ບໍລິສັດ ພັດທະນາເຂດເສດຖະກິດສະເພາະ
ປາກເຊ-ຍີ່ປຸ່ນ ຈຳກັດ.

PJSEZ ກໍາລັງຊອກຫາເພື່ອນຮ່ວມງານ

ເວບໄຊ້ນີ້ສາມາດກວດເບິ່ງຂໍ້ມູນການຮັບສະມັກວຽກໃໝ່ໆໄດ້. ໃນອານາຄົດຈະມີບໍລິສັດຍີ່ປຸ່ນເຂົ້າມາລົງທຶນຢ່າງຫຼວງຫຼາຍດັ່ງນັ້ນຂໍ້ມູນການຮັບສະມັກວຽກຈະມີການປັບປຸງເປັນແຕ່ລະໄລຍະ, ສະນັ້ນກະລຸນາເຂົາມາຕິດຕາມ ແລະ ກວດເບິ່ງເວບໄຊ້ນີ້ເລື້ອຍໆ

ກ່ຽວກັບ SEZ

ເຂດເສດຖະກິດພິເສດນິຄົມອຸສາຫະກໍາສະເພາະຂະໜາດນ້ອຍ ຫາ ກາງ ປາກເຊ-ຍີ່ປຸ່ນ ແມ່ນ ມີສະຖານທີ່ຕັ້ງຢູ່ແຂວງ ຈໍາປາສັກ ພາກໃຕ້ຂອງປະເທດລາວ. ຖ້າຫາກທ່ານໃດມີຄວາມສົນໃຈ ແລະ ທ່ານທີ່ຢາກໃຊ້ຄວາມສາມາດທາງດ້ານພາສາ ຍີ່ປຸ່ນ, ພາສາອັງກິດ ເຂົ້າໃນການເຮັດ ແລະ ຫາປະສົບການ ກະລຸນາຕິດຕໍ່ພວກເຮົາ.

more

ຂໍ້ມູນການສະໝັກງານ

more

ຂພສປຍ ມອບເງິນ 50,000,000 ກີບ ສະໜັບສະໜູນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຈຳປາສັກ ຄັ້ງທີ 9 ທີ່ຈະຈັດຂື້ນພາຍໃນເດືອນ ກັນຍາ 2025

ໃນວັນທີ 12 ກັນຍາ 2025, ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ໄດ້ມອບເງິນຈໍານວນ 50,000,000 ກີບ ໃຫ້ແຂວງຈໍາປາສັກ ເພື່ອສະໜັບສະໜູນການກະກຽມຈັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຈໍາປາສັກ ຄັ້ງທີ 9 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ກັນຍາ 2025. ໃນລະຫວ່າງພິທີມອບຮັບເງິນປະກອບສ່ວນຊຸກຍູ້ກອງປະຊຸມ, ທ່ານ Mochizuki ຜູ້ອໍານວຍການໃຫຍ່ຂອງ ຂພສປຍ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການດໍາເນີນທຸລະກິດປະຈຸບັນໃນ ຂພສປຍ ແລະ ໄດ້ສັງລວມແຜນການໃນອະນາຄົດ ເພື່ອດຶງດູດເອົາການລົງທຶນທັງພາຍໃນ ແລະ ຕ່າງປະເທດເພີ່ມຕື່ມ. ທ່ານ ປອ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການສະໜັບສະໜຸນ ແລະ ປະກອບສ່ວນຂອງ ຂພສປຍ...

ການລົງເຄື່ອນໄຫວກວດກາດ້ານສຸຂະນາໄມ ແລະ ສຸຂະພາບແຮງງານຂອງບັນດາໂຮງງານຢູ່ໃນ ຂພສປຍ

ໃນຄັ້ງວັນທີ 05 ກັນຍາ 2025, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຈຳປາສັກ (ຄຂສພ) ຮ່ວມກັບພະແນກສາທາລະນະສຸກແຂວງ ແລະ ໂຮງໝໍແຂວງ ແຂວງຈຳປາສັກ ໄດ້ເຂົ້າມາເຄື່ອນໄຫວກວດກາວຽກງານດ້ານສຸຂະນາໄມ ແລະ ສຸຂະພາບແຮງງານຂອງບັນດາໂຮງງານທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ). ກ່ອນການລົງກວດກາແຕ່ລະໂຮງງານ, ໄດ້ມີການຈັດສໍາມະນາທີ່ຫ້ອງປະຊຸມຂອງ ຂພສປຍ. ໃນການສໍາມະນາຄັ້ງນີ້, ຜູ້ເຂົ້າຮ່ວມຈາກແຕ່ລະໂຮງງານໄດ້ຮຽນຮູ້ກ່ຽວກັບພະຍາດຕ່າງໆທີ່ມັກເກີດຂຶ້ນໃນຊ່ວງລະດູຝົນ, ໂດຍສະເພາະ ແມ່ນໄຂ້ມາລາເຣຍ, ໄຂ້ເລືອດອອກ ເຊິ່ງແຜ່ກະຈາຍເຊື້ອໂດຍຍຸງ. ນອກຈາກນີ້, ທາງພະແນກສາທາລະນະສຸກ ຍັງໄດ້ໃຫ້ຄໍາແນະນໍາກ່ຽວກັບການປ້ອງກັນ ແລະ ມາດຕະການໃນການຄວບຄຸມ ລວມທັງການອະທິບາຍໂດຍລວມກ່ຽວກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບແຮງງານ, ສຸຂະນາໄມ ແລະ ສຸຂະພາບ. ແນວຄວາມຄິດລິເລີ່ມດັ່ງກ່າວນີ້ ແມ່ນມີຈຸດປະສົງເພື່ອຮັບປະກັນຄວາມປອດໄພ ແລະ ສຸຂະພາບຂອງແຮງງານທັງພາຍໃນ...

ການກວດກາ ແລະ ສໍາມະນາ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ

ໃນລະຫວ່າງວັນທີ 22-23 ກໍລະກົດ 2025, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ແຂວງຈຳປາສັກ ຮ່ວມກັບຄະນະຄຸ້ມຄອງເຂດເສດຖະກິດພິເສດ ໄດ້ດຳເນີນການກວດສອບລະບົບປ້ອງກັນອັກຄີໄຟ ແລະ ອຸປະກອນຄວາມປອດໄພຕ່າງໆຢ່າງລະອຽດຢູ່ໃນໂຮງງານ, ສາງເກັບມ້ຽນສິນຄ້າ, ຫ້ອງການ ແລະ ສະຖານທີ່ອື່ນໆພາຍໃນ ຂພສປຍ. ການກວດສອບຄວາມປອດໄພດ້ານອັກຄີໄພແມ່ນຈະດຳເນີນການເປັນປະຈຳທຸກໆປີໃນຊ່ວງເວລາດັ່ງກ່າວ, ແຕ່ໃນປີນີ້ໄດ້ມີການກວດສອບໂຮງງານຍີ່ປຸ່ນທັງໝົດ 13 ໂຮງງານ ໂດຍໄດ້ເນັ້ນໃສ່ການກວດກາອຸປະກອນຕ່າງໆ ເຊັ່ນ: ລະບົບສັນຍານເຕືອນໄພ, ຖັງດັບເພີງ (ເພື່ອກວດສອບການໃຊ້ງານ) ແລະ ທາງອອກສຸກເສີນ. ໂຮງງານຍີ່ປຸ່ນທັງໝົດແມ່ນຜ່ານການກວດສອບ ແຕ່ວ່າມີບາງໂຮງງານແມ່ນໄດ້ຮັບຄຳແນະນຳສະເພາະຈາກທາງຄະນະຜູ້ກວດສອບ ເຊັ່ນວ່າ ການເພີ່ມຈຳນວນບັ້ງດັບເພີງ, ການຕິດຕັ້ງໄວ້ໃນຈຸດທີ່ເໝາະສົມ ແລະ ການປ່ຽນແທນອຸປະກອນເກົ່າທີ່ໃຊ້ການບໍ່ໄດ້. ໃນວັນທີ 24 ກໍລະກົດ 2025 ໄດ້ມີການຈັດສຳມະນາກ່ຽວກັບກວຽກງານສະກັດກັ້ນ...

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮັບຫຼຽນກຽດຕິຄຸນ ອາທິດອຸໄທ ຈາກປະເທດຍີ່ປຸ່ນ

ໃນວັນທີ 29 ເມສາ 2025 ໄດ້ມີການປະກາດຢ່າງເປັນທາງການວ່າ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຂອງ ສປປ ລາວ ຈະໄດ້ຮັບຫຼຽນກຽດຕິຄຸນ ອາທິດອຸໄທ ເຊິ່ງເປັນພິທີການມອບລາງວັນໃຫ້ແກ່ຊາວຕ່າງຊາດ ປະຈຳລະດູໃບໄມ້ປົ່ງ ປີ 2025 ຈາກປະເທດຍີ່ປຸ່ນ. ພິທີມອບຫຼຽນກຽດຕິຄຸນດັ່ງກ່າວ ແມ່ນໄດ້ຈັດຂຶ້ນທີ່ເຮືອນພັກຂອງພະນະທ່ານ ເອກອັກຄະລັດຖະທູດຍີ່ປຸ່ນຢູ່ທີ່ນະຄອນຫຼວງວຽງຈັນ ໃນວັນທີ 03 ກໍລະກົດ 2025 ເຊິ່ງຫຼຽນກຽດຕິຍົດອັງສູງສົ່ງນີ້ໄດ້ປະທານໂດຍ ສົມເດັດພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ ແລະ ເປັນກຽດມອບໂດຍ ພະນະທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ. ຕະຫຼອດໄລຍະເວລາທີ່ດຳລົງຕຳແໜ່ງເປັນ ເຈົ້າແຂວງໆຈຳປາສັກ, ລັດຖະມົນຕີກະຊວງແຜນການ...

ພະນະ ທ່ານ ເອກອັກຄະລັດຖະທູດ ຊູເດສ ມາເນຍ ຢ້ຽມຢາມ ຂພສປຍ

ໃນວັນທີ 12 ພຶດສະພາ 2025, ບໍລິສັດພັດທະນາ ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ຈຳກັດ (ຂພສປຍ) ໄດ້ຮັບກຽດຕ້ອນຮັບ ພະນະ ທ່ານ ຊູເດສ ມາເນຍ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນການຢ້ຽມຢາມຢ່າງເປັນທາງການທີ່ ຂພສປຍ. ໃນການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນດັ່ງກ່າວໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ Toshihiro Mochizuki ຜູ້ອໍານວຍການໃຫຍ່ຮ່ວມ ພ້ອມດ້ວຍພະນັກງານຂອງບໍລິສັດ. ຫຼັງຈາກນັ້ນ, ໄດ້ນໍາພາຄະນະຜູ້ແທນດັ່ງກ່າວເຂົ້າໄປຢ້ຽມຊົມບາງໂຮງງານອຸດສາຫະກໍາຍີ່ປຸ່ນຄື:ໂຮງງານອໍເຈແປນ ແລະ ໂຮງງານຊຶເກະ ຢູ່ໃນ ຂພສປຍ ແລະ ໄດ້ອະທິບາຍກ່ຽວກັບບັນດາສິນຄ້າຜະລິດຕະພັນຂອງບໍລິສັດຍີ່ປຸ່ນ, ຂະບວນການຜະລິດ,...

ເຈົ້າແຂວງໆຈໍາປາສັກຢ້ຽມຢາມເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ

ໃນວັນທີ 25 ເມສາ 2025, ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງໆຈໍາປາສັກ ພ້ອມດ້ວຍຄະນະການນຳຂອງແຂວງຈາກພະແນກການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ເພື່ອຮັບຟັງຄວາມຄືບໜ້າໃນການພັດທະນາຂອງເຂດ. ຫຼັງຈາກນັ້ນ, ຄະນະການນໍາຂອງແຂວງໄດ້ເຂົ້າໄປຢ້ຽມຊົມໂຮງງານອໍເຈແປນ ແລະ ໂຮງງານຊຶເກະລາວ ທີ່ຕັ້ງຢູ່ໃນ ຂພສປຍ ເຊິ່ງການຢ້ຽມຢາມຂອງຄະນະການນໍາແຂວງຈໍາປາສັກໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ Mochizuki ແລະ ທ່ານ ສົມຄິດ ຄະນະອໍານວຍການຂອງບໍລິສັດ ພ້ອມດ້ວຍພະນັກງານ ແລະ ຜູ້ຕ່າງໜ້າແຕ່ລະໂຮງງານ. ແຂວງຈໍາປາສັກ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສຶບຕໍ່ສະໜັບສະໜູນການພັດທະນາຂອງ ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ ໃນຕໍ່ໜ້າ.

ການຈັດກອງປະຊຸມປຶກສາຫາລືຮ່ວມ ລະຫ່ວາງ ພາກລັດ ແລະ ເອກະຊົນ ຍີ່ປຸ່ນ-ລາວ ແຂວງຈໍາປາສັກ ຄັ້ງທີ 4

ວັນທີ 17 ກຸມພາ 2025, ກອງປະຊຸມປຶກສາຫາລື ຮ່ວມລະຫວ່າງ ພາກລັດ ແລະ ເອກະຊົນ ຍີ່ປຸ່ນ-ລາວ ແຂວງຈໍາປາສັກ ຄັ້ງທີ 4 ຖຶກຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ ປະຈໍາ ສປປ ລາວ ສາຂາປາກເຊ (JCCIL) ແລະ ແຂວງຈຳປາສັກ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງຈຳປາສັກ. ຝ່າຍຍີ່ປຸ່ນມີຜູ້ເຂົ້າຮ່ວມປະມານ 24 ທ່ານ, ໃນນັ້ນມີ ທ່ານ Koizumi ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການ JICA, JETRO, JCCIL ແລະ ບັນດາບໍລິສັດສະມາຊິກເຂົ້າຮ່ວມ...

ວັນທີ 21 ກັນຍາ 2024, ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ໄດ້ເຊັນໜັງສືສະແດງຄວາມສົນໃຈ (LOI) ເພື່ອສະໜອງທີ່ດິນໃນ ຂພສປຍ ໃຫ້ແກ່ໂຄງການເຂດເສດຖະກິດພິເສດສາທິດຄວາມເປັນກາງຂອງອາຍກາກບອນ.

ຂພສປຍ ໄດ້ລົງນາມໃສ່ LOI ເພື່ອການສະໜອງທີ່ດິນຢູ່ ຂພສປຍ ແລະ ສະໜັບສະໜູນໂຄງການເຂດເສດຖະກິດພິເສດສາທິດຄວາມເປັນກາງຂອງອາຍກາກບອນ ຮ່ວມກັບ ບໍລິສັດ Lao Green Hydrogen ຈຳກັດ, ບໍລິສັດ TSB Greenex ຈຳກັດ ແລະ ບໍລິສັດ ຮ່ວມພັດທະນາ ເພັດສະຫວັນ ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ, ລາວ ສປປ ລາວ, ເຊິ່ງພິທີດັ່ງກ່າວໄດ້ເປັນສັກຂີພິຍານຮ່ວມ ໂດຍ ທ່ານ ປອ. ມາໄລທອງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ໂຢຊິດະ,...

ວັນທີ 03 ກັນຍາ 2024, ອົງການ NGO Kaze no kai ຈາກປະເທດຍີ່ປຸ່ນ ແລະ ເຂດເສດຖະກິດພິເສດນິຄົມອຸດສາຫະກໍາ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ)ໄດ້ຮ່ວມກັນຈັດກິດຈະກໍາຢ້ຽມຢາມທັດສະນະສຶກສາໂຮງງານໃຫ້ແກ່ຄະນະນັກຮຽນ ແລະ ຄູອາຈານຈໍານວນ 50 ທ່ານ ທີ່ມາຈາກໂຮງຮຽນປະຖົມນໍ້າໃສທາ ເຊິ່ງຕັ້ງຢູ່ໃກ້ກັບເຂດ.

ວັນທີ 03 ກັນຍາ 2024, ອົງການ NGO Kaze no kai ຈາກປະເທດຍີ່ປຸ່ນ ແລະ ຂພສປຍ ໄດ້ຮ່ວມກັນຈັດກິດຈະກໍາຢ້ຽມຢາມທັດສະນະສຶກສາໂຮງງານ ໃຫ້ແກ່ຄະນະນັກຮຽນ ແລະ ຄູອາຈານຈໍານວນ 50 ທ່ານ ທີ່ມາຈາກໂຮງຮຽນປະຖົມນໍ້າໃສທາ. ກ່ອນອື່ນ ບໍລິສັດ ພັດທະນາເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ຈໍາກັດ ໄດ້ອະທິບາຍຈໍານວນບໍລິສັດທີ່ລົງທຶນຢູ່ໃນ ຂພສປຍ ແລະ ຜະລິດຕະພັນທີ່ບັນດາບໍລິສັດຜະລິດ ແລະ ສົ່ງອອກ ໃຫ້ແກ່ຄະນະນັກຮຽນ ແລະ ຄູອາຈານ ເພື່ອຮັບຟັງ. ຫຼັງຈາກນັ້ນ, ຄະນະນັກຮຽນ ແລະ ຄູອາຈານດັ່ງກ່າວ ກໍ່ໄດ້ເຂົ້າໄປຢ້ຽມຊົມໂຮງງານຂອງບໍລິສັດ Tsuge...

ວັນທີ 28 ສິງຫາ 2024, ອົງການ JETRO ໄດ້ນໍາພາຄະນະຜູ້ແທນຈາກພາລະກິດການລົງທຶນດ້ານການຜະລິດຂອງລາວ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາບໍລິສັດຜະລິດຈາກປະເທດຍີ່ປຸ່ນ ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ.

ຄະນະຜູ້ແທນຈາກພາລະກິດການລົງທຶນດ້ານການຜະລິດຂອງລາວ ທີ່ຈັດຂື້ນໂດຍອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ເພື່ອແນໃສ່ບັນດາຜູ້ຜະລິດຍີ່ປຸ່ນ ໄດ້ເດີນທາງເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ)ໃນຄັ້ງວັນທີ 28 ສິງຫາ 2024. ທ່ານ Mochizuki, ຜູ້ອໍານວຍການໃຫຍ່ ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ ໄດ້ລາຍງານໃຫ້ຜູ້ເຂົ້າຮ່ວມຟັງກ່ຽວກັບສະພາບປະຈຸບັນຂອງ ຂພສປຍ ແລະ ຜະລິດຕະພັນທີ່ຜະລິດໂດຍບັນດາບໍລິສັດຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດ ຢູ່ໃນ ຂພສປຍ. ຫຼັງຈາກນັ້ນ, ຄະນະຜູ້ແທນດັ່ງກ່າວ ໄດ້ເຂົ້າໄປຢ້ຽມຊົມໂຮງງານຂອງບໍລິສັດ ຊຶເກະລາວ ຈໍາກັດ ທີ່ຜະລິດຢາສູບ ແລະບໍລິສັດ Leonka World Lao ຈໍາກັດ ທີ່ຜະລິດວິກຜົມ ຢູ່ໃນ ຂພສປຍ ຕື່ມອີກ.

ແຈ້ງການຈາກ PJSEZ

ອ່ານເພີ່ມເຕີມ