ພາບລວມຂອງບໍລິສັດ

  • HOME
  • ພາບລວມຂອງບໍລິສັດ
 

ຄາວມໝາຍຂອງ PJSEZ

ເຂດເສດຖະກິດພິເສດນິຄົມອຸສາຫະກໍາສະເພາະຂະໜາດນ້ອຍ ຫາ ກາງ ປາກເຊ-ຍີ່ປຸ່ນ ແມ່ນ ມີສະຖານທີ່ຕັ້ງຢູ່ແຂວງ ຈໍາປາສັກ ພາກໃຕ້ຂອງປະເທດລາວ.
ຖ້າຫາກທ່ານໃດມີຄວາມສົນໃຈ ແລະ ທ່ານທີ່ຢາກໃຊ້ຄວາມສາມາດທາງດ້ານພາສາ ຍີ່ປຸ່ນ, ພາສາອັງກິດ ເຂົ້າໃນການເຮັດ ແລະ ຫາປະສົບການ ກະລຸນາຕິດຕໍ່ພວກເຮົາ.
PJSEZພວກເຮົາຍີນດີຕ້ອນຮັບທຸກໆທ່ານ ມາເປັນເພື່ອນຮ່ວມງານ ແລະ ເພື່ອສົ່ງເສີມວຽກເຮັດງານທໍາໃຫ້ທຸກໆທ່ານ ມີລາຍຮັບທີ່ໝັ້ນຄົງ ແລະ ຖາວອນ

  • ພາບລວມຂອງບໍລິສັດ
  • ນະໂຍບາຍບໍລິສັດ
  • ຂໍ້ຄວາມຈາກອໍານວຍການ
  • ຂໍ້ຄວາມຈາກຜູ້ຕາງໜ້າລັດຖະບານ
  • ປະຫວັດຄວາມເປັນມາຂອງບໍລິສັດ
ຊື່ວິສາຫະກິດ: ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ.
ສ້າງຕັ້ງຂື້ນວັນທີ່: 12 ທັນວາ 2015
ທຶນຈົດທະບຽນ: 100,000 US$
ຜູ້ຖືຮຸ້ນ: ຄະນະກໍາມະການ ຄຸ້ມຄອງເຂດເສດຖະກິດພິເສດແຫ່ງຊາດລາວ, ເຂດເສດຖະກິດສະເພາະຂອງແຂວງຈໍາປາສັກ.
ກຸ່ມບໍລິສັດ ໄຊຊະນະ (ບໍລິສັດ ລາວ).
ບໍລິສັດ ສະຫວັນ ທີວີເອັສ ຄອນຊາວຕັນ ຈໍາກັດ (ບໍລິສັດ ລາວ)
ບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈໍາກັດ (ບໍລິສັດ ຢີປຸ່ນ)
• ພວກເຮົາມີຈຸດມຸ່ງໝາຍທີ່ຈະປະກອບສ່ວນໃນການພັດທະນາສາຍພົວພັນມິດຕະພາບລະຫວ່າງ ສປປ ລາວແລະ ຍີ່ປຸ່ນ.
• ພວກເຮົາມີຈຸດມຸ່ງໝາຍທີ່ຈະສ້າງຕັ້ງເປັນເຂດນິຄົມອຸດສາຫະກໍາໂດຍສະເພາະເປັນເຂດນິຄົມອຸດສາຫະກໍາສະເພາະ ບໍລິສັດ ຍີ່ປຸ່ນ.
• ພວກເຮົາມີຈຸດມຸ່ງໝາຍທີ່ຈະສົ່ງເສີມສີມືແຮງງານທ້ອງຖິ່ນແລະປະກອບສ່ວນໃນການພັດທະນາຊັບພະຍາກອນມະນຸດ.
• ພວກເຮົາມີຈຸດມຸ່ງໝາຍທີ່ຈະສ້າງຕັ້ງເປັນເຂດນິຄົມອຸດສາຫະກໍາທີ່ມີຄຸນຄ່າເໝາະສົມກັບການລົງທຶນທີ່ຄຸ້ມຄ່າ ແລະມີຄວາມປອດໄພໃນການດໍາເນີນງານໃຫ້ກັບບັນດາບໍລິສັດຍີ່ປຸ່ນ.
• ພວກເຮົາມີຈຸດມຸ່ງໝາຍທີ່ຈະສ້າງເປັນເຂດນິຄົມອຸດສາຫະກໍາທີ່ເປັນມິດກັບສິ່ງແວດລ້ອມແລະ ນໍາໃຊ້ສະພາບແວດລັອມໃຫ້ເກີດຜົນປະໂຫຍດສູງສຸດ.
ສິງຫາ ປີ 2015, ເຂດນິຄົມອຸສາຫະກໍາຂະໜາດນ້ອຍຫາກາງປາກເຊ-ຍີ່ປຸ່ນໄດ້ຮັບການສໍາປະທານຈາກລັດຖະບານ ສປປ ລາວ ເຊິງເປັນນິຄົມແຫ່ງທໍາອິດທີຈໍາກັດເອົາພຽງແຕ່ວິສາຫະກິດຂະໜາດນ້ອຍຫາກາງຂອງປະເທດ ຍີ່ປຸ່ນ, ແລະ ມາຮອດເດືອນ ມັງກອນ ປີ 2016 ເພື່ອແນໃສ່ການພັດທະນາ ແລະ ດໍາເນີນທຸລະກິດໃນເຂດນິຄົມໃຫ້ມີການເຕີບໃຫຍ່ຂະຫຍາຍໂຕ, ຈຶ່ງໄດມີການກໍ່ຕັ້ງບໍລິສັດຜູ້ພັດທະນາ ພາຍໃຕ້ຊື່ Pakse-Japan SME SEZ Development Co., Ltd. ຂື້ນ.

ຜູ້ຖືຮຸ້ນປະກອບມີ: ຄະນະກໍາມະການບໍລິຫານເຂດເສດທະກິດພິເສດແຫ່ງຊາດປະຈໍາແຂວງ ຈໍາປາສັກ, ບໍລິສັດໃນພື້ນທີ ກຸ່ມບໍລິສັດໄຊຊະນະ, ບໍລິສັກທີປຶກສາ ສະຫວັນ TVS ເປັນບໍລິສັດທີມີປະສົບການດ້ານການສົ່ງເສີມການລົງທຶນ, ແລະ ຕົວແທນຈາກປະເທດຍີ່ປຸ່ນ ບໍລິສັດ ນິຊິມັດຊຶ ກໍ່ສ້າງ, ປະກອບມີ 4 ບໍລິສັດຜູ້ຖືຮຸ້ນ. 4 ບໍລິສັດຜູ້ຖືຮຸ້ນນີ້ແມ່ນມີປະສົບການ ແລະ ຄວາມອຸດົມສົມບູນທາງດ້ານຊັບພະຍາກອນຫຼາຍ ເຊິງຈະເປັນຜູ້ ຊ່ວຍ, ຮ່ວມມື ແລະ ສົ່ງເສີມການລົງທຶນໃຫ້ມີຄວາມຈະເລີນກ້າວໜ້າໄດ້.

ມາຮອດປະຈຸບັນສ່ວນໃຫຍ່ວິສາຫະກິດຈາກປະເທດຍີ່ປຸນແມ່ນຈະໄປລົງທຶນຢູ່ປະເທດ ຈີນ, ໄທ, ຫວຽດນາມ ເຫຼົ່ານີ້ເປັນຕົ້ນ, ດ້ວຍເຫດຜົນຄວາມສ່ຽງທີ່ຈະມີການປ່ຽນແປງ ແລະ ອັດຕາແຮງສູງຂື້ນ ຈຶ່ງເປັນປັດໃຈສໍາຄັນທີ່ຈະດຶງດູດນັກລົງທຶນໃໝ່ເຂົ້າມາລົງທຶນໃນ ສປປ ລາວ. ເພື່ອສົ່ງເສີມການລົງທຶນ ແລະ ດໍາເນີນທຸລະໃຫ້ມີຄວາມສະດວກສະບາຍ, ປອດໄພ ບໍ່ວ່າຈະເປັນບໍລິສັດຍີ່ປຸ່ນທີ່ມາລົງທຶນຢູ່ປະເທດ ຈີນ, ໄທ, ຫວຽດນາມຢູ່ແລ້ວ ຫຼື ວ່າຈະມາຈາກປະເທດຍີ່ປຸ່ນໂດຍກົງ, ທີ່ມີຈຸດປະສົງຢາກລົງທຶນໃນນິຄົມອຸສາຫະກໍາທີພິເສດນີ້, ໂປດຢ່າລັງເລ ກະລຸນາຕິດຕໍ່ພວກເຮົາ.
ຄະນະກໍາມະການຄຸ້ມຄອງ ແລະ ສົ່ງເສີ່ມເຂດເສດຖະກິດພິເສດແຫ່ງຊາດ, ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ.
ຂ້າພະເຈົ້າ ປອ. ບຸນຍົງ ສູນທອນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ, ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຢິ່ປຸ່ນ ໄດ້ຮັບສໍາປະທານຈາກລັດຖະບານ ສປປ ລາວ ຢ່າງເປັນທາງຫານ ໃນເດືອນ ສິງຫາ 2015 ແລະ ໄດ້ເລີ່ມດໍາເນີນທຸລະກິດແຕ່ເດືອນ ພຶດສະພາ2016 ເປັນຕົ້ນມາ;
ຈຸດພິເສດຂອງເຂດເສດຖະກິດພິເສດນິຄົມອຸດສາຫະກໍາ ປາກເຊ-ຍີ່ປຸ່ນ ແມ່ນຈໍາກັດສະເພາະແຕ່ວິສາຫະກິດຂະຫນາດນ້ອຍຫາຂະຫນາດກາງຂອງຍີ່ປຸ່ນ.
ເປົ້າໝາຍຂອງລັດຖະບານ ສປປ ລາວ ແມ່ນເພຶ່ອເປັນການດຶ່ງດູດເອົາສະເພາະນັກລົງທຶນຈາກປະເທດຢິ່ປຸນ, ເພື່ອສົ່ງເສີ່ມສາຍພົວພັນລະຫວ່າງສອງຊາດໃຫ້ເເໜ້ນເຟັ້ນຍິ່ງຂື້ນກວ່າເກົ່າ ແລະ ເພື່ອການສົ່ງເສີ່ມນິຄົມອຸດສາຫະກໍາໃນສປປ ລາວ.
ນອກຈາກນີ້ ການທີ່ຈໍາກັດເອົາແຕ່ວິສາຫະກິດຂະໜາດນ້ອຍຫາກາງຂອງຢິ່ປຸນກໍ່ເພື່ອແນ່ໃສ່ການສະກັດກັ້ນການເພີ່ມຄ່າແຮງງານຂື້ນ, ການຍາດແຍ່ງແຮງງານ ແລະ ເພຶ່ອເປັນການສ້າງສະພາບແວັດລ້ອມໃຫ້ວິສາຫະກິດຂະໜາດນ້ອຍຫາກາງຂອງຢິ່ປຸນ ມີຄວາມໄວ້ວາງໃຈ ແລະ ສາມາດດໍາເນີນທຸລະກິດໄດ້ຢ່າງລັບລື່ນສະດວກສະບາຍ ແລະ ເປັນແຫຼ່ງສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນທ້ອງຖິ່ນອິກດ້ວຍ.
ສິ່ງທີ່ກ່າວມາຂ້າງເທິງນີ້ກໍ່ເປັນສ່ວນໜຶ່ງຂອງແຜນພັດທະນາສປປ ລາວໃຫ້ລຸດຜົ້ນອອກຈາກປະເທດດ້ອຍພັດທະນາພາຍໃນປີ 2025.
ເພື່ອສ້າງສິ່ງອໍານວຍຄວາມສະດວກ ແລະ ດຶງດູດນັກລົງທຶນຈາກຕ່າງປະເທດ, ລັດຖະບານ ສປປ ລາວໄດ້ກະກຽມຮ່າງບົດບັນທຶກຄວາມເຂົ້າໃຈ, ກົດໝາຍ, ກົດລະບຽບ, ກົດໝາຍສວຍສາອາກອນ ແລະ ປັບປຸງລະບົບການບໍລິຫານປະຕູດຽວເພື່ອຮອງຮັບນັກລົງທຶນຕ່າງປະເທດໃນການລົງທຶນຢ່າງມີປະສິດຕິຜົນ.
ຂ້າພະເຈົ້າ ໃນນາມຜູ້ຕ່າງໜ້າລັດຖະບານ ແລະ ຕ່າງໜ້າຄະນະກໍາມະການສົ່ງເສີ່ມ ແລະ ຄຸ້ມຄອງເຂດເສດຖະກິດພິເສດແຫ່ງຊາດ, ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ ແລະ ຄະນະກໍາມະການບໍລິຫານເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຢິ່ປຸນ ເຊິ່ງໄດ້ຮັບການອະນຸມັດຈາກລັດຖະບານສປປ ລາວ ແລະ ອໍານາດການປົກຄອງແຂວງຈໍາປາສັກ, ພວກເຮົາຍີນດີທີ່ຈະໃຫ້ການຮ່ວມມື ແລະ ສະໜັບສະໜູນການລົງທຶນຂອງທ່ານ.
(ເດືອນ ເມສາ 2020)
ວັນທີ 5 ເດືອນ ສິງຫາ ປີ 2015
ໄດ້ຮັບການອະນຸຍາດສ້າງຕັ້ງເຂດເສດຖະກິດພິເສດສໍາລັບທຸລະກິດຂະໜາດນ້ອຍ – ກາງ
ປາກເຊ-ຍີ່ປຸ່ນ (ການເຊັນສັນຍາສໍາປະທານ)
ວັນທີ 12 ເດືອນ ທັນວາ ປີ 2015
ໄດ້ເຊັນສັນຍາສ້າງຕັ້ງບໍລິສັດ ພັດທະນາເຂດເສດຖະກິດສະເພາະປາກເຊ-ຍີ່ປຸ່ນ ຈໍາກັດ (ຮ່ວມມືກັບ ບໍລິສັດ ນິຊິມັດຊຶກໍ່ສ້າງ ຈໍາກັດ)
ວັນທີ 17 ເດືອນ ທັນວາ ປີ 2015
ໄດ້ປະກາດ ກົດລະບຽບ ແລະ ລະບຽບການຕ່າງໆຕາມກົດໝາຍທີ່ກ່ຽວພັນກັບການຄຸ້ມຄອງ ແລະ ການລົງທຶນໃນເຂດເສດຖະກິດພິເສດສໍາລັບທຸລະກິດຂະໜາດນ້ອຍ – ກາງ ປາກເຊ-ຍີ່ປຸ່ນ.
ເດືອນ ມັງກອນ ປີ 2016
ໄດ້ຮັບໃບອະນຸຍາດລົງທຶນ ແລະ ທະບຽນວິສາຫະກິດຂອງບໍລິສັດ
ເດືອນ ພຶດສະພາ ປີ 2016
ໄດ້ເລີ່ມຕົ້ນການກໍ່ສ້າງໄລຍະທີ່ 1
ເດືອນ ກໍລະກົດ ປິ 2016
ໄດ້ເລີ່ມປະກາດຂາຍພື້ນທີ່
ວັນທີ 5 ສິງຫາປີ 2015