ວັນທີ 24 ພະຈິກ 2022, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບທຸລະກິດ ແລະ ສິດທິມະນຸດໃຫ້ແກ່ ບໍລິສັດຍີ່ປຸ່ນຈຳນວນໜຶ່ງ ຢູ່ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ແລະ ພາກໃຕ້ຂອງລາວ ເພື່ອສ້າງຄວາມເຂົ້າໃຈເລິກເຊິງດ້ານທຸລະກິດ ແລະ ສິດທິມະນຸດ ລວມທັງກໍລະນີທຸລະກິດທີ່ເຄົາລົບສິດທິມະນຸດ ແລະ ຫຼັກການຊີ້ນໍາ ຂອງອົງການສະຫະປະຊາຊາດ ວ່າດ້ວຍທຸລະກິດ ແລະ ສິດທິມະນຸດ ແລະ ການກວດສອບຢ່າງຮອບຄອບດ້ານສິດທິມະນຸດ. ກອງປະຊຸມຝຶກອົບຮົມດັ່ງກ່າວ ໄດ້ຈັດຕັ້ງປະຕິບັດຮ່ວມໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ UNDP ເຊິ່ງໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກລັດຖະບານຍີ່ປຸ່ນ.
ຄະນະຜູ້ແທນຈາກພາລະກິດການລົງທຶນດ້ານການຜະລິດຂອງລາວ ທີ່ຈັດຂື້ນໂດຍອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ເພື່ອແນໃສ່ບັນດາຜູ້ຜະລິດຍີ່ປຸ່ນ ໄດ້ເດີນທາງເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ), ເຂດເສດຖະກິດພິເສດ ສະຫວັນ-ເຊໂນ, ເຂດພັດທະນາກວມລວມໄຊເສດຖາ ແລະ ເຂດໂລຈິດສຕິກນະຄອນຫຼວງວຽງຈັນພາກ ໃນລະຫວ່າງ ວັນທີ 14 ພະຈິກ 2022 ຫາ 18 ພະຈິກ 2022. ວັນທີ 14 ພະຈິກ 2022, ຄະນະຜູ້ແທນດັ່ງກ່າວໄດ້ເຂົ້າຢ້ຽມຂ່ຳນັບທ່ານເຈົ້າແຂວງ ແຂວງຈໍາປາສັກ ໃນຕອນເຊົ້າ ແລະ ໄດ້ເຂົ້າມາຢ້ຽມຢາມ ຂພສປຍ ໃນຕອນບ່າຍ. ທ່ານ Mochizuki, ຜູ້ອໍານວຍການໃຫຍ່ ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ ໄດ້ລາຍງານໃຫ້ຜູ້ເຂົ້າຮ່ວມຟັງກ່ຽວກັບສະພາບປະຈຸບັນຂອງ ຂພສປຍ ແລະ ຜະລິດຕະພັນທີ່ຜະລິດໂດຍບັນດາບໍລິສັດຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດ ຢູ່ໃນ ຂພສປຍ. ຫຼັງຈາກນັ້ນ, ຄະນະຜູ້ແທນດັ່ງກ່າວ ໄດ້ເຂົ້າໄປຢ້ຽມຊົມໂຮງງານຂອງບໍລິສັດ All Japan Budogu Lao ຈໍາກັດ ທີ່ຜະລິດຊຸດກິລາເຄນໂດ, ບໍລິສັດ Leonka World Lao ຈໍາກັດ ທີ່ຜະລິດວິກຜົມ ແລະ ບໍລິສັດ Daiwa Harness...
ວັນທີ 27 ກັນຍາ 2022, ພະນະທ່ານ ນ. Deena Joy Amatong, ເອກອັກຄະລັດຖະທູດຟີລິປິນ ປະຈໍາລາວ ພ້ອມດ້ວຍຄະນະ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ (ຄຂພສ) ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (ຂພສ ປາກເຊ-ຍີ່ປຸ່ນ). ພະນະທ່ານ ໄດ້ຮັບຟັງການລາຍກ່ຽວກັບສະພາບການພັດທະນາໃນປະຈຸບັນຂອງ ຂພສ ປາກເຊ-ຍີ່ປຸ່ນ ຈາກ ທ່ານ Mochizuki, ຜູ້ອໍານວຍການໃຫຍ່ຮ່ວມຂອງບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ, ທີ່ມາຈາກບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈໍາກັດ ປະເທດຍີ່ປຸ່ນ ເຊິ່ງເປັນຜູ້ພັດທະນາ ແລະ ບໍລິຫານຈັດການ ຂພສ ປາກເຊ-ຍີ່ປຸ່ນ. ຫຼັງຈາກນັ້ນ, ພະນະທ່ານ ກໍ່ໄດ້ເຂົ້າຢ້ຽມຊົມໂຮງງານຂອງບໍລິສັັດ ອໍເຈແປນ ບຸໂດງຸລາວ ຈໍາກັດ ແລະ ບໍລິສັດ ຊັງໂກ ລາວ ຈໍາກັດ ທີ່ພວມດໍາເນີນທຸລະກິດ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ຕື່ມອິກ.
ສະມາຊິກອົງການອາຫານໃນຍີ່ປຸ່ນ (ທ່ານ Kohmura Masahiro, ທ່ານ Kushida Seiichi, ທ່ານ Wada Yuichiro ແລະ ທ່ານ ນາງ Shiomura Ayaka) ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ໃນຄັ້ງວັນທີ 10 ກັນຍາ 2022. ພວກເຂົາໄດ້ເຂົ້າມາໃນ ສປປ ລາວ ໃນນາມອົງການອາຫານໂລກ (WFP) ແລະ ເປັນຜູ້ແທນຂອງລັດຖະບານຍີ່ປຸ່ນ ເພື່ອນໍາເອົາປ໋ອງປາຈໍານວນ 32 ຕູ້ຄອນເທັນເນີ (402 ໂຕນ) ບໍລິຈາກໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ, ສປປ ລາວ ເປັນອາຫານທ່ຽງໂຮງຮຽນ ເພື່ອສົ່ງເສີມການເຂົ້າໂຮງຮຽນຂອງນັກຮຽນລາວ ເຊິ່ງໂຄງການນີ້ໄດ້ຮັບການສະໜັບສະໜູນໂດຍທະນາຄານໂລກ, ອົງການບໍລິການບັນເທົາທຸກຂອງກາໂຕລິກ ແລະ ອົງການອາຫານໂລກ ແລະ ພາກສ່ວນອື່ນໆ. ພວກເຂົາກໍ່ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເມືອງປາກຊ່ອງ, ແຂວງຈໍາປາສັກ ຢູ່ທາງພາກໃຕ້ຂອງລາວ ແລະ ນໍາເອົາປ໋ອງປາຈໍານວນໜຶ່ງໄປມອບໃຫ້ແກ່ບາງໂຮງຮຽນເປົ້າໝາຍ ພາຍໃນເມືອງ. ໃນໂອກາດການຢ້ຽມຢາມແຂວງຈໍາປາສັກ, ພວກເຂົາໄດ້ເຂົ້າມາແວ່ຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ແລະ ເຂົ້າຊົມບາງໂຮງງານຂອງບໍລິສັດຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ນໍາ.
ວັນທີ 23 ສິງຫາ 2022, ບໍລິສັດ ຊຶເກະລາວ ຈໍາກັດ ໄດ້ຈັດພິທີເປີດໂຮງງານຜະລິດຢາສູບ ແລະ ອຸປະກອນສູບຢາ ຂື້ນຢູ່ທີ່ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (ເຂດPJSEZ) ເຊິ່ງໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມ ບຸດຕະກູນ, ຮອງເຈົ້າແຂວງ ແຂວງຈໍາປາສັກ, ພະນະ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາສປປ ລາວ, ທ່ານ ຊຶເຊະ, ປະທານບໍລິສັດ ຊຶເກະພ້າຍ ຈໍາກັດ ທີ່ເປັນບໍລິສັດແມ່ຢູ່ຍີ່ປຸ່ນ, ທ່ານ ມິຊຸ່ຍ, ປະທານ ບໍລິສັດ ຊຶເກະລາວ ຈໍາກັດ, ພາກສ່ວນທີ່ກ່ຽວຂ້ອງອື່ນໆພາຍໃນແຂວງ, ບັນດານັກທຸລະກິດຍີ່ປຸ່ນທີ່ພວມດໍາເນີນທຸລະກິດຢູ່ໃນເຂດPJSEZ ແລະ ພາກໃຕ້ຂອງລາວ. ທາງໂຮງງານຊຶເກະ ແມ່ນໄດ້ດໍາເນີນການຜະລິດນັບແຕ່ເດືອນ ມັງກອນ 2021 ເປັນຕົ້ນມາແລ້ວ ແຕ່ເນື່ອງຈາກ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ການກະກຽມຈັດພິທີເປີດໂຮງງານ ຈຶ່ງຖຶກເລື່ອນອອກໄປ ແລະ ພິທີດັ່ງກ່າວຈຶ່ງຖຶກຈັດຂື້ນໃນມື້ນີ້. ໃນໂອກາດນີ້, ທ່ານ ສົມ ບຸດຕະກູນ ຮອງເຈົ້າແຂວງ ແຂວງຈໍາປາສັກ ແລະ ພະນະ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ...
ວັນທີ 19 ມັງກອນ 2022, ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ ຄັ້ງທີ 1 ໄດ້ຖືກຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ ສາຂາປາກເຊ (ສຄອຍປລ) ແລະ ແຂວງ ຈໍາປາສັກ. ວາລະກອງປະຊຸມປະກອບມີ ການຄ້າ/ການຂົນສົ່ງ ແລະ ການບໍລິການປະຕູດຽວ, ການສົນທະນາປຶກສາຫາລືໄດ້ດຳເນີນດ້ວຍຮູບການຕັ້ງຄຳຖາມ ແລະ ຂໍ້ສະເໜີ ຈາກບັນດາບໍລິສັດຍີ່ປຸ່ນ ແລ້ວຊີ້ແຈງຄຳຕອບຈາກພະແນກການທີ່ຮັບຜິດຊອບຂອງແຂວງຈຳປາສັກ. ການແກ້ໄຂບາງປະເດັນເຫັນວ່າໄດ້ຜ່ານການສົນທະນາປຶກສາຫາລື ແລະ ຄາດຫວັງວ່າສະພາບແວດລ້ອມໃນການດຳເນີນທຸລະກິດຂອງບັນດາບໍລິສັດຍີ່ປຸ່ນຢູ່ໃນແຂວງຈຳປາສັກຈະຮັບການປັບປຸ່ງໃຫ້ດີຂຶ້ນເທື່ອລະກ້າວໃນຕໍ່ໜ້າ. ກອງປະຊຸມປຶກສາຫາລືຄັັ້ງນີ້ ແມ່ນເປັນປະທານຮ່ວມໂດຍ ພະນະ ທ່ານ ໂຄບາຢາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ປອ. ວິໄລວົງ ເຈົ້າແຂວງ ແຂວງຈຳປາສັກ. ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນຄັ້ງນີ້ ແມ່ນໄດ້ຮັບຜົນສໍາເລັດ ພາຍໃຕ້ການຮ່ວມມືຂອງສະຖານທູດຍີ່ປຸ່ນ ປະຈໍາລາວ, ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາລາວ, ອົງການເຈັດໂຕຣ, ອົງການໄຈກ້າ ແລະ ແຂວງຈໍາປາສັກ.
ວັນທີ 19 ມັງກອນ 2022, ພະນະ ທ່ານ ທູດ ໂຄບາຢາຊິ ຈາກສະຖານທູດຍີ່ປຸ່ນ ປະຈໍາສປປ ລາວ ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ໃນວັນທີ 19 ມັງກອນ 2022. ພ້ອມດຽວກັນນັ້ນ, ທ່ານ ທູດ ກໍ່ໄດ້ລົງຢ້ຽມຢາມໂຮງງານອໍເຈແປນ ບຸໂດງຸລາວ, ໂຮງງານ ຊຶເກະລາວ ແລະ ໂຮງງານ ຊັງໂກລາວ ແລະ ພ້ອມທັງຮັບຟັັງການລາຍງານກ່ຽວກັບສະຖານະການຂອງຂະບວນການຜະລິດ, ການຜະລິດ ແລະ ອື່ນໆ ຈາກແຕ່ລະບໍລິສັດຍີ່ປຸນ ຕື່ມອິກ.
ພະນັກງານທັງໝົດທີ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດ Corona ມີ 49 ຄົນ(ມາຮອດວັນທີ 26 ມີນາ 2021), ແລະ ສປປ ລາວ ໄດ້ບັນລຸຜົນສຳເລັດ ເມື່ອທຽບໃສ່ບັນດາປະເທດເພື່ອນບ້ານ. ພະແນກສາທາລະນະສຸກ ແຂວງ ຈຳປາສັກ ໄດ້ເຂົ້າມາດຳເນີນການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານ ທີ່ພວມເຮັດວຽກຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ຄັ້ງວັນທີ 24 ມີນາ 2021. ພວກເຮົາຈະພະຍາຍາມສືບຕໍ່ດຳເນີນງານເຂດເສດຖະກິດພິເສດໃຫ້ມີຄວາມປອດໄພ ແລະ ໝັ້ນຄົງຕໍ່ໄປ.
ພວກເຮົາໄດ້ລົງຂໍ້ຄວາມຈາກທ່ານ ປອ ບຸນຍົງ ສູນທອນ ຜູ້ທີ່ເປັນປະທານ ຄະນະກໍາມະການຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຈໍາປາສັກ ຄົນໃໝ່. ກະລຸນາເຂົ້າໄປເບິ່ງໄດ້ທີ່ເວັບໄຊຂອງພວກເຮົາ ⇒ ພາບລວມຂອງບໍລິສັດ ⇒ ຂໍ້ຄວາມຈາກຜູ້ຕ່າງໜ້າລັດຖະບານ.
ປະເທດສປປ ລາວ ເປັນປະເທດໜື່ງທີ່ບໍ່ມີຊາຍແດນຕິດກັບທະເລ ຢູ່ລຸ່ມແມ່ນໍ້າຂອງໃນພາກພື້ນອາຊີຕາເວັນອອກສຽງໃຕ້; ນັບແຕ່ຊຸມປີຜ່ານມາ, ການພັດທະນາພື້ນຖານໂຄງລ່າງດ້ານການຂົນສົ່ງທາງບົກທີ່ເຊື່ອມຕໍ່ກັບປະເທດເພື່ອນບ້ານໄດ້ຮັບການປັບປຸງ, ແລະ ສປປ ລາວໄດ້ກາຍເປັນຈຸດໝາຍໜື່ງທີ່ພວມດຶງດູດຄວາມສົນໃຈໃນການລົງທືນຕໍ່ໄປຂອງບໍລິສັດຍີ່ປຸ່ນ ທີ່ມີຖານການຜະລິດຢູ່ປະເທດໄທ ແລະ ປະເທດອື່ນໆ ເນື່ອງຈາກວ່າ ປະຊາກອນຂອງລາວສ່ວນຫຼາຍໄດ້ປະກອບອາຊີບດ້ານອຸດສາຫະກໍາກະສິກຳເປັນຕົ້ນຕໍ ເຊີ່ງກວມເອົາ 70% ຂອງປະຊາກອນທັໝົດ. ເພາະສະນັ້ນ ນັບແຕ່ປີ 2000 ເປັນຕົ້ນມາ ລັດຖະບານລາວ ໄດ້ມີການສົ່ງເສີ່ມດ້ານການປູກຝັງ ແລະ ການຄ້າຂະໜາດໃຫຍ່ໃນຂອບເຂດທົ່ວປະເທດ ເຊີ່ງລັດຖະບານລາວມີຈຸດມຸ້ງໝາຍທີ່ຈະພັດທະນາຜະລິດຕະພັນກະສິກຳ ແລະ ອຸດສາຫະກຳປຸງແຕ່ງອາຫານ ແລະ ກະສິກຳອີນຊີປອດສານພິດໃຫ້ເປັນຜະລິດຕະພັນທີ່ມີມູນຄ່າສູງ, ພ້ອມດຽວກັນນັ້ນ ເພື່ອເປັນການລຸດຜ່ອນ ປະລິມານການນໍາໃຊ້ຢາປາບສັດຕູພືດໃຫ້ນັບມື້ນັບໜ້ອຍລົງຢູ່ພາຍໃນປະເທດ ເຊີ່ງເຫັນໄດ້ວ່າ ສປປ ລາວ ກຳລັງເປັນທີ່ດຶງດູດຄວາມສົນໃຈຫຼາຍໃນດ້ານຜະລິດຕະພັນກະສິກຳ ທີ່ມີຄຸນນະພາບສູງ ຈາກຍີ່ປຸ່ນ ແລະ ປະເທດໃກ້ຄຽງ. ໃນລະຫວ່າງກາງປີ 2019, ອົງ JETRO ຈະສົ່ງພາລະກິດດ້ານກະສິກຳມາທີ່ ສປປ ລາວ. ໃນພາລະກິດຄັ້ງນີ້, ພວກເຮົາຈະດຳເນີນການຢ້ຽມຢາມສວນກະສິກຳ, ຕະຫລາດ, ແລກປ່ຽນຄວາມຄິດເຫັນກັບຜູ້ຈັດການດ້ານກະສິກຳ, ແລະ ບັນດາບໍລິສັດເຄືອຂ່າຍກະສິກຳ ຢູ່ທີ່ນະຄອນຫຼວງວຽງຈັນ ແລະ ແຂວງ ຈຳປາສັກ, ເຊິ່ງມີພູພຽງບໍລະເວນທີ່ເປັນແຫຼ່ງຜະລິດກະສິກຳລະດັບແຖວໜ້າທີ່ສໍາຄັນຂອງປະເທດລາວ. ມີຄວາມເປັນໄປໄດ້ທີອາດຈະສາມາດເກັບກຳຂໍ້ມູນລ້າສຸດເພື່ອນຳໃຊ້ເປັນເອກະສານອ້າງອີງໃນການພັດທະນາທຸລະກິດກະສິກຳເຊັ່ນວ່າ: ການທົດລອງປູກພຶດ ແລະ ການຈັດຊື້ຜະລິດຕະພັນກະສິກຳໃນ ສປປ ລາວ....
Next Blog