ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ( MOU) ຮ່ວມກັບສວນຢາມາໂມໂຕະ ຟາມ ເພື່ອການຮ່ວມມື.

ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ( MOU) ຮ່ວມກັບສວນຢາມາໂມໂຕະ ຟາມ ເພື່ອການຮ່ວມມື.

ວັນທີ 22 ມິຖຸນາ 2019, ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU)ຮ່ວມກັບສວນຢາມາໂມໂຕະ ຟາມ ເພື່ອຮ່ວມມືກັນດຶ່ງດູດການລົງທຶນດ້ານອຸດສາຫະກໍາປຸງແຕ່ງການກະສິກໍາ ແລະ ອາຫານ ເຂົ້າສູ່ທາງພາກໃຕ້ຂອງ ສປປ ລາວ ໂດຍສະເພາະ ປູກພຶດກະສິກໍາຢູ່ທີ່ ສວນຢາມາໂມໂຕະ ຟາມ ແລະ ປຸງແຕ່ງສິນຄ້າກະສິກໍາຢູ່ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ, ແຂວງ ຈໍາປາສັກ ເພື່ອຈໍາໜ່າຍຢູ່ພາຍໃນປະເທດ ແລະ ສົ່ງອອກຕ່າງປະເທດ. ພ້ອມກັນນັ້ນ, ການຮ່ວມມືດ້ານການກະສິກໍາ ແລະ ອຸດສາຫະກໍາ ແມ່ນເພື່ອແນ່ໃສ່ການສະໜັບສະໜູນທາງດ້ານຄວາມໝັ້ນຄົງ ແລະ ຄວາມປອດໄພ ຂອງບັນດາບໍລິສັດຍີ່ປຸ່ນ.