ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ເລີ່ມຕົ້ນດໍາເນີນການກໍ່ສ້າງໂຮງງານໃຫ້ເຊົ່າຫຼັງທີ່ 2.

ເລີ່ມຕົ້ນດໍາເນີນການກໍ່ສ້າງໂຮງງານໃຫ້ເຊົ່າຫຼັງທີ່ 2.

ໂຮງງານໃຫ້ເຊົ່າຫຼັງທີ່ 1 ໄດ້ຮັບການຈັບຈອງ ແລະ ເຊົ່າເຕັມ ເປັນທີ່ຮຽບຮ້ອຍ ໂດຍບໍລິສັດ ຜູ້ເຊົ່າໂຮງງານ ແລະ ໂຮງງານໃຫ້ເຊົ່າຫຼັງທີ່ 2 ພວມເລີ່ມຕົ້ນດໍາເນີນການກໍ່ສ້າງ ເຊີ່ງໂຮງງານໃຫ້ເຊົ່າຫຼັງທີ່2 ມີຄວາມຄືບໜ້າໄປດ້ວຍດີ, ໄດ້ຮັບຄວາມສົນໃຈ ແລະ ຕ້ອງການຈາກນັກລົງທຶນຕ່າງປະເທດຈໍານວນຫຼາຍ.

ໂຮງງານໃຫ້ເຊົ່າຫຼັງທີ່ 2 ປະກອບມີ 2 ອາຄານ ແລະ ແບ່ງອອກເປັນ 12 ຫ້ອງ, ຖ້າທ່ານໃດມີຄວາມສົນໃຈ ກະລຸນາຕິດຕໍ່ຫາພວກເຮົາໄດ້ທຸກເວລາ.

[ສະພາບລວມຂອງການກໍ່ສ້າງໂຮງງານໃຫ້ເຊົ່າຫຼັງທີ່ 2]:

  •  ພື້ນທີ່: 15,120 m2
  • ເນື້ອທີ່ພື້ນທັງໝົດ:  6,480 m2 (540 m2 x 12 ຫ້ອງ)
  • ໂຄງສ້າງຫຼັກ: ອາຄານໂຄງເຫຼັກ
  • ຫຼັງຄາ: ສັງກາສີ
  • ຟາດ້ານນອກ: ສັງກາສີ ແລະ ດີນກໍ່, ບົກປູນ ສູງ 1 ແມັດ
  • ພື້ນ: ຄອນກິດທີ່ສາມາດຮອງຮັບນໍ້າໜັກໄດ້ເຖິງ 2 ໂຕນ/ຕາແມັດ
  • ລະບົບໄຟຟ້າ:  ແລ່ນສາຍໄຟຟ້າແຮງສູງ 22KV ໃສ່ແຕ່ລະຫ້ອງທົ່ວອາຄານໂຮງງານ
  • ອຸປະກອນສະໜອງນໍ້າ: ເຊື່ອມຕໍ່ກັບລະບົບສະໜອງນໍ້າຂອງເຂດ, ຕິດຕັ້ງໝໍ້ນັບປະລິມານນໍ້າໃສ່ແຕ່ລະຫ້ອງ
  • ອຸປະກອນສຸຂາພິບານ: ຕິດຕັ້ງຖັງບໍາບັດສໍາລັບຫ້ອງນໍ້າຮັບແຂກ ແລະ ຫ້ອງນໍ້າພະນັກງານເຊື່ອມຕໍ່ລະບົບນໍ້າເສຍ ໃສ່ລະບົບນໍ້າເສຍຂອງເຂດ
  • ສິ່ງອໍານວຍຄວາມສະດວກອຶ່ນໆ: ທາງເຂົ້າ, ສະຖານທີ່ຈອດລົດທີ່ປູດ້ວຍຄອນກິດ, ຮ່ອງລະບາຍນໍ້າຝົນ,ໄຟເຍື່ອງພາຍນອກອາຄາ, ພື້ນທີ່ວ່າງ, ປະຕູເຂົ້າ-ອອກ ແລະ ປ້ອມຍາມ