ຂໍ້ມູນການສະໝັກງານ

ພະນະທ່ານ ນ. ປານີ ຢ່າທໍ່ຕູ້, ຮອງປະທານປະເທດ ແຫ່ງສປປ ລາວ ຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ວັນທີ 23 ກັນຍາ 2022

ວັນທີ 23 ກັນຍາ 2022, ພະນະທ່ານ ນ. ປານີ ຢ່າທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງສປປ ລາວ ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ(ຂພສ ປາກເຊ-ຍີ່ປຸ່ນ). ພະນະທ່ານ ຮອງປະທານປະເທດ ໄດ້ເຂົ້າມາຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ໃນຄັ້ງນີ້ ຮ່ວມກັບ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງລັດຖະມົນຕີ ກະຊວງການເງິນ, ຮອງຜູ້ວ່າການ ທະນາຄານແຫ່ງສປປ ລາວ, ເຈົ້າແຂວງ ແຂວງຈໍາປາສັກ ພ້ອມດ້ຍຄະນະການນໍາຂັ້ນສູງຈາກສູນກາງ ແລະ ແຂວງຈໍາປາສັກ. ພະນະທ່ານ ໄດ້ຮັບຟັງການລາຍກ່ຽວກັບສະພາບການພັດທະນາໃນປະຈຸບັນຂອງ ຂພສ ປາກເຊ-ຍີ່ປຸ່ນ ຈາກ ທ່ານ Mochizuki, ຜູ້ອໍານວຍການໃຫຍ່ຮ່ວມຂອງບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ, ທີ່ມາຈາກບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈໍາກັດ ປະເທດຍີ່ປຸ່ນ ເຊິ່ງເປັນຜູ້ພັດທະນາ ແລະ ບໍລິຫານຈັດການ ຂພສ ປາກເຊ-ຍີ່ປຸ່ນ. ຫຼັງຈາກນັ້ນ, ພະນະທ່ານ ກໍ່ໄດ້ຮັບຟັງການລາຍງານກ່ຽວກັບຜະລິດຕະພັນຂອງແຕ່ລະບໍລິສັດຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ເພີ່ມເຕີມ. ແລະ...

ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາ ລາວ ໄດ້ສົ່ງຂໍ້ສະເໜີກ່ຽວກັບການອອກວິຊາ ແລະ ຂັ້ນຕອນການນໍາເຂົ້າ/ສົ່ງອອກຫາເຈົ້າແຂວງ ແຂວງ ຈໍາປາສັກ

ວັນທີ 14 ທັນວາ 2020 ໂດຍການໃຫ້ກຽດເຂົ້າຮ່ວມຂອງພະນະ ທ່ານ Takewaka ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາສປປລາວ, ສາຂາປາກເຊ ໄດ້ສົ່ງຂໍ້ສະເໜີຫາເຈົ້າແຂວງ ແຂວງຈໍາປາສັກ ເພື່ອຊີ້ແຈງກ່ຽວກັບຂັ້ນຕອນການຂໍວິຊາ (VISA)ໃຫ້ແກ່ວິຊາການຄົນຕ່າງປະເທດ ແລະ ປັບປຸ່ງຂັ້ນຕອນການນໍາເຂົ້າ ແລະ ສົ່ງອອກ. ກິດຈະການຂອງສາຂາປາກເຊ ແມ່ນເພື່ອສືບຕໍ່ປັບປຸ່ງສະພາບແວດລ້ອມໃນການດໍາເນີນທຸລະກິດຂອງບັນດາບໍລິສັດຍີ່ປຸ່ນ ຢູ່ທາງພາກໃຕ້ຂອງສປປ ລາວ.  

ການຢ້ຽມຢາມ ຂພສ ປາກເຊ-ຍີ່ປຸນ ຂອງ ພະນະ ທ່ານ Takewaka, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ລາວ

ວັນທີ 14 ທັນວາ 2020, ພະນະ ທ່ານ Takewaka, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ເຊິ່ງທ່ານທູດ ໄດ້ເຂົ້າຊົມບາງບໍລິສັດຍີ່ປຸ່ນທີ່ພວມດໍາເນີນທຸລະກິດຢູ່ໃນເຂດ ເປັນຕົ້ນແມ່ນ ບໍລິສັດ ອໍເຈແປນ, ບໍລິສັດ ພາວເວີ (ປາກເຊ), ບໍລິສັດ ຊັງໂກລາວ ທີ່ພວມດໍາເນີນກິດຈະການຢູ່ໃນເຂດ ແລະ ທ່ານກໍ່ໄດ້ຮັບຟັງການອະທິບາຍກ່ຽວກັບສະຖານະການປະຈຸບັນຂອງຂະບວນການຜະລິດ, ການຜະລິດ ແລະ ອື່ນໆ ຈາກແຕ່ລະບໍລິສັດຕື່ມ.

ພະນະ ທ່ານ ທອງລຸນ, ນາຍົກລັດຖະມົນຕີ ແຫ່ງສປປ ລາວ ຢ້ຽມຢາມເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ

ວັນເສົາ, ວັນທີ 24 ຕຸລາ 2020, ພະນະ ທ່ານ ທອງລຸນ ສີສຸລິດ ໄດ້ເຂົ້າມາຢ້ຽມຢາມ “ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ (ນິຄົມອຸດສາຫະກໍາ) “. ປະຈຸບັນມີ 14 ບໍລິສັດຍີ່ປຸ່ນ ທີ່ພວມດຳເນີນທຸລະກິດຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ, ມີແຮງງານລາວທັງໝົດ 900 ຄົນ ແລະ ວິຊາການຕ່າງປະເທດ 17 ຄົນ, ແລະ ແຕ່ລະບໍລິສັດສ່ວນໃຫຍ່ ແມ່ນຜະລິດ ແລະ ສົ່ງອອກຜະລິດຕະພັນອຸດສາຫະກຳ ແລະຜະລິດຕະພັນແຜ່ນແຜຢູ່ໃນເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ. ໃນໄລຍະການລະບາດຂອງພະຍາດ COVID-19 ຕັ້ງແຕ່ເດືອນກຸມພາປີນີ້, ແຕ່ລະບໍລິສັດຍີ່ປຸ່ນ ແມ່ນໄດ້ຮ່ວມມືກັບລັດຖະບານລາວ ເພື່ອປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ແລະ ບັນດາມາດຕະການປ້ອງກັນອຶ່ນໆ ແລະ ສາມາດສືບຕໍ່ດຳເນີນງານເປັນປົກກະຕິ.

ທຸລະກິດແນວພັນໃນດ້ານກະສິກຳລາວ!

ຈຸດພິເສດກ່ຽວກັບກະສິກຳ ໄດ້ຖືກຈັດຕັ້ງຂຶ້ນໃນຂະນະນີ້ ຢູ່ໃນ “The World is Now JETRO Global Eye” ເຊິ່ງໄດ້ມີການນຳສະເໜີປະເທດລາວມາຫຼາຍຄັ້ງແລ້ວ. ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ (PJSEZ) ຈະປາກົດຢູ່ໃນຕອນທ້າຍ, ສະນັ້ນ ກະລຸນາເຂົ້າໄປເບິ່ງໄດ້ທີ່. [JETRO] Seed business in Lao agriculture! – YouTube

ການເຄື່ອນໄຫວແຜ່ວັດຖຸປັດໃຈຊ່ວຍເຫຼື່ອຜູ້ປະສົບໄພ ຢູ່ ເມືອງ ສະໜາມໄຊ, ແຂວງ ອັດຕະປື.

ໃນຕອນແລງ ວັນທີ 23 ກໍລະກົດ 2018, ພວກເຮົາໄດ້ລາຍງານກ່ຽວັບການຈັດສົ່ງວັດຖຸປັດໄຈ ຄັ້ງທີ່ 1 ຫາຫ້ອງການຄຸ້ມຄອງໄພພິບັດ ເມືອງ ສະໜາມໄຊ, ແຂວງ ອັດຕະປື. ບັນດາບໍລິສັດຍີ່ປຸ່ນຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ເຊັ່ນວ່າ ບໍລິສັດ Sanko Lao Co., Ltd., ບໍລິສັດ Power (Pakse) Co., Ltd., ບໍລິສັດ All Japan Budo gu Lao Co., Ltd. ແລະ ພະນັກງານຄົນລາວ ຂອງແຕ່ລະບໍລິສັດກໍ່ໄດ້ອຸປະຖໍາວັດຖຸປັດໄຈ, ອຸປະກອນ ແລະ ເຄື່ອງນຸງຫົ່ມ ຈໍານວນໜຶ່ງ ເພື່ອຈະໄດ້ນໍາໄປຊ່ວຍເຫລື່ອ ແກ່ຜູ້ທີ່ໄດ້ຮັບເຄາະຮ້າຍໃນຄັ້ງນີ້. ບັນດາບໍລິສັດໄດ້ສັງລວມ ແລະ ຫຸ້ມຫໍວັດຖຸດັ່ງກ່າວ ເພື່ອກຽມພ້ອມຈະນໍາໄປມອບໃຫ້ແກ່ຜູ້ປະສົບ ເຊິ່ງນໍາພາໂດຍ ຂພສ ນິຄົມອຸສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ. ພວກເຮົາໄດ້ສົ່ງອຸປະກອນການຊ່ວຍເຫລືອໃຫ້ຜູ້ຖືກເຄາະຮ້າຍທີ່ເມືອງ ສະໜາມໄຊ ເຊິ່ງສະພາບການຂອງທະໜົນຫົນທາງ ຕະລອດ 40 ກິໂລແມັດ ຈາກຕົວເມືອງ ອັດຕະປື ຫາ ເມືອງ ສະໜາມໄບ ແມ່ນມີຄວາມຍຸ້ງຍາກຫຼາຍເພາະວ່າ...

ALL JAPAN BUDO GU LAO CO., LTD. ໄດ້ຮັບໃບອະນຍາດລົງທຶນຢູ່ໃນ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

ສູນເຄນໂດອໍເຈແປນ (ການຜະລິດ-ການຂາຍຍ່ອຍ ແລະ ຂາຍສົ່ງ ຊຸດກິລາເຄນໂດ ຢູ່ທີ່ ເມືອງ Kumamoto, ແຂວງ Kumamoto ທີ່ເປັນກິລາການຕໍ່ສູ້ແບບເກົ່າແກ່ຂອງຍີ່ປຸ່ນ) ໄດ້ຕັດສິນໃຈລົງທຶນ ຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ. ວັນທີ 29 ມີນາ 2018, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຈໍາປາສັກໄດ້ມອບໃບອະນຸຍາດການລົງທຶນ ແລະ ໃບທະບຽນວິສາຫະກິດໃຫ້ແກ່ ບໍລິສັດ All Japan Budogu Lao Co.,  Ltd. ພວກເຂົາຈະເລີ່ມດໍາເນີນການຜະລິດຢູ່ໂຮງງານໃຫ້ເຊົ່າຂອງເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ.  

ສຳລັບຜູ້ທີ່ສົນໃຈ ຫລື ຮັກໃນການຕັດຫຍິບ ເສື້ອຜ້າ

📣 ຂ່າວດີມາແລ້ວ!!! ສຳລັບຜູ້ທີ່ສົນໃຈ ຫລື ຮັກໃນການຕັດຫຍິບ ເສື້ອຜ້າ ✂✂ ບໍລິສັດ ພາວເວີ(ປາກເຊ) ຈຳກັດ POWER (PAKSE) CO.,LT ແມ່ນມີຄວາມຕ້ອງການຮັບພະນັກງານໃນຫລາຍຕຳແຫນ່ງ ໂດຍສະເພາະຜູ້ທີ່ມີປະສົບການດ້ານການຫຍິບເສື້ອຜ້າມາກ່ອນ. 📣 ວັນທີ 25/4/2018 ແມ່ນຈະມີການຄັດເລືອກ ສຳພາດ ແລະ ທົດສອບການຕັດຫຍິບ. 📣 ຂໍເຊີນຊວນຫມູ່ເພື່ອນທີ່ຢາກເປີດໂອກາດ ທົດສອບຄວາມສາມາດຂອງຕົນເອງ ມາສະຫມັກ ຕາມລາຍລະອຽດລຸ່ມນີ້: 👇🏻👇🏻👇🏻 ເບີໂທຕິດຕໍ່: ທ່ານ ຈ໋ອງແອ່ງ ອິນທິສານ 020 9544 4199 ແລະ 020 2804 4970 📣 ດ່ວນ! ດ່ວນ! ດ່ວນ ໂອກາດມາຮອດທ່ານແລ້ວ. ✂✂   ຕິດຕໍ່ສອບຖາມຜ່ານທາງ Facebook ທີ່ລະບຸໃນຂ້າງລຸ່ມນີ້