ທ່ານ ອາຈານ Nobuaki Matsunaga ມາຈາກ ມະຫາວິທະຍາໄລ Kobe, ວິທະຍາຍໄລບັນດິດ ແລະ ການຮ່ວມມືສາກົນຂອງປະເທດຍີ່ປຸ່ນ ໄດ້ເຂົ້າມາຢ້ຽມຢາມ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ. ທ່ານ ອາຈານ Nobuaki Matsunaga ເຄີ່ຍເຂົ້າມາເຮັດວຽກນໍາອົງການ JICA ປະຈໍາ ສປປ ລາວ ເປັນເວລາ 2 ປີ ແຕ່ ປີ 2003 ເພື່ອເປັນຊຽວຊັນໃຫ້ແກ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຂອງມະຫາວິທະຍາໄລ ແຫ່ງຊາດ ລາວ. ນອກຈາກນັ້ນ, ທ່ານ ອາຈານ Nobuaki Matsunaga ຍັງໄດ້ແປດໍາລັດສະບັບເລກທີ່: 177 ວ່າດ້ວຍເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ກ່ຽວຂ້ອງກັບ ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ສະບັບພາສາລາວ ເປັນພາສາຍີ່ປຸ່ນ ເຊິ່ງໄດ້ກາຍເປັນທີ່ຮູ້ຈັກກັນດີຂອງບັນດາບໍລິສັດ ຍີ່ປຸ່ນ.
ໂຮງງານໃຫ້ເຊົ່າຫຼັງທີ່ 1 ໄດ້ຮັບການຈັບຈອງ ແລະ ເຊົ່າເຕັມ ເປັນທີ່ຮຽບຮ້ອຍ ໂດຍບໍລິສັດ ຜູ້ເຊົ່າໂຮງງານ ແລະ ໂຮງງານໃຫ້ເຊົ່າຫຼັງທີ່ 2 ພວມເລີ່ມຕົ້ນດໍາເນີນການກໍ່ສ້າງ ເຊີ່ງໂຮງງານໃຫ້ເຊົ່າຫຼັງທີ່2 ມີຄວາມຄືບໜ້າໄປດ້ວຍດີ, ໄດ້ຮັບຄວາມສົນໃຈ ແລະ ຕ້ອງການຈາກນັກລົງທຶນຕ່າງປະເທດຈໍານວນຫຼາຍ. ໂຮງງານໃຫ້ເຊົ່າຫຼັງທີ່ 2 ປະກອບມີ 2 ອາຄານ ແລະ ແບ່ງອອກເປັນ 12 ຫ້ອງ, ຖ້າທ່ານໃດມີຄວາມສົນໃຈ ກະລຸນາຕິດຕໍ່ຫາພວກເຮົາໄດ້ທຸກເວລາ. [ສະພາບລວມຂອງການກໍ່ສ້າງໂຮງງານໃຫ້ເຊົ່າຫຼັງທີ່ 2]: ພື້ນທີ່: 15,120 m2 ເນື້ອທີ່ພື້ນທັງໝົດ: 6,480 m2 (540 m2 x 12 ຫ້ອງ) ໂຄງສ້າງຫຼັກ: ອາຄານໂຄງເຫຼັກ ຫຼັງຄາ: ສັງກາສີ ຟາດ້ານນອກ: ສັງກາສີ ແລະ ດີນກໍ່, ບົກປູນ ສູງ 1 ແມັດ ພື້ນ: ຄອນກິດທີ່ສາມາດຮອງຮັບນໍ້າໜັກໄດ້ເຖິງ 2 ໂຕນ/ຕາແມັດ ລະບົບໄຟຟ້າ: ແລ່ນສາຍໄຟຟ້າແຮງສູງ 22KV ໃສ່ແຕ່ລະຫ້ອງທົ່ວອາຄານໂຮງງານ ອຸປະກອນສະໜອງນໍ້າ: ເຊື່ອມຕໍ່ກັບລະບົບສະໜອງນໍ້າຂອງເຂດ, ຕິດຕັ້ງໝໍ້ນັບປະລິມານນໍ້າໃສ່ແຕ່ລະຫ້ອງ ອຸປະກອນສຸຂາພິບານ:...
ວັນທີ 11 ທັນວາ 2018, ຂະບວນນັກສຶກສາຈາກມະຫາວິທະຍາໄລຈໍາປາສັກໄດ້ເຂົ້າມາທັດສະນະສຶກສາຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນໂດຍການສະໜັບສະໜູນຂອງອົງການ AOTS ເຊີ່ງມີຈໍານວນນັກສຶກສາທັງໝົດ 26 ຄົນ ແລະ ຜູ້ອຸປະທໍາ 6 ຄົນກໍ່ໄດ້ເຂົ້າຊົມຖານການຜະລິດຂອງບັນດາບໍລິສັດທີ່ພວມດໍາເນີນກິດຈະກໍາພາຍໃນເຂດ. ນອກຈາກນັ້ນ, ພວກເຂົາຍັງໄດ້ຮັບຟັງການບັນຍາຍກ່ຽວກັບສະພາບການພັດທະນາ ແລະ ລະບົບການເຮັດວຽກຢູ່ພາຍໃນເຂດ PJSEZ ອີກດ້ວຍ. ພວກເຮົາຂໍສະແດງຄວາມຂອບໃຈມາຍັງທີມງານ ແລະ ຂະບວນນັກສຶກສາທີ່ໄດ້ເຂົ້າມາຢ້ຽມຢາມເຂດພິເສດຂອງພວກເຮົາ.
ວັນທີ 18 ພະຈິກ 2018, ທາງ ສູນສົ່ງເສີມອຸດສາຫະກໍາ Kanagawa (KIP) ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ແລະ ແລກປຽ່ນກ່ຽວກັບວຽກງານແນວຄິດທີ່ພວກປະຕິບັດຢູໃນປະຈຸບັນ.
ໃນເດືອນ ຕຸລາ 2018, ນັກລົງທຶນຍີ່ປຸ່ນ ຂອງເຂດເສດຖະກິດພິເສດ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ແລະ ບໍລິສັດ Nishimatsu Construction Co., Ltd. ໄດ້ເຂົ້າພົບທ່ານ ປອ ບຸນຖົງ ດີວີໄຊ, ເຈົ້າແຂວງ ແຂວງ ຈໍາປາສັກ.
ວັນທີ 18 ກັນຍາ 2019, ທາງ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ ໄດ້ຈັດສໍາມະນາເຜີ່ຍແຜ່ກ່ຽວກັບ ການສະຫຼຸບບັນຊີວິສາຫະກິດ ແລະ ການຈ່າຍພາສີ-ອາກອນຕ່າງໆ ໃຫ້ແກ່ພະນັກງານບັນຊີຂອງບໍລິສັດຜູ້ເຊົ່າໂຮງງານ ຢູ່ທີ່ຫ້ອງປະຊຸມຂອງເຂດ PJSEZ. ພວກເຮົາຈະສືບຕໍ່ຈັດກິດກໍາແບບນີ້ ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມບັນດາບໍລິສັດຜູ້ເຊົາໂຮງງານຂອງພວກເຮົາ.
ໂຄງການການແລກປ່ຽນ ແລະ ພັດທະນາເຍົາວະຊົນນານາຊາດ ແມ່ນໂຄງການທີ່ສ້າງຕັ້ງຂຶ້ນໂດຍລັດຖະບານຍີ່ປຸ່ນ ເພື່ອເປັນການລະນຶກເຖິງການແຕ່ງງານ ຂອງສົມເດັດພະບໍລົມໂອສານທິລາດສະຍາມມົງກຸດລາດຊະກຸມານໃນປີ 1993, ການຈັດແຈງຊາວໜຸ່ມຍີ່ປຸ່ນຢູ່ຕ່າງປະເທດ, ຈຸດປະສົງແມ່ນເພື່ອຝຶກອົບຮົມຊາວໜຸ່ມ ຜູ້ທີ່ສາມາດສະແດງໃຫ້ເຫັນຄວາມເປັນຜູ້ນໍາໃນຊຸມຊົນນານາຊາດ ແລະ ການພັດທະນາຢ່າງແຂງແຮງຂອງຊາວຫນຸ່ມ. ຄັ້ງນີ້ປະກອບມີຊ່າວໜຸ່ມ 14 ຄົນ ທີ່ມາຈາກປະເທດຍີ່ປຸ່ນ (ຫົວໜ້າທີມ 1 ທ່ານ, ຮອງຫົວຫນ້າທີມ 1 ຄົນ, ນັກຮຽນ 12 ຄົນ) ໄດ້ມາຢ້ຽມຢາມ ລາວ ແລະ ພົບປະກັບຊາວຫນຸ່ມລາວ, ການຢ້ຽມຢາມ ແລະ ຮຽນຮູ້ປະສົບການຈາກການເຮັດກິດຈະກໍາທາງສັງຄົມ, ອຸດສາຫະກໍາ, ວັດທະນະທໍາ, ການສຶກສາ, ສິ່ງແວດລ້ອມ ແລະ ອື່ນໆ ຢູ່ໃນ ສປປ ລາວ. ວັນທີ 12-14 ກັນຍາ 2018, ພວກເຂົາໄດ້ມາຮອດ ປາກເຊ ແລະ ໄດ້ເຂົ້າຢ້ຽມຊົມຖານການຜະລິດຂອງບັນດາໂຮງງານ ແລະ ພົບປະກັບນັກສຶກສາ ຂອງວິທະຍາໄລເຕັກນິກ-ວິຊາຊີບ ຈໍາປາສັກ.
ສະຖາບັນຄົ້ນຄ້ວານະໂຍບາຍ ແລະ ຝຶກອົບຮົມແຮງງານປະເທດຍີ່ປຸ່ນໄດ້ເຂົ້າມາສໍາພັດບັດດາບໍລິສັດ ຍີ່ປຸ່ນທີ່ພວມດໍາເນີນກິດຈະກໍາຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ຕັ້ງແຕ່ວັນທີ່ 12-13 ກັນຍາ 2019. ອາຈານ 3 ທ່ານຈາກ ສະຖາບັນຄົ້ນຄ້ວານະໂຍບາຍ ແລະ ຝຶກອົບຮົມແຮງງານ ປະເທດຍີ່ປຸ່ນໄດ້ເຂົ້າມາເກັບກໍາຂໍ້ມູນນໍາ ບໍລິສັດ ຍີ່ປຸ່ນ 5 ແຫ່ງເຊັ່ນວ່າ: ບໍລິສັດ Sanko Lao Co., Ltd., Power (Pakse) Co., Ltd., Leonka World Lao Co., Ltd., Lao Ochi Cosmetic Bruch Co., Ltd. ບໍລິສັດ All Japan Budo gu Lao Co., Ltd. ກ່ຽວກັບປະຫວັດຄວາມເປັນມາ ແລະ ການຕັດສິນໃຈເຂົ້າມາລົງທຶນຢູ່ໃນ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ ແລະ ການບໍລິຫານຈັກການແຮງງານຂອງບັນດາບໍລິສັດດັ່ງກ່າວ. ສະຖາບັນຄົ້ນຄວ້ານະໂຍບາຍ ແລະ ຝຶກອົບຮົມແຮງງານປະເທດຍີ່ປຸ່ນຈະນໍາເອົາຂໍ້ມູນເຫຼົ່ານີ້ ໄປຕີພີມເປັນປື້ມຄູ່ມືກ່ຽວກັບບັນຍາກາດ ຂອງການລົງທຶນຢູ່ໃນ ຂພສ ນິຄົມອຸດສາຫະກໍາສະເພາະ...
ວັນທີ 20-24 ສິງຫາ 2018 ໄດ້ຈັດສໍາມະນາ AOTS 5S ຂື້ນຢູ່ທີ່ ໂຮງແຮມ ຈໍາປາສັກ ແກຣນ. ການສໍາມະນາຄັ້ງນີ້ເປັນສ່ວນໜື່ງຂອງການຮ່ວມມືທາງດ້ານເສດຖະກິດ ແລະ ອຸດສາຫະກໍາລະຫວ່າງປະເທດຍີ່ປຸ່ນ ແລະ ອາຊຽນ ໂດຍການສະໜັບສະໜູນຂອງອົງການການພັດທະນາທາງດ້ານ ຊັບພະຍາກອນມະນຸດຢູ່ຕ່າງປະເທດ(AOTS), ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (PJSEZ). ໂຄງການສໍາມະນາຄັ້ງນີ້ ແມ່ນແນ່ໃສ່ພັດທະນາທັກສະ ແລະ ຄວາມສາມາດຂອງວິຊາການຄົນລາວຜູ້ທີ່ພວກເຮັດວຽກນໍາ ບັນດາບໍລິສັດຍີ່ປຸ່ນ ຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ແລະ ແຂວງ ຈໍາປາສັກ. ການສໍາມະນາ ແລະ ຝຶກອົບຮົມກ່ຽວກັບວຽກງານ 5S, Kaizen, QC ຈະໄດ້ດໍາເນີນຕັ້ງແຕ່ ເວລາ 9 ໂມງເຊົ້າ ຫາ 16 ໂມງ ແລງ ເປັນເວລາຕິດຕໍ່ກັນ 5 ວັນ ເຊິ່ງຄູຝຶກໃນຄັ້ງນີ້ ແມ່ນອາຈານຄົນໄທທີ່ໄດ້ຮັບກຽດເຊື້ອເຊີນໂດຍ ອົງການສົ່ງເສີມດ້ານເຕັກໂນໂລຊີ ປະເທດໄທ-ຍີ່ປຸ່ນ. ວັນສຸດທ້າຍຂອງການສໍາມະນາມີນັກສໍາມະນາກອນ 49 ທ່ານ ທີ່ສໍາເລັດຫຼັກສູດການຝຶກອົບຮົມ ພ້ອມທາງໄດ້ຮັບໃບຢັ້ງຢືນຈາກອົງການ AOTS....
ໃນຕອນແລງ ວັນທີ 23 ກໍລະກົດ 2018, ພວກເຮົາໄດ້ລາຍງານກ່ຽວັບການຈັດສົ່ງວັດຖຸປັດໄຈ ຄັ້ງທີ່ 1 ຫາຫ້ອງການຄຸ້ມຄອງໄພພິບັດ ເມືອງ ສະໜາມໄຊ, ແຂວງ ອັດຕະປື. ບັນດາບໍລິສັດຍີ່ປຸ່ນຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ເຊັ່ນວ່າ ບໍລິສັດ Sanko Lao Co., Ltd., ບໍລິສັດ Power (Pakse) Co., Ltd., ບໍລິສັດ All Japan Budo gu Lao Co., Ltd. ແລະ ພະນັກງານຄົນລາວ ຂອງແຕ່ລະບໍລິສັດກໍ່ໄດ້ອຸປະຖໍາວັດຖຸປັດໄຈ, ອຸປະກອນ ແລະ ເຄື່ອງນຸງຫົ່ມ ຈໍານວນໜຶ່ງ ເພື່ອຈະໄດ້ນໍາໄປຊ່ວຍເຫລື່ອ ແກ່ຜູ້ທີ່ໄດ້ຮັບເຄາະຮ້າຍໃນຄັ້ງນີ້. ບັນດາບໍລິສັດໄດ້ສັງລວມ ແລະ ຫຸ້ມຫໍວັດຖຸດັ່ງກ່າວ ເພື່ອກຽມພ້ອມຈະນໍາໄປມອບໃຫ້ແກ່ຜູ້ປະສົບ ເຊິ່ງນໍາພາໂດຍ ຂພສ ນິຄົມອຸສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ. ພວກເຮົາໄດ້ສົ່ງອຸປະກອນການຊ່ວຍເຫລືອໃຫ້ຜູ້ຖືກເຄາະຮ້າຍທີ່ເມືອງ ສະໜາມໄຊ ເຊິ່ງສະພາບການຂອງທະໜົນຫົນທາງ ຕະລອດ 40 ກິໂລແມັດ ຈາກຕົວເມືອງ ອັດຕະປື ຫາ ເມືອງ ສະໜາມໄບ ແມ່ນມີຄວາມຍຸ້ງຍາກຫຼາຍເພາະວ່າ...
Next Blog