ຂໍ້ມູນການສະໝັກງານ

ໂຮງອາຫານ PJ ເປີດບໍລິການແລ້ວ.

ໂຮງອາຫານ PJ ເປີດບໍລິການແລ້ວ, ພວກເຮົາມີເມນູອາຫານ ແລະ ເຄື່ອງດື່ມຫຼາກຫຼາຍລາຍການໄວ້ຄ່ອຍບໍລິການບັນດາພະນັກງານ, ລູກຄ້າຜູ້ເຊົ່າໂຮງງານ, ກໍາມະກອນ ແລະ ແຂກທີ່ເຂົ້າມາພົວພັນວຽກພາຍໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ. ພວກເຮົາຂໍເຊີນຊວນບັນດາທ່ານເຂົ້າມາອຸດໜູນ ແລະ ລອງເມນູອາຫານ, ພວກເຮົາຮັບປະກັນວ່າ ທ່ານຈະບໍ່ຜິດຫວັງແນ່ນອນເລື່ອງຄວາມແຊບ ແລະ ລາຄາກໍ່ເປັນກັນເອງ (5,000 ກີບຕໍ່ເມນູ).

ການສໍາມະນາ AOTS 5S

ວັນທີ 20 ພຶດສະພາ 2019, ໄດ້ມີການຈັດສໍາມະນາ AOTS 5s ຂື້ນຢູ່ທີ່ ໂຮງແຮມຈໍາປາສັກແກຣນ, ແຂວງ ຈໍາປາສັກ, ສປປ ລາວ. ການຈັດສໍາມະນາຄັ້ງນີ້ໂດຍມີຈຸດປະສົ່ງ ເພື່ອຍົກລະດັບທັກສະ ຄວາມຮູ້ຄວາມສາດໃຫ້ແກ່ບັນດານັກວິຊາການຄົນລາວ ຜູ້ທີ່ພວມເຮັດວຽກນໍາບັນດາບໍລິສັດ ຍີ່ປຸ່ນ ຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ ແລະ ວິຊາຫະກິດຕ່າງໆ ຢູ່ພາຍໃນແຂວງ ຈໍາປາສັກ ພາຍໃຕ້ການສະໜັບສະໜູນຂອງອົງການ AOTS ແລະ ລັດຖະບານຍີ່ປຸ່ນ.    

ບໍລິສັດ ASEAN FARM CO., LTD. ໄດ້ຮັບໃບອະນຸຍາດລົງທຶນຢູ່ໃນ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

ບໍລິສັດ ASEAN FARM CO., LTD. (Chuo-ku, ຈາກ ໂຕກຽວ, ປະເທດຍີ່ປຸ່ນ) ໄດ້ຕັດສິນໃຈລົງທຶນຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາ ຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ເພື່ອຂົ້ວໝາກກາແຟ ແລະ ປຸ່ງແຕ່ງຜະລິດຕະພັນກາແຟຈາກ ພູພຽງບໍລິເວນ ເພື່ອສົ່ງອອກສູ່ຕະຫຼາດຍີ່ປຸ່ນ. ສໍາລັບເຂດພວກເຮົາ ນີ້ເປັນການຮ່ວມມືຄັ້ງທໍາອິດ ລະຫວ່າງຂະແໜງກະສິກໍາ ແລະ ເຂດເສດຖະກິດພິເສດນິ ຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ.

ມະຫາວິທະຍາໄລ Kobe, ວິທະຍາໄລບັນດິດ ແລະ ການຮ່ວມມືສາກົນ ໄດ້ເຂົ້າມາຢ້ຽມຢາມ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

ທ່ານ ອາຈານ Nobuaki Matsunaga ມາຈາກ ມະຫາວິທະຍາໄລ Kobe, ວິທະຍາຍໄລບັນດິດ ແລະ ການຮ່ວມມືສາກົນຂອງປະເທດຍີ່ປຸ່ນ ໄດ້ເຂົ້າມາຢ້ຽມຢາມ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ. ທ່ານ ອາຈານ Nobuaki Matsunaga ເຄີ່ຍເຂົ້າມາເຮັດວຽກນໍາອົງການ JICA ປະຈໍາ ສປປ ລາວ ເປັນເວລາ 2 ປີ ແຕ່ ປີ 2003  ເພື່ອເປັນຊຽວຊັນໃຫ້ແກ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຂອງມະຫາວິທະຍາໄລ ແຫ່ງຊາດ ລາວ. ນອກຈາກນັ້ນ, ທ່ານ ອາຈານ Nobuaki Matsunaga ຍັງໄດ້ແປດໍາລັດສະບັບເລກທີ່: 177 ວ່າດ້ວຍເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ກ່ຽວຂ້ອງກັບ ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ສະບັບພາສາລາວ ເປັນພາສາຍີ່ປຸ່ນ ເຊິ່ງໄດ້ກາຍເປັນທີ່ຮູ້ຈັກກັນດີຂອງບັນດາບໍລິສັດ ຍີ່ປຸ່ນ.

ເລີ່ມຕົ້ນດໍາເນີນການກໍ່ສ້າງໂຮງງານໃຫ້ເຊົ່າຫຼັງທີ່ 2.

ໂຮງງານໃຫ້ເຊົ່າຫຼັງທີ່ 1 ໄດ້ຮັບການຈັບຈອງ ແລະ ເຊົ່າເຕັມ ເປັນທີ່ຮຽບຮ້ອຍ ໂດຍບໍລິສັດ ຜູ້ເຊົ່າໂຮງງານ ແລະ ໂຮງງານໃຫ້ເຊົ່າຫຼັງທີ່ 2 ພວມເລີ່ມຕົ້ນດໍາເນີນການກໍ່ສ້າງ ເຊີ່ງໂຮງງານໃຫ້ເຊົ່າຫຼັງທີ່2 ມີຄວາມຄືບໜ້າໄປດ້ວຍດີ, ໄດ້ຮັບຄວາມສົນໃຈ ແລະ ຕ້ອງການຈາກນັກລົງທຶນຕ່າງປະເທດຈໍານວນຫຼາຍ. ໂຮງງານໃຫ້ເຊົ່າຫຼັງທີ່ 2 ປະກອບມີ 2 ອາຄານ ແລະ ແບ່ງອອກເປັນ 12 ຫ້ອງ, ຖ້າທ່ານໃດມີຄວາມສົນໃຈ ກະລຸນາຕິດຕໍ່ຫາພວກເຮົາໄດ້ທຸກເວລາ. [ສະພາບລວມຂອງການກໍ່ສ້າງໂຮງງານໃຫ້ເຊົ່າຫຼັງທີ່ 2]:  ພື້ນທີ່: 15,120 m2 ເນື້ອທີ່ພື້ນທັງໝົດ:  6,480 m2 (540 m2 x 12 ຫ້ອງ) ໂຄງສ້າງຫຼັກ: ອາຄານໂຄງເຫຼັກ ຫຼັງຄາ: ສັງກາສີ ຟາດ້ານນອກ: ສັງກາສີ ແລະ ດີນກໍ່, ບົກປູນ ສູງ 1 ແມັດ ພື້ນ: ຄອນກິດທີ່ສາມາດຮອງຮັບນໍ້າໜັກໄດ້ເຖິງ 2 ໂຕນ/ຕາແມັດ ລະບົບໄຟຟ້າ:  ແລ່ນສາຍໄຟຟ້າແຮງສູງ 22KV ໃສ່ແຕ່ລະຫ້ອງທົ່ວອາຄານໂຮງງານ ອຸປະກອນສະໜອງນໍ້າ: ເຊື່ອມຕໍ່ກັບລະບົບສະໜອງນໍ້າຂອງເຂດ, ຕິດຕັ້ງໝໍ້ນັບປະລິມານນໍ້າໃສ່ແຕ່ລະຫ້ອງ ອຸປະກອນສຸຂາພິບານ:...

ນັກສຶກສາຈາກມະຫາວິທະຍາໄລ ຈໍາປາສັກ ເຂົ້າທັດສະນະສຶກສາຢູ່ໃນ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

ວັນທີ 11 ທັນວາ 2018, ຂະບວນນັກສຶກສາຈາກມະຫາວິທະຍາໄລຈໍາປາສັກໄດ້ເຂົ້າມາທັດສະນະສຶກສາຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນໂດຍການສະໜັບສະໜູນຂອງອົງການ AOTS ເຊີ່ງມີຈໍານວນນັກສຶກສາທັງໝົດ 26 ຄົນ ແລະ ຜູ້ອຸປະທໍາ 6 ຄົນກໍ່ໄດ້ເຂົ້າຊົມຖານການຜະລິດຂອງບັນດາບໍລິສັດທີ່ພວມດໍາເນີນກິດຈະກໍາພາຍໃນເຂດ. ນອກຈາກນັ້ນ, ພວກເຂົາຍັງໄດ້ຮັບຟັງການບັນຍາຍກ່ຽວກັບສະພາບການພັດທະນາ ແລະ ລະບົບການເຮັດວຽກຢູ່ພາຍໃນເຂດ PJSEZ ອີກດ້ວຍ. ພວກເຮົາຂໍສະແດງຄວາມຂອບໃຈມາຍັງທີມງານ ແລະ ຂະບວນນັກສຶກສາທີ່ໄດ້ເຂົ້າມາຢ້ຽມຢາມເຂດພິເສດຂອງພວກເຮົາ.

ສູນສົ່ງເສີມອຸດສາຫະກໍາ Kanagawa (KIP) ໄດ້ເຂົ້າມາຢ້ຽມຢາມ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

ວັນທີ 18 ພະຈິກ 2018, ທາງ ສູນສົ່ງເສີມອຸດສາຫະກໍາ Kanagawa (KIP) ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ແລະ ແລກປຽ່ນກ່ຽວກັບວຽກງານແນວຄິດທີ່ພວກປະຕິບັດຢູໃນປະຈຸບັນ.

ການເຂົ້າພົບທ່ານ ປອ ບຸນຖົງ ດີວີໄຊ, ເຈົ້າແຂວງ ແຂວງ ຈໍາປາສັກ.

ໃນເດືອນ ຕຸລາ 2018, ນັກລົງທຶນຍີ່ປຸ່ນ ຂອງເຂດເສດຖະກິດພິເສດ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ແລະ ບໍລິສັດ Nishimatsu Construction Co., Ltd. ໄດ້ເຂົ້າພົບທ່ານ ປອ ບຸນຖົງ ດີວີໄຊ, ເຈົ້າແຂວງ ແຂວງ ຈໍາປາສັກ.

ການສໍາມະນາກ່ຽວກັບການສະຫຼຸບບັນຊີວິສາຫະກິດ ແລະ ການຈ່າຍພາສີ-ອາກອນຕ່າງໆ ໃຫ້ແກ່ພະນັກງານບັນຊີຂອງບໍລິສັດຜູ້ເຊົ່າໂຮງງານ.

ວັນທີ 18 ກັນຍາ 2019, ທາງ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ ໄດ້ຈັດສໍາມະນາເຜີ່ຍແຜ່ກ່ຽວກັບ ການສະຫຼຸບບັນຊີວິສາຫະກິດ ແລະ ການຈ່າຍພາສີ-ອາກອນຕ່າງໆ ໃຫ້ແກ່ພະນັກງານບັນຊີຂອງບໍລິສັດຜູ້ເຊົ່າໂຮງງານ ຢູ່ທີ່ຫ້ອງປະຊຸມຂອງເຂດ PJSEZ. ພວກເຮົາຈະສືບຕໍ່ຈັດກິດກໍາແບບນີ້ ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມບັນດາບໍລິສັດຜູ້ເຊົາໂຮງງານຂອງພວກເຮົາ.

ໂຄງການເຍົາວະຊົນຍີ່ປຸ່ນດີເດັ່ນ ເປັນພາລະກິດໜຶ່ງຂອງໂຄງການແລກປ່ຽນ ແລະ ພັດທະນາເຍົາວະຊົນນານາຊາດ.

ໂຄງການການແລກປ່ຽນ ແລະ ພັດທະນາເຍົາວະຊົນນານາຊາດ ແມ່ນໂຄງການທີ່ສ້າງຕັ້ງຂຶ້ນໂດຍລັດຖະບານຍີ່ປຸ່ນ ເພື່ອເປັນການລະນຶກເຖິງການແຕ່ງງານ ຂອງສົມເດັດພະບໍລົມໂອສານທິລາດສະຍາມມົງກຸດລາດຊະກຸມານໃນປີ 1993, ການຈັດແຈງຊາວໜຸ່ມຍີ່ປຸ່ນຢູ່ຕ່າງປະເທດ, ຈຸດປະສົງແມ່ນເພື່ອຝຶກອົບຮົມຊາວໜຸ່ມ ຜູ້ທີ່ສາມາດສະແດງໃຫ້ເຫັນຄວາມເປັນຜູ້ນໍາໃນຊຸມຊົນນານາຊາດ ແລະ ການພັດທະນາຢ່າງແຂງແຮງຂອງຊາວຫນຸ່ມ. ຄັ້ງນີ້ປະກອບມີຊ່າວໜຸ່ມ 14 ຄົນ ທີ່ມາຈາກປະເທດຍີ່ປຸ່ນ (ຫົວໜ້າທີມ 1 ທ່ານ, ຮອງຫົວຫນ້າທີມ 1 ຄົນ, ນັກຮຽນ 12 ຄົນ) ໄດ້ມາຢ້ຽມຢາມ ລາວ ແລະ ພົບປະກັບຊາວຫນຸ່ມລາວ, ການຢ້ຽມຢາມ ແລະ ຮຽນຮູ້ປະສົບການຈາກການເຮັດກິດຈະກໍາທາງສັງຄົມ, ອຸດສາຫະກໍາ, ວັດທະນະທໍາ, ການສຶກສາ, ສິ່ງແວດລ້ອມ ແລະ ອື່ນໆ ຢູ່ໃນ ສປປ ລາວ. ວັນທີ 12-14 ກັນຍາ 2018, ພວກເຂົາໄດ້ມາຮອດ ປາກເຊ ແລະ ໄດ້ເຂົ້າຢ້ຽມຊົມຖານການຜະລິດຂອງບັນດາໂຮງງານ ແລະ ພົບປະກັບນັກສຶກສາ ຂອງວິທະຍາໄລເຕັກນິກ-ວິຊາຊີບ ຈໍາປາສັກ.

Next Blog