະ ວິຊາຫະກິດຕ່າງໆ ຢູ່ພາຍໃນແຂວງ ຈໍາປາສັກ ພາຍໃຕ້ການສະໜັບສະໜູນຂອງອົງການ AOTS ແລະ ລັດຖະບານຍີ່ປຸ່ນ.    

ບໍລິສັດ ASEAN FARM CO., LTD. ໄດ້ຮັບໃບອະນຸຍາດລົງທຶນຢູ່ໃນ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

ບໍລິສັດ ASEAN FARM CO., LTD. (Chuo-ku, ຈາກ ໂຕກຽວ, ປະເທດຍີ່ປຸ່ນ) ໄດ້ຕັດສິນໃຈລົງທຶນຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາ ຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ເພື່ອຂົ້ວໝາກກາແຟ ແລະ ປຸ່ງແຕ່ງຜະລິດຕະພັນກາແຟຈາກ ພູພຽງບໍລິເວນ ເພື່ອສົ່ງອອກສູ່ຕະຫຼາດຍີ່ປຸ່ນ. ສໍາລັບເຂດພວກເຮົາ ນີ້ເປັນການຮ່ວມມືຄັ້ງທໍາອິດ ລະຫວ່າງຂະແໜງກະສິກໍາ ແລະ ເຂດເສດຖະກິດພິເສດນິ ຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ.

ມະຫາວິທະຍາໄລ Kobe, ວິທະຍາໄລບັນດິດ ແລະ ການຮ່ວມມືສາກົນ ໄດ້ເຂົ້າມາຢ້ຽມຢາມ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

ທ່ານ ອາຈານ Nobuaki Matsunaga ມາຈາກ ມະຫາວິທະຍາໄລ Kobe, ວິທະຍາຍໄລບັນດິດ ແລະ ການຮ່ວມມືສາກົນຂອງປະເທດຍີ່ປຸ່ນ ໄດ້ເຂົ້າມາຢ້ຽມຢາມ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ. ທ່ານ ອາຈານ Nobuaki Matsunaga ເຄີ່ຍເຂົ້າມາເຮັດວຽກນໍາອົງການ JICA ປະຈໍາ ສປປ ລາວ ເປັນເວລາ 2 ປີ ແຕ່ ປີ 2003  ເພື່ອເປັນຊຽວຊັນໃຫ້ແກ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຂອງມະຫາວິທະຍາໄລ ແຫ່ງຊາດ ລາວ. ນອກຈາກນັ້ນ, ທ່ານ ອາຈານ Nobuaki Matsunaga ຍັງໄດ້ແປດໍາລັດສະບັບເລກທີ່: 177 ວ່າດ້ວຍເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ກ່ຽວຂ້ອງກັບ ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ສະບັບພາສາລາວ ເປັນພາສາຍີ່ປຸ່ນ ເຊິ່ງໄດ້ກາຍເປັນທີ່ຮູ້ຈັກກັນດີຂອງບັນດາບໍລິສັດ ຍີ່ປຸ່ນ.

ເລີ່ມຕົ້ນດໍາເນີນການກໍ່ສ້າງໂຮງງານໃຫ້ເຊົ່າຫຼັງທີ່ 2.

ໂຮງງານໃຫ້ເຊົ່າຫຼັງທີ່ 1 ໄດ້ຮັບການຈັບຈອງ ແລະ ເຊົ່າເຕັມ ເປັນທີ່ຮຽບຮ້ອຍ ໂດຍບໍລິສັດ ຜູ້ເຊົ່າໂຮງງານ ແລະ ໂຮງງານໃຫ້ເຊົ່າຫຼັງທີ່ 2 ພວມເລີ່ມຕົ້ນດໍາເນີນການກໍ່ສ້າງ ເຊີ່ງໂຮງງານໃຫ້ເຊົ່າຫຼັງທີ່2 ມີຄວາມຄືບໜ້າໄປດ້ວຍດີ, ໄດ້ຮັບຄວາມສົນໃຈ ແລະ ຕ້ອງການຈາກນັກລົງທຶນຕ່າງປະເທດຈໍານວນຫຼາຍ. ໂຮງງານໃຫ້ເຊົ່າຫຼັງທີ່ 2 ປະກອບມີ 2 ອາຄານ ແລະ ແບ່ງອອກເປັນ 12 ຫ້ອງ, ຖ້າທ່ານໃດມີຄວາມສົນໃຈ ກະລຸນາຕິດຕໍ່ຫາພວກເຮົາໄດ້ທຸກເວລາ. [ສະພາບລວມຂອງການກໍ່ສ້າງໂຮງງານໃຫ້ເຊົ່າຫຼັງທີ່ 2]:  ພື້ນທີ່: 15,120 m2 ເນື້ອທີ່ພື້ນທັງໝົດ:  6,480 m2 (540 m2 x 12 ຫ້ອງ) ໂຄງສ້າງຫຼັກ: ອາຄານໂຄງເຫຼັກ ຫຼັງຄາ: ສັງກາສີ ຟາດ້ານນອກ: ສັງກາສີ ແລະ ດີນກໍ່, ບົກປູນ ສູງ 1 ແມັດ ພື້ນ: ຄອນກິດທີ່ສາມາດຮອງຮັບນໍ້າໜັກໄດ້ເຖິງ 2 ໂຕນ/ຕາແມັດ ລະບົບໄຟຟ້າ:  ແລ່ນສາຍໄຟຟ້າແຮງສູງ 22KV ໃສ່ແຕ່ລະຫ້ອງທົ່ວອາຄານໂຮງງານ ອຸປະກອນສະໜອງນໍ້າ: ເຊື່ອມຕໍ່ກັບລະບົບສະໜອງນໍ້າຂອງເຂດ, ຕິດຕັ້ງໝໍ້ນັບປະລິມານນໍ້າໃສ່ແຕ່ລະຫ້ອງ ອຸປະກອນສຸຂາພິບານ:...

Next Blog