ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ມະຫາວິທະຍາໄລ Kobe, ວິທະຍາໄລບັນດິດ ແລະ ການຮ່ວມມືສາກົນ ໄດ້ເຂົ້າມາຢ້ຽມຢາມ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

ມະຫາວິທະຍາໄລ Kobe, ວິທະຍາໄລບັນດິດ ແລະ ການຮ່ວມມືສາກົນ ໄດ້ເຂົ້າມາຢ້ຽມຢາມ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

ທ່ານ ອາຈານ Nobuaki Matsunaga ມາຈາກ ມະຫາວິທະຍາໄລ Kobe, ວິທະຍາຍໄລບັນດິດ ແລະ ການຮ່ວມມືສາກົນຂອງປະເທດຍີ່ປຸ່ນ ໄດ້ເຂົ້າມາຢ້ຽມຢາມ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

ທ່ານ ອາຈານ Nobuaki Matsunaga ເຄີ່ຍເຂົ້າມາເຮັດວຽກນໍາອົງການ JICA ປະຈໍາ ສປປ ລາວ ເປັນເວລາ 2 ປີ ແຕ່ ປີ 2003  ເພື່ອເປັນຊຽວຊັນໃຫ້ແກ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຂອງມະຫາວິທະຍາໄລ ແຫ່ງຊາດ ລາວ.

ນອກຈາກນັ້ນ, ທ່ານ ອາຈານ Nobuaki Matsunaga ຍັງໄດ້ແປດໍາລັດສະບັບເລກທີ່: 177 ວ່າດ້ວຍເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ກ່ຽວຂ້ອງກັບ ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ສະບັບພາສາລາວ ເປັນພາສາຍີ່ປຸ່ນ ເຊິ່ງໄດ້ກາຍເປັນທີ່ຮູ້ຈັກກັນດີຂອງບັນດາບໍລິສັດ ຍີ່ປຸ່ນ.