ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ບໍລິສັດ CHRISTY GEM CO, LTD.ໄດ້ຮັບໃບອະນຸຍາດລົງທຶນຢູ່ໃນ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

ບໍລິສັດ CHRISTY GEM CO, LTD.ໄດ້ຮັບໃບອະນຸຍາດລົງທຶນຢູ່ໃນ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

CHRISTY GEM CO, LTD (ສາຂາ ຂອງບໍລິສັດ Kuwayama Co., Ltd.,ຢູ່ທີ່ປະເທດໄທ ເຊິ່ງເປັນບໍລິສັດຜະລິດ ແລະ ຈໍາໜ່າຍເຄື່ອງປະດັບອັນຍະມະນີ ຈາກ ໂຕກຽວ, ປະເທດຍີ່ປຸ່ນ) ໄດ້ຕັດສິນໃຈລົງທຶນຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ.

ວັນທີ 15 ພຶດສະພາ 2018, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຈໍາປາສັກໄດ້ມອບໃບອະນຸຍາດການລົງທຶນ ແລະ ໃບທະບຽນວິສາຫະກິດໃຫ້ແກ່ບໍລິສັດ Christy Lao Co., Ltd.

ພວກເຂົາຈະເລີ່ມດໍາເນີນການຜະລິດຢູ່ໂຮງງານໃຫ້ເຊົ່າຂອງເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ.