ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ລົງເຄື່ອນໄຫວຢ້ຽມຢາມ ບໍລິສັດ LGH

ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ລົງເຄື່ອນໄຫວຢ້ຽມຢາມ ບໍລິສັດ LGH

ໃນຄັ້ງວັນທີ 11 ພຶດສະພາ 2026, ທ່ານ ປອ. ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ, ພ້ອມຜູ້ຕ່າງໜ້າຈາກຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງຈຳປາສັກ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງ ໄດ້ລົງມາເຄື່ອນໄຫວຢ້ຽມຢາມ ບໍລິສັດ ລາວ ໄຮໂດຣເຈັນ ສະອາດ ຈໍາກັດ (LGH) ທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ).
ຄະນະຜູ້ແທນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຢູທາໂຣ ນິຊິໂອະ ປະທານບໍລິສັດ LGH ແລະ ທ່ານ ໂມຈິຊຶກິ ຜູ້ອຳນວຍການໃຫຍ່ ຂອງ ຂພສປຍ. ທ່ານ ນິຊິໂອະໄດ້ແນະນຳໂດຍຫຍໍ້ກ່ຽວກັບໂຄງການ ແລະ ນຳສະເໜີຄວາມຄືບໜ້າຂອງການກໍ່ສ້າງໂຮງງານຂົ້ວກາເຟດ້ວຍພະລັງງານໄຮໂດຣເຈັນ ໃນປັດຈຸບັນ ທີ່ຫ້ອງປະຊຸມຂອງ ຂພສປຍ.
ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ລົງໄປຢ້ຽມຊົມໂຮງງານທົດລອງຂອງ ບໍລິສັດ LGH ເຊິ່ງເປັນການຂົ້ວກາເຟດ້ວຍພະລັງງານໄຮໂດຣເຈັນ ທີ່ກຳລັງດຳເນີນການຢູ່ໃນໂຮງງານໃຫ້ເຊົ່າ ຂອງ ຂພສປຍ ແລະ ທາງຄະນະຜູ້ແທນກໍ່ໄດ້ຢ້ຽມຊົມຂະບວນການຂົ້ວກາເຟໂດຍໃຊ້ພະລັງງານໄຮໂດຣເຈນ.
ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ໄປຢ້ຽມຢາມເຂດກໍ່ສ້າງໂຮງງານຫຼັງໃໝ່ຂອງ ບໍລິສັດ LGH ເພື່ອກວດເບິ່ງຄວາມຄືບໜ້າຂອງໂຄງການ ແຕ່ໄລຍະເລີ່ມຕົ້ນຈົນຮອດປັດຈຸບັນ. ໃນລະຫວ່າງການຢ້ຽມຊົມ, ທ່ານ ປອ.ສຸກສະຫວັນ ໄດ້ມີການສອບຖາມລາຍລະອຽດກ່ຽວກັບກຳລັງການຜະລິດພະລັງງານໄຮໂດຣເຈັນ ແລະ ແລະ ປະລິມານການຂົ້ວກາເຟຕໍ່ປີ ລວມທັງປະເດັ່ນອື່ນໆທີ່ກ່ຽວຂ້ອງ.
ທ່ານປະທານຄະນະກຳມະການປົກຄອງແຂວງໄດ້ສະແດງຄວາມສົນໃຈເປັນຢ່າງຍິ່ງຕໍ່ໂຄງການ ແລະ ເນັ້ນຢ້ຳເຖິງຄວາມຕັ້ງໃຈທີ່ຈະສະໜັບສະໜຸນ ແລະ ສົ່ງເສີມໂຄງການດັ່ງກ່າວ ໃນລະດັບຊາດ, ໂດຍລະບຸວ່າແຂວງຈຳປາສັກມີສັກກາຍະພາບທາງດ້ານກະສິກຳທີ່ສູງ ແລະ ເປັນພື້ນທີ່ທີ່ມີຊື່ສຽງໃນດ້ານການປູກກາເຟ.
ນອກຈາກນັ້ນ, ທ່ານປະທານກໍ່ຍັງໄດ້ກ່າວຕື່ມອີກວ່າ ອຳນາດການປົກຄອງຂອງແຂວງ ພ້ອມທີ່ຈະສະໜັບສະໜູນໂຄງການດັ່ງກ່າວ ແລະ ຊ່ວຍແກ້ໄຂບັນຫາຕ່າງໆ ຖ້າຫາກທາງບໍລິສັດ LGH ປະສົບບັນຫາກ່ຽວກັບການກໍ່ສ້າງ ຫຼື ວ່າບັນຫາອື່ນໆ ແລະ ທ່ານກໍ່ຫວັງວ່າ ການກໍ່ສ້າງຈະສຳເລັດຕາມແຜນຂອງບໍລິສັດ ເພື່ອໃຫ້ສາມາດເລີ່ມດຳເນີນການໄດ້ເຕັມລະບົບ ແລະ ປະສົບຜົນສຳເລັດ ເລີ່ມເເຕ່ກາງປີ 2027 ເປັນຕົ້ນໄປ.