ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ພິທີເຊັນບົດບັນທຶກ MOC ຮ່ວມກັບ JETROL ເພື່ອດຶງດູດການລົງທຶນຂອງຍີ່ປຸ່ນ ຢູ່ໃນ ສປປ ລາວ

ພິທີເຊັນບົດບັນທຶກ MOC ຮ່ວມກັບ JETROL ເພື່ອດຶງດູດການລົງທຶນຂອງຍີ່ປຸ່ນ ຢູ່ໃນ ສປປ ລາວ

ວັນທີ 3 ກັນຍາ 2019, ບໍລິສັດ ພັດທະນາເຂດເສດຖະກິດສະເພາະປາກເຊ – ຍີ່ປຸ່ນ ຈໍາກັດໄດ້ເຊັນບົດບັນທຶກການຮ່ວມມື (MOC) ຮ່ວມກັບອົງການສົ່ງເສີມການຄ້າຍີປຸ່ນ (JETRO) ໂດຍມີວັດຖຸປະສົງເພື່ອການຮ່ວມມື ແລະ ສົ່ງເສີມການລົງທືນ ແລະ ບັນດາບໍລິສັດຍີ່ປຸ່ນໃນສປປລາວ ຢູ່ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງ ແຜນການ ແລະ ການລົງທືນ. ໃນວັນດຽວກັນ, ອົງການສົ່ງເສີມການຄ້າຍີປຸ່ນ (JETRO)ກໍ່ໄດ້ເຊັນບົດບັນທຶກທີ່ຄ້າຍຄືກັນກັບເຂດເສດຖະກິດພິເສດອື່ນໆໃນລາວເຊັ່ນວ່າ ເຂດພັດທະນາກວມລວມໄຊເສດຖາ, ເຂດເສດຖະກິດພິເສດສະຫວັນ – ເຊໂນ, ເຂດເສດຖະກິດພິເສດວິຕາ-ປາກ, ແລະ ເລັ່ງການ ແລກປ່ຽນຂໍ້ມູນຂ່າວສານໃນແຕ່ລະເຂດເສດຖະກິດພິເສດເຊິ່ງກັນແລະກັນ.