ໃນຄັ້ງວັນທີ 17-18 ກໍລະກົດ 2023, ພະແນກ ສະກັດກ້ານ ແລະ ຕ້ານອັກຄີໄພ ແຂວງຈໍາປາສັກ ໄດ້ເຂົ້າມາກວດກາລະບົບສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ອຸປະກອນປ້ອງກັນອັກຄີໄພອື່ນໆ ຂອງບັນດາບໍລິສັດຍີ່ປຸ່ນ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ. ຫຼັງຈາກນັ້ນ, ວັນທີ 19 ກໍລະກົດ 2023, ພະແນກ ສະກັດກັ້ນ ແລະ ຕ້ານອັກຄີໄພ ແຂວງຈໍາປາສັກ ກໍ່ໄດ້ຈັດສໍາມະນາກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ບັນດາພະນັກງານ ແລະ ແຮງງານ ທີ່ຖືກຄັດເລືອກມາຈາກ ແຕ່ລະບໍລິສັດຍີ່ປຸ່ນ ຢູ່ທີຫ້ອງປະຊຸມຂອງ ຂພສ ປາກເຊ-ຍີ່ປຸ່ນ. ການສໍາມະນາຄັ້ງນີ້, ບັນດານັກສໍາມະນາກອນໄດ້ຮຽນຮູ້ກ່ຽວກັບວິທີການນໍາໃຊ້ບັ້ງດັບໄພ ແລະ ອຸປະກອນປ້ອງກັນອັກຄີໄພອື່ນໆ ເພື່ອປ້ອງກັນຊັບຊິນຂອງບໍລິສັດ ແລະ ຮັບປະກັນໃຫ້ບັນດາບໍລິສັດຍີ່ປຸ່ນ ທີ່ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ສາມາດດໍາເນີນທຸລະກິດໄດ້ຢ່າງລັບລື່ນ ໂດຍປາສະຈາກຄວາມເສຍຫາຍຈາກເຫດອັກຄີໄພ ໃນອະນາຄົດ. ສຸດທ້າຍ, ພະແນກ ສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ອອກໃບຢັ້ງຢືນກ່ຽວການກວດກາ ແລະ ສໍາມະນາ ໃຫ້ແກ່ບັນດາບໍລິສັດຍີ່ປຸ່ນ ຢູ່ໃນ ຂພສ...
ບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈຳກັດ ທີ່ມີສ່ວນຮ່ວມ ແລະ ບໍລິຫານຈັດການເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ ໄດ້ມອບຄອມພິວເຕີໂນດບຸກ ຈໍານວນ 66 ເຄື່ອງ ໃຫ້ແກ່ບາງໂຮງຮຽນມັດທະຍົມຕອນຕົ້ນ ແລະ ໂຮງຮຽນວິຊາຊີບ ຢູ່ແຂວງຈໍາປາສັກ. ພິທີມອບ-ຮັບເຄື່ອງຄອມພິວເຕີໂນດບຸກ ໄດ້ຈັດຂຶ້ນໃນວັນທີ 30 ມີນາ 2023 ແລະ ໄດ້ມອບເຄື່ອງຄອມພິວເຕີໂນດບຸກດັ່ງກ່າວ ໃຫ້ແກ່ບາງໂຮງຮຽນວິຊາຊີບ ຢູ່ແຂວງຈຳປາສັກ, ໂຮງຮຽນມັດທະຍົມຕອນຕົ້ນ ຢູ່ເມືອງປະທຸມພອນ ແລະ ເມືອງບາຈຽງຈະເລີນສຸກ. ໃນໄລຍະຜ່ານມາ ບໍລິສັດ ນິຊິມັດຊຶ ກໍ່ສ້າງ ກໍ່ເຄີຍບໍລິຈາກເຄື່ອງຄອມພິວເຕີໃນລັກສະນະດຽວກັນນີ້ໃຫ້ແກ່ບາງໂຮງຮຽນຢູ່ແຂວງຈໍາປາສັກ ໃນປີ 2017 ແລະ 2019 ກ່ອນການລະບາດຂອງ COVID-19 ແລະ ຄັ້ງນີ້ຖືວ່າ ເປັນການບໍລິຈາກຄັ້ງທີສາມຂອງພວກເຂົາ. ເນື່ອງຈາກ ສປປ ລາວ ມີງົບປະມານຈໍາກັດໃນການສົ່ງເສີມດ້ານການສຶກສາ ແລະ ວຽກງານໄອທີ, ແຂວງຈຳປາສັກ, ພະແນກການທີ່ຕິດພັນກັບການສຶກສາ ແລະ ໂຮງຮຽນວິຊາຊີບ ແມ່ນມີຄວາມດີໃຈຫຼາຍ. ຕໍ່ກັບການຈັດກິດຈະກໍາດັ່ງກ່າວ, ບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈະສືບຕໍ່ປະກອບສ່ວນຊຸກຍູ້ດ້ານການສຶກສາຂອງບັນດາໂຮງຮຽນຢູ່ໃນ ສປປ ລາວ ຕື່ມອີກໃນຕໍ່ໜ້າ.
ວັນທີ 01 ກຸມພາ 2023, ກອງປະຊຸມປຶກສາຫາລື ຮ່ວມລະຫວ່າງ ພາກລັດ ແລະ ເອກະຊົນ ຍີ່ປຸ່ນ-ລາວ ແຂວງຈໍາປາສັກ ຄັ້ງທີ 2 ຖຶກຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ ສາຂາປາກເຊ, ສປປ ລາວ (JCCIL) ແລະ ແຂວງຈຳປາສັກ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງຈຳປາສັກ. ຝ່າຍຍີ່ປຸ່ນມີຜູ້ເຂົ້າຮ່ວມປະມານ 20 ທ່ານ, ໃນນັ້ນມີ ທ່ານ Kobayashi ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການ JICA, JETRO, JCCIL ແລະ ບັນດາບໍລິສັດສະມາຊິກເຂົ້າຮ່ວມ ເຊິ່ງຝ່າຍແຂວງຈຳປາສັກ ມີຜູ້ເຂົ້າຮ່ວມປະມານ 20 ທ່ານ, ໃນນັ້ນມີ ທ່ານ ປອ. ວິໄລວົງ ບຸດດາຄຳ, ເຈົ້າແຂວງ ແຂວງຈໍາປາສັກ ແລະ ຜູ້ຕາງໜ້າຈາກບັນດາພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ເພາະສະນັ້ນ, ຜູ້ເຂົ້າຮ່ວມທັງໝົດໃນຄັ້ງນີ້ມີປະມານ 40 ທ່ານ ຫຼືຫຼາຍກວ່ານັ້ນ. ການປຶກສາຫາລືຄັ້ງນີ້ ໄດ້ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ Kobayashi ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ...
ວັນທີ 24 ພະຈິກ 2022, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບທຸລະກິດ ແລະ ສິດທິມະນຸດໃຫ້ແກ່ ບໍລິສັດຍີ່ປຸ່ນຈຳນວນໜຶ່ງ ຢູ່ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ແລະ ພາກໃຕ້ຂອງລາວ ເພື່ອສ້າງຄວາມເຂົ້າໃຈເລິກເຊິງດ້ານທຸລະກິດ ແລະ ສິດທິມະນຸດ ລວມທັງກໍລະນີທຸລະກິດທີ່ເຄົາລົບສິດທິມະນຸດ ແລະ ຫຼັກການຊີ້ນໍາ ຂອງອົງການສະຫະປະຊາຊາດ ວ່າດ້ວຍທຸລະກິດ ແລະ ສິດທິມະນຸດ ແລະ ການກວດສອບຢ່າງຮອບຄອບດ້ານສິດທິມະນຸດ. ກອງປະຊຸມຝຶກອົບຮົມດັ່ງກ່າວ ໄດ້ຈັດຕັ້ງປະຕິບັດຮ່ວມໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ UNDP ເຊິ່ງໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກລັດຖະບານຍີ່ປຸ່ນ.
ຄະນະຜູ້ແທນຈາກພາລະກິດການລົງທຶນດ້ານການຜະລິດຂອງລາວ ທີ່ຈັດຂື້ນໂດຍອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ເພື່ອແນໃສ່ບັນດາຜູ້ຜະລິດຍີ່ປຸ່ນ ໄດ້ເດີນທາງເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ), ເຂດເສດຖະກິດພິເສດ ສະຫວັນ-ເຊໂນ, ເຂດພັດທະນາກວມລວມໄຊເສດຖາ ແລະ ເຂດໂລຈິດສຕິກນະຄອນຫຼວງວຽງຈັນພາກ ໃນລະຫວ່າງ ວັນທີ 14 ພະຈິກ 2022 ຫາ 18 ພະຈິກ 2022. ວັນທີ 14 ພະຈິກ 2022, ຄະນະຜູ້ແທນດັ່ງກ່າວໄດ້ເຂົ້າຢ້ຽມຂ່ຳນັບທ່ານເຈົ້າແຂວງ ແຂວງຈໍາປາສັກ ໃນຕອນເຊົ້າ ແລະ ໄດ້ເຂົ້າມາຢ້ຽມຢາມ ຂພສປຍ ໃນຕອນບ່າຍ. ທ່ານ Mochizuki, ຜູ້ອໍານວຍການໃຫຍ່ ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ ໄດ້ລາຍງານໃຫ້ຜູ້ເຂົ້າຮ່ວມຟັງກ່ຽວກັບສະພາບປະຈຸບັນຂອງ ຂພສປຍ ແລະ ຜະລິດຕະພັນທີ່ຜະລິດໂດຍບັນດາບໍລິສັດຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດ ຢູ່ໃນ ຂພສປຍ. ຫຼັງຈາກນັ້ນ, ຄະນະຜູ້ແທນດັ່ງກ່າວ ໄດ້ເຂົ້າໄປຢ້ຽມຊົມໂຮງງານຂອງບໍລິສັດ All Japan Budogu Lao ຈໍາກັດ ທີ່ຜະລິດຊຸດກິລາເຄນໂດ, ບໍລິສັດ Leonka World Lao ຈໍາກັດ ທີ່ຜະລິດວິກຜົມ ແລະ ບໍລິສັດ Daiwa Harness...
ວັນທີ 27 ກັນຍາ 2022, ພະນະທ່ານ ນ. Deena Joy Amatong, ເອກອັກຄະລັດຖະທູດຟີລິປິນ ປະຈໍາລາວ ພ້ອມດ້ວຍຄະນະ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ (ຄຂພສ) ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (ຂພສ ປາກເຊ-ຍີ່ປຸ່ນ). ພະນະທ່ານ ໄດ້ຮັບຟັງການລາຍກ່ຽວກັບສະພາບການພັດທະນາໃນປະຈຸບັນຂອງ ຂພສ ປາກເຊ-ຍີ່ປຸ່ນ ຈາກ ທ່ານ Mochizuki, ຜູ້ອໍານວຍການໃຫຍ່ຮ່ວມຂອງບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ, ທີ່ມາຈາກບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈໍາກັດ ປະເທດຍີ່ປຸ່ນ ເຊິ່ງເປັນຜູ້ພັດທະນາ ແລະ ບໍລິຫານຈັດການ ຂພສ ປາກເຊ-ຍີ່ປຸ່ນ. ຫຼັງຈາກນັ້ນ, ພະນະທ່ານ ກໍ່ໄດ້ເຂົ້າຢ້ຽມຊົມໂຮງງານຂອງບໍລິສັັດ ອໍເຈແປນ ບຸໂດງຸລາວ ຈໍາກັດ ແລະ ບໍລິສັດ ຊັງໂກ ລາວ ຈໍາກັດ ທີ່ພວມດໍາເນີນທຸລະກິດ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ຕື່ມອິກ.
ວັນທີ 23 ກັນຍາ 2022, ພະນະທ່ານ ນ. ປານີ ຢ່າທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງສປປ ລາວ ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ(ຂພສ ປາກເຊ-ຍີ່ປຸ່ນ). ພະນະທ່ານ ຮອງປະທານປະເທດ ໄດ້ເຂົ້າມາຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ໃນຄັ້ງນີ້ ຮ່ວມກັບ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງລັດຖະມົນຕີ ກະຊວງການເງິນ, ຮອງຜູ້ວ່າການ ທະນາຄານແຫ່ງສປປ ລາວ, ເຈົ້າແຂວງ ແຂວງຈໍາປາສັກ ພ້ອມດ້ຍຄະນະການນໍາຂັ້ນສູງຈາກສູນກາງ ແລະ ແຂວງຈໍາປາສັກ. ພະນະທ່ານ ໄດ້ຮັບຟັງການລາຍກ່ຽວກັບສະພາບການພັດທະນາໃນປະຈຸບັນຂອງ ຂພສ ປາກເຊ-ຍີ່ປຸ່ນ ຈາກ ທ່ານ Mochizuki, ຜູ້ອໍານວຍການໃຫຍ່ຮ່ວມຂອງບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ, ທີ່ມາຈາກບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈໍາກັດ ປະເທດຍີ່ປຸ່ນ ເຊິ່ງເປັນຜູ້ພັດທະນາ ແລະ ບໍລິຫານຈັດການ ຂພສ ປາກເຊ-ຍີ່ປຸ່ນ. ຫຼັງຈາກນັ້ນ, ພະນະທ່ານ ກໍ່ໄດ້ຮັບຟັງການລາຍງານກ່ຽວກັບຜະລິດຕະພັນຂອງແຕ່ລະບໍລິສັດຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ເພີ່ມເຕີມ. ແລະ...
ສະມາຊິກອົງການອາຫານໃນຍີ່ປຸ່ນ (ທ່ານ Kohmura Masahiro, ທ່ານ Kushida Seiichi, ທ່ານ Wada Yuichiro ແລະ ທ່ານ ນາງ Shiomura Ayaka) ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ໃນຄັ້ງວັນທີ 10 ກັນຍາ 2022. ພວກເຂົາໄດ້ເຂົ້າມາໃນ ສປປ ລາວ ໃນນາມອົງການອາຫານໂລກ (WFP) ແລະ ເປັນຜູ້ແທນຂອງລັດຖະບານຍີ່ປຸ່ນ ເພື່ອນໍາເອົາປ໋ອງປາຈໍານວນ 32 ຕູ້ຄອນເທັນເນີ (402 ໂຕນ) ບໍລິຈາກໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ, ສປປ ລາວ ເປັນອາຫານທ່ຽງໂຮງຮຽນ ເພື່ອສົ່ງເສີມການເຂົ້າໂຮງຮຽນຂອງນັກຮຽນລາວ ເຊິ່ງໂຄງການນີ້ໄດ້ຮັບການສະໜັບສະໜູນໂດຍທະນາຄານໂລກ, ອົງການບໍລິການບັນເທົາທຸກຂອງກາໂຕລິກ ແລະ ອົງການອາຫານໂລກ ແລະ ພາກສ່ວນອື່ນໆ. ພວກເຂົາກໍ່ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເມືອງປາກຊ່ອງ, ແຂວງຈໍາປາສັກ ຢູ່ທາງພາກໃຕ້ຂອງລາວ ແລະ ນໍາເອົາປ໋ອງປາຈໍານວນໜຶ່ງໄປມອບໃຫ້ແກ່ບາງໂຮງຮຽນເປົ້າໝາຍ ພາຍໃນເມືອງ. ໃນໂອກາດການຢ້ຽມຢາມແຂວງຈໍາປາສັກ, ພວກເຂົາໄດ້ເຂົ້າມາແວ່ຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ແລະ ເຂົ້າຊົມບາງໂຮງງານຂອງບໍລິສັດຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ນໍາ.
ວັນທີ 23 ສິງຫາ 2022, ບໍລິສັດ ຊຶເກະລາວ ຈໍາກັດ ໄດ້ຈັດພິທີເປີດໂຮງງານຜະລິດຢາສູບ ແລະ ອຸປະກອນສູບຢາ ຂື້ນຢູ່ທີ່ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (ເຂດPJSEZ) ເຊິ່ງໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມ ບຸດຕະກູນ, ຮອງເຈົ້າແຂວງ ແຂວງຈໍາປາສັກ, ພະນະ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາສປປ ລາວ, ທ່ານ ຊຶເຊະ, ປະທານບໍລິສັດ ຊຶເກະພ້າຍ ຈໍາກັດ ທີ່ເປັນບໍລິສັດແມ່ຢູ່ຍີ່ປຸ່ນ, ທ່ານ ມິຊຸ່ຍ, ປະທານ ບໍລິສັດ ຊຶເກະລາວ ຈໍາກັດ, ພາກສ່ວນທີ່ກ່ຽວຂ້ອງອື່ນໆພາຍໃນແຂວງ, ບັນດານັກທຸລະກິດຍີ່ປຸ່ນທີ່ພວມດໍາເນີນທຸລະກິດຢູ່ໃນເຂດPJSEZ ແລະ ພາກໃຕ້ຂອງລາວ. ທາງໂຮງງານຊຶເກະ ແມ່ນໄດ້ດໍາເນີນການຜະລິດນັບແຕ່ເດືອນ ມັງກອນ 2021 ເປັນຕົ້ນມາແລ້ວ ແຕ່ເນື່ອງຈາກ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ການກະກຽມຈັດພິທີເປີດໂຮງງານ ຈຶ່ງຖຶກເລື່ອນອອກໄປ ແລະ ພິທີດັ່ງກ່າວຈຶ່ງຖຶກຈັດຂື້ນໃນມື້ນີ້. ໃນໂອກາດນີ້, ທ່ານ ສົມ ບຸດຕະກູນ ຮອງເຈົ້າແຂວງ ແຂວງຈໍາປາສັກ ແລະ ພະນະ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ...
ວັນທີ 19 ມັງກອນ 2022, ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ ຄັ້ງທີ 1 ໄດ້ຖືກຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ ສາຂາປາກເຊ (ສຄອຍປລ) ແລະ ແຂວງ ຈໍາປາສັກ. ວາລະກອງປະຊຸມປະກອບມີ ການຄ້າ/ການຂົນສົ່ງ ແລະ ການບໍລິການປະຕູດຽວ, ການສົນທະນາປຶກສາຫາລືໄດ້ດຳເນີນດ້ວຍຮູບການຕັ້ງຄຳຖາມ ແລະ ຂໍ້ສະເໜີ ຈາກບັນດາບໍລິສັດຍີ່ປຸ່ນ ແລ້ວຊີ້ແຈງຄຳຕອບຈາກພະແນກການທີ່ຮັບຜິດຊອບຂອງແຂວງຈຳປາສັກ. ການແກ້ໄຂບາງປະເດັນເຫັນວ່າໄດ້ຜ່ານການສົນທະນາປຶກສາຫາລື ແລະ ຄາດຫວັງວ່າສະພາບແວດລ້ອມໃນການດຳເນີນທຸລະກິດຂອງບັນດາບໍລິສັດຍີ່ປຸ່ນຢູ່ໃນແຂວງຈຳປາສັກຈະຮັບການປັບປຸ່ງໃຫ້ດີຂຶ້ນເທື່ອລະກ້າວໃນຕໍ່ໜ້າ. ກອງປະຊຸມປຶກສາຫາລືຄັັ້ງນີ້ ແມ່ນເປັນປະທານຮ່ວມໂດຍ ພະນະ ທ່ານ ໂຄບາຢາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ປອ. ວິໄລວົງ ເຈົ້າແຂວງ ແຂວງຈຳປາສັກ. ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນຄັ້ງນີ້ ແມ່ນໄດ້ຮັບຜົນສໍາເລັດ ພາຍໃຕ້ການຮ່ວມມືຂອງສະຖານທູດຍີ່ປຸ່ນ ປະຈໍາລາວ, ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ, ອົງການເຈັດໂຕຣ, ອົງການໄຈກ້າ ແລະ ແຂວງຈໍາປາສັກ.
Next Blog