ວັນທີ 18 ກັນຍາ 2019, ທາງ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ ໄດ້ຈັດສໍາມະນາເຜີ່ຍແຜ່ກ່ຽວກັບ ການສະຫຼຸບບັນຊີວິສາຫະກິດ ແລະ ການຈ່າຍພາສີ-ອາກອນຕ່າງໆ ໃຫ້ແກ່ພະນັກງານບັນຊີຂອງບໍລິສັດຜູ້ເຊົ່າໂຮງງານ ຢູ່ທີ່ຫ້ອງປະຊຸມຂອງເຂດ PJSEZ. ພວກເຮົາຈະສືບຕໍ່ຈັດກິດກໍາແບບນີ້ ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມບັນດາບໍລິສັດຜູ້ເຊົາໂຮງງານຂອງພວກເຮົາ.
ໂຄງການການແລກປ່ຽນ ແລະ ພັດທະນາເຍົາວະຊົນນານາຊາດ ແມ່ນໂຄງການທີ່ສ້າງຕັ້ງຂຶ້ນໂດຍລັດຖະບານຍີ່ປຸ່ນ ເພື່ອເປັນການລະນຶກເຖິງການແຕ່ງງານ ຂອງສົມເດັດພະບໍລົມໂອສານທິລາດສະຍາມມົງກຸດລາດຊະກຸມານໃນປີ 1993, ການຈັດແຈງຊາວໜຸ່ມຍີ່ປຸ່ນຢູ່ຕ່າງປະເທດ, ຈຸດປະສົງແມ່ນເພື່ອຝຶກອົບຮົມຊາວໜຸ່ມ ຜູ້ທີ່ສາມາດສະແດງໃຫ້ເຫັນຄວາມເປັນຜູ້ນໍາໃນຊຸມຊົນນານາຊາດ ແລະ ການພັດທະນາຢ່າງແຂງແຮງຂອງຊາວຫນຸ່ມ. ຄັ້ງນີ້ປະກອບມີຊ່າວໜຸ່ມ 14 ຄົນ ທີ່ມາຈາກປະເທດຍີ່ປຸ່ນ (ຫົວໜ້າທີມ 1 ທ່ານ, ຮອງຫົວຫນ້າທີມ 1 ຄົນ, ນັກຮຽນ 12 ຄົນ) ໄດ້ມາຢ້ຽມຢາມ ລາວ ແລະ ພົບປະກັບຊາວຫນຸ່ມລາວ, ການຢ້ຽມຢາມ ແລະ ຮຽນຮູ້ປະສົບການຈາກການເຮັດກິດຈະກໍາທາງສັງຄົມ, ອຸດສາຫະກໍາ, ວັດທະນະທໍາ, ການສຶກສາ, ສິ່ງແວດລ້ອມ ແລະ ອື່ນໆ ຢູ່ໃນ ສປປ ລາວ. ວັນທີ 12-14 ກັນຍາ 2018, ພວກເຂົາໄດ້ມາຮອດ ປາກເຊ ແລະ ໄດ້ເຂົ້າຢ້ຽມຊົມຖານການຜະລິດຂອງບັນດາໂຮງງານ ແລະ ພົບປະກັບນັກສຶກສາ ຂອງວິທະຍາໄລເຕັກນິກ-ວິຊາຊີບ ຈໍາປາສັກ.
ສະຖາບັນຄົ້ນຄ້ວານະໂຍບາຍ ແລະ ຝຶກອົບຮົມແຮງງານປະເທດຍີ່ປຸ່ນໄດ້ເຂົ້າມາສໍາພັດບັດດາບໍລິສັດ ຍີ່ປຸ່ນທີ່ພວມດໍາເນີນກິດຈະກໍາຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ຕັ້ງແຕ່ວັນທີ່ 12-13 ກັນຍາ 2019. ອາຈານ 3 ທ່ານຈາກ ສະຖາບັນຄົ້ນຄ້ວານະໂຍບາຍ ແລະ ຝຶກອົບຮົມແຮງງານ ປະເທດຍີ່ປຸ່ນໄດ້ເຂົ້າມາເກັບກໍາຂໍ້ມູນນໍາ ບໍລິສັດ ຍີ່ປຸ່ນ 5 ແຫ່ງເຊັ່ນວ່າ: ບໍລິສັດ Sanko Lao Co., Ltd., Power (Pakse) Co., Ltd., Leonka World Lao Co., Ltd., Lao Ochi Cosmetic Bruch Co., Ltd. ບໍລິສັດ All Japan Budo gu Lao Co., Ltd. ກ່ຽວກັບປະຫວັດຄວາມເປັນມາ ແລະ ການຕັດສິນໃຈເຂົ້າມາລົງທຶນຢູ່ໃນ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ ແລະ ການບໍລິຫານຈັກການແຮງງານຂອງບັນດາບໍລິສັດດັ່ງກ່າວ. ສະຖາບັນຄົ້ນຄວ້ານະໂຍບາຍ ແລະ ຝຶກອົບຮົມແຮງງານປະເທດຍີ່ປຸ່ນຈະນໍາເອົາຂໍ້ມູນເຫຼົ່ານີ້ ໄປຕີພີມເປັນປື້ມຄູ່ມືກ່ຽວກັບບັນຍາກາດ ຂອງການລົງທຶນຢູ່ໃນ ຂພສ ນິຄົມອຸດສາຫະກໍາສະເພາະ...
ວັນທີ 20-24 ສິງຫາ 2018 ໄດ້ຈັດສໍາມະນາ AOTS 5S ຂື້ນຢູ່ທີ່ ໂຮງແຮມ ຈໍາປາສັກ ແກຣນ. ການສໍາມະນາຄັ້ງນີ້ເປັນສ່ວນໜື່ງຂອງການຮ່ວມມືທາງດ້ານເສດຖະກິດ ແລະ ອຸດສາຫະກໍາລະຫວ່າງປະເທດຍີ່ປຸ່ນ ແລະ ອາຊຽນ ໂດຍການສະໜັບສະໜູນຂອງອົງການການພັດທະນາທາງດ້ານ ຊັບພະຍາກອນມະນຸດຢູ່ຕ່າງປະເທດ(AOTS), ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (PJSEZ). ໂຄງການສໍາມະນາຄັ້ງນີ້ ແມ່ນແນ່ໃສ່ພັດທະນາທັກສະ ແລະ ຄວາມສາມາດຂອງວິຊາການຄົນລາວຜູ້ທີ່ພວກເຮັດວຽກນໍາ ບັນດາບໍລິສັດຍີ່ປຸ່ນ ຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ແລະ ແຂວງ ຈໍາປາສັກ. ການສໍາມະນາ ແລະ ຝຶກອົບຮົມກ່ຽວກັບວຽກງານ 5S, Kaizen, QC ຈະໄດ້ດໍາເນີນຕັ້ງແຕ່ ເວລາ 9 ໂມງເຊົ້າ ຫາ 16 ໂມງ ແລງ ເປັນເວລາຕິດຕໍ່ກັນ 5 ວັນ ເຊິ່ງຄູຝຶກໃນຄັ້ງນີ້ ແມ່ນອາຈານຄົນໄທທີ່ໄດ້ຮັບກຽດເຊື້ອເຊີນໂດຍ ອົງການສົ່ງເສີມດ້ານເຕັກໂນໂລຊີ ປະເທດໄທ-ຍີ່ປຸ່ນ. ວັນສຸດທ້າຍຂອງການສໍາມະນາມີນັກສໍາມະນາກອນ 49 ທ່ານ ທີ່ສໍາເລັດຫຼັກສູດການຝຶກອົບຮົມ ພ້ອມທາງໄດ້ຮັບໃບຢັ້ງຢືນຈາກອົງການ AOTS....
ທ່ານອາດຈະເຫັນຂ່າວກ່ຽວກັບໄພພິບັດຈາກຊັນເຂື່ອນແຕ່ກ ຢູ່ທີ່ແຂວງ ອັດຕະປື. ເມືອງປາກເຊ, ແຂວງ ຈໍາປາສັກ ໄດ້ເປັນຖານຮອງຮັບການບໍລິຈາກວັດຖຸປັດໄຈບັນເທົ່າທຸກຂອງໄພພິບັດຄັ້ງນີ້, ເນື່ອງຈາກວ່າ ເປັນແຂວງທີ່ໃກ້ກັບແຂວງ ຈໍາປາສັກ. ບັນດາວັດຖຸປັດໃຈທີ່ໄດ້ຮັບບໍລິຈາກໂດຍ ບັນດາ ບໍລິສັດ ຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ໄດ້ເລີ່ມຕົ້ນສັງລວມວັດຖຸປັດໃຈເພື່ອຈະນໍາໄປມອບໃຫ້ແກ່ຜູ້ປະສົບໄພ. ຂະບວນການສະຫນັບສະຫນູນຈາກບັນດາປະເທດໃກ້ຄຽງ ຂອງ ສປປ ລາວ ເຊັ່ນວ່າ: ປະເທດໄທ ແລະ ຫວຽດນາມ ແມ່ນພວມສັງລວມການແຜ່ວັດຖຸປັດໃຈເພື່ອຊ່ວຍຜູ້ປະສົບພາຍໃນຄັ້ງນີ້ເຊັ່ນດຽວກັນກັບໃນ ສປປລາວ.
ວັນທີ 18 ກໍລະກົດ 2018, ທ່ານ Mr. Takeshi HIKIHARA, ເອັກອັກຄະລັດຖາຖູດ ແຫ່ງປະເທດຍີ່ປຸ່ນໄດ້ມາຢຽ້ມຢາມ ບັນດາບໍລິສັດ ຍີ່ປຸ່ນ ທີ່ພວກດໍາເນີນທຸລະກິດຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (ເຊັ່ນວ່າ: ບໍລິສັດ LAO OCHO COSMETIC BRUSH CO., LTD., POWER (PAKSE) CO., LTD., ALL JAPAN BUDO GU LAO CO., LTD.)
ວັນທີ 18 ກໍລະກົດ 2018, ບໍລິສັດ Sanko Lao Co., Ltd. ໄດ້ຈັດພິທີເປີດບໍລິສັດຂອງຕົນຢ່າງເປັນທາງການ ຢູ່ທີ່ ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ໂດຍມີບັນດາພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ (ປະເທດຍີ່ປຸ່ນ) ເຂົ້າຮ່ວມ ເພື່ອເປີດ ແລະ ສະເຫຼີ່ມສະຫຼອງງານດັ່ງກ່າວ.
CHRISTY GEM CO, LTD (ສາຂາ ຂອງບໍລິສັດ Kuwayama Co., Ltd.,ຢູ່ທີ່ປະເທດໄທ ເຊິ່ງເປັນບໍລິສັດຜະລິດ ແລະ ຈໍາໜ່າຍເຄື່ອງປະດັບອັນຍະມະນີ ຈາກ ໂຕກຽວ, ປະເທດຍີ່ປຸ່ນ) ໄດ້ຕັດສິນໃຈລົງທຶນຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ. ວັນທີ 15 ພຶດສະພາ 2018, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຈໍາປາສັກໄດ້ມອບໃບອະນຸຍາດການລົງທຶນ ແລະ ໃບທະບຽນວິສາຫະກິດໃຫ້ແກ່ບໍລິສັດ Christy Lao Co., Ltd. ພວກເຂົາຈະເລີ່ມດໍາເນີນການຜະລິດຢູ່ໂຮງງານໃຫ້ເຊົ່າຂອງເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ.
ວັນທີ 25 ກຸມພາ 2018, ມີນັກທຸລະກິດໜຸ່ມຈໍານວນ 40 ຄົນມາຈາກແຂວງ ອຸບົນຣາຊະທານີ ແລະ ແຂວງ ຊຸນບູລີ ປະເທດໄທ ໄດ້ເດີນທາງເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ. ແຂວງ ອຸບົນຣາຊະທານີ ເປັນແຂວງໜຶ່ງທີ່ໃກ້ທີ່ສຸດຂອງປະເທດໄທ ເຊິ່ງມີຊາຍແດນຕິດກັບແຂວງຈໍາປາສັກ ແລະ ແຂວງຊຸນບູລີ ເປັນແຂວງໜຶ່ງທີ່ມີເຂດເສດຖະກິດນິຄົມອຸດສາຫະກໍາ ທີ່ມີບັນດາບໍລິສັດຍີ່ປຸ່ນຫຼາຍແຫ່ງ. ຫວັງວ່າຈະໄດ້ເຮັດວຽກຮ່ວມກັບບັນດາບໍລິສັດຍີ່ປຸ່ນທີ່ລົງທຶນກ່ອນ ຢູ່ທີ່ນັ້ນ ເພື່ອຫຼັງໄຫຼເຂົ້າມາລົງທຶນ ເພີ່ມເຕີມຢູນະຄອນປາກເຊ, ແຂວງ ຈໍາປາສັກ, ສປປ ລາວ.
ບໍລິສັດ POWER (PAKSE) Co. , Ltd. (Meguro-ku,ໂຕກຽວ – ຜູ້ຜະລິດ ແລະ ຈໍາໜ່າຍເຄື່ອງນຸ່ງຫົ່ມເດັກນ້ອຍ) ໄດ້ຕັດສິນໃຈລົງທຶນຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ແຂວງຈໍາປາສັກ. ໃນວັນທີ 20 ກຸມພາປີ 2018, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຈໍາປາສັກໄດ້ມອບໃບອະນຸຍາດລົງທຶນ ແລະ ໃບທະບຽນວິສາຫະກິດໃຫ້ແກ່ ບໍລິສັດ Power (Pakse) Co., Ltd. ພວກເຂົາຈະເລີ່ມດໍາເນີນການຜະລິດຢູ່ໂຮງງານໃຫ້ເຊົ່າຂອງເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ.
Next Blog