ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ນັກສຶກສາຈາກມະຫາວິທະຍາໄລ ຈໍາປາສັກ ເຂົ້າທັດສະນະສຶກສາຢູ່ໃນ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

ນັກສຶກສາຈາກມະຫາວິທະຍາໄລ ຈໍາປາສັກ ເຂົ້າທັດສະນະສຶກສາຢູ່ໃນ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

ວັນທີ 11 ທັນວາ 2018, ຂະບວນນັກສຶກສາຈາກມະຫາວິທະຍາໄລຈໍາປາສັກໄດ້ເຂົ້າມາທັດສະນະສຶກສາຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນໂດຍການສະໜັບສະໜູນຂອງອົງການ AOTS ເຊີ່ງມີຈໍານວນນັກສຶກສາທັງໝົດ 26 ຄົນ ແລະ ຜູ້ອຸປະທໍາ 6 ຄົນກໍ່ໄດ້ເຂົ້າຊົມຖານການຜະລິດຂອງບັນດາບໍລິສັດທີ່ພວມດໍາເນີນກິດຈະກໍາພາຍໃນເຂດ. ນອກຈາກນັ້ນ, ພວກເຂົາຍັງໄດ້ຮັບຟັງການບັນຍາຍກ່ຽວກັບສະພາບການພັດທະນາ ແລະ ລະບົບການເຮັດວຽກຢູ່ພາຍໃນເຂດ PJSEZ ອີກດ້ວຍ.

ພວກເຮົາຂໍສະແດງຄວາມຂອບໃຈມາຍັງທີມງານ ແລະ ຂະບວນນັກສຶກສາທີ່ໄດ້ເຂົ້າມາຢ້ຽມຢາມເຂດພິເສດຂອງພວກເຮົາ.