ວັນທີ 20-24 ສິງຫາ 2018 ໄດ້ຈັດສໍາມະນາ AOTS 5S ຂື້ນຢູ່ທີ່ ໂຮງແຮມ ຈໍາປາສັກ ແກຣນ. ການສໍາມະນາຄັ້ງນີ້ເປັນສ່ວນໜື່ງຂອງການຮ່ວມມືທາງດ້ານເສດຖະກິດ ແລະ ອຸດສາຫະກໍາລະຫວ່າງປະເທດຍີ່ປຸ່ນ ແລະ ອາຊຽນ ໂດຍການສະໜັບສະໜູນຂອງອົງການການພັດທະນາທາງດ້ານ ຊັບພະຍາກອນມະນຸດຢູ່ຕ່າງປະເທດ(AOTS), ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (PJSEZ). ໂຄງການສໍາມະນາຄັ້ງນີ້ ແມ່ນແນ່ໃສ່ພັດທະນາທັກສະ ແລະ ຄວາມສາມາດຂອງວິຊາການຄົນລາວຜູ້ທີ່ພວກເຮັດວຽກນໍາ ບັນດາບໍລິສັດຍີ່ປຸ່ນ ຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ແລະ ແຂວງ ຈໍາປາສັກ. ການສໍາມະນາ ແລະ ຝຶກອົບຮົມກ່ຽວກັບວຽກງານ 5S, Kaizen, QC ຈະໄດ້ດໍາເນີນຕັ້ງແຕ່ ເວລາ 9 ໂມງເຊົ້າ ຫາ 16 ໂມງ ແລງ ເປັນເວລາຕິດຕໍ່ກັນ 5 ວັນ ເຊິ່ງຄູຝຶກໃນຄັ້ງນີ້ ແມ່ນອາຈານຄົນໄທທີ່ໄດ້ຮັບກຽດເຊື້ອເຊີນໂດຍ ອົງການສົ່ງເສີມດ້ານເຕັກໂນໂລຊີ ປະເທດໄທ-ຍີ່ປຸ່ນ. ວັນສຸດທ້າຍຂອງການສໍາມະນາມີນັກສໍາມະນາກອນ 49 ທ່ານ ທີ່ສໍາເລັດຫຼັກສູດການຝຶກອົບຮົມ ພ້ອມທາງໄດ້ຮັບໃບຢັ້ງຢືນຈາກອົງການ AOTS....
ໃນຕອນແລງ ວັນທີ 23 ກໍລະກົດ 2018, ພວກເຮົາໄດ້ລາຍງານກ່ຽວັບການຈັດສົ່ງວັດຖຸປັດໄຈ ຄັ້ງທີ່ 1 ຫາຫ້ອງການຄຸ້ມຄອງໄພພິບັດ ເມືອງ ສະໜາມໄຊ, ແຂວງ ອັດຕະປື. ບັນດາບໍລິສັດຍີ່ປຸ່ນຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ເຊັ່ນວ່າ ບໍລິສັດ Sanko Lao Co., Ltd., ບໍລິສັດ Power (Pakse) Co., Ltd., ບໍລິສັດ All Japan Budo gu Lao Co., Ltd. ແລະ ພະນັກງານຄົນລາວ ຂອງແຕ່ລະບໍລິສັດກໍ່ໄດ້ອຸປະຖໍາວັດຖຸປັດໄຈ, ອຸປະກອນ ແລະ ເຄື່ອງນຸງຫົ່ມ ຈໍານວນໜຶ່ງ ເພື່ອຈະໄດ້ນໍາໄປຊ່ວຍເຫລື່ອ ແກ່ຜູ້ທີ່ໄດ້ຮັບເຄາະຮ້າຍໃນຄັ້ງນີ້. ບັນດາບໍລິສັດໄດ້ສັງລວມ ແລະ ຫຸ້ມຫໍວັດຖຸດັ່ງກ່າວ ເພື່ອກຽມພ້ອມຈະນໍາໄປມອບໃຫ້ແກ່ຜູ້ປະສົບ ເຊິ່ງນໍາພາໂດຍ ຂພສ ນິຄົມອຸສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ. ພວກເຮົາໄດ້ສົ່ງອຸປະກອນການຊ່ວຍເຫລືອໃຫ້ຜູ້ຖືກເຄາະຮ້າຍທີ່ເມືອງ ສະໜາມໄຊ ເຊິ່ງສະພາບການຂອງທະໜົນຫົນທາງ ຕະລອດ 40 ກິໂລແມັດ ຈາກຕົວເມືອງ ອັດຕະປື ຫາ ເມືອງ ສະໜາມໄບ ແມ່ນມີຄວາມຍຸ້ງຍາກຫຼາຍເພາະວ່າ...
ທ່ານອາດຈະເຫັນຂ່າວກ່ຽວກັບໄພພິບັດຈາກຊັນເຂື່ອນແຕ່ກ ຢູ່ທີ່ແຂວງ ອັດຕະປື. ເມືອງປາກເຊ, ແຂວງ ຈໍາປາສັກ ໄດ້ເປັນຖານຮອງຮັບການບໍລິຈາກວັດຖຸປັດໄຈບັນເທົ່າທຸກຂອງໄພພິບັດຄັ້ງນີ້, ເນື່ອງຈາກວ່າ ເປັນແຂວງທີ່ໃກ້ກັບແຂວງ ຈໍາປາສັກ. ບັນດາວັດຖຸປັດໃຈທີ່ໄດ້ຮັບບໍລິຈາກໂດຍ ບັນດາ ບໍລິສັດ ຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ໄດ້ເລີ່ມຕົ້ນສັງລວມວັດຖຸປັດໃຈເພື່ອຈະນໍາໄປມອບໃຫ້ແກ່ຜູ້ປະສົບໄພ. ຂະບວນການສະຫນັບສະຫນູນຈາກບັນດາປະເທດໃກ້ຄຽງ ຂອງ ສປປ ລາວ ເຊັ່ນວ່າ: ປະເທດໄທ ແລະ ຫວຽດນາມ ແມ່ນພວມສັງລວມການແຜ່ວັດຖຸປັດໃຈເພື່ອຊ່ວຍຜູ້ປະສົບພາຍໃນຄັ້ງນີ້ເຊັ່ນດຽວກັນກັບໃນ ສປປລາວ.
ວັນທີ 18 ກໍລະກົດ 2018, ທ່ານ Mr. Takeshi HIKIHARA, ເອັກອັກຄະລັດຖາຖູດ ແຫ່ງປະເທດຍີ່ປຸ່ນໄດ້ມາຢຽ້ມຢາມ ບັນດາບໍລິສັດ ຍີ່ປຸ່ນ ທີ່ພວກດໍາເນີນທຸລະກິດຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (ເຊັ່ນວ່າ: ບໍລິສັດ LAO OCHO COSMETIC BRUSH CO., LTD., POWER (PAKSE) CO., LTD., ALL JAPAN BUDO GU LAO CO., LTD.)
ວັນທີ 18 ກໍລະກົດ 2018, ບໍລິສັດ Sanko Lao Co., Ltd. ໄດ້ຈັດພິທີເປີດບໍລິສັດຂອງຕົນຢ່າງເປັນທາງການ ຢູ່ທີ່ ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ໂດຍມີບັນດາພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ (ປະເທດຍີ່ປຸ່ນ) ເຂົ້າຮ່ວມ ເພື່ອເປີດ ແລະ ສະເຫຼີ່ມສະຫຼອງງານດັ່ງກ່າວ.
CHRISTY GEM CO, LTD (ສາຂາ ຂອງບໍລິສັດ Kuwayama Co., Ltd.,ຢູ່ທີ່ປະເທດໄທ ເຊິ່ງເປັນບໍລິສັດຜະລິດ ແລະ ຈໍາໜ່າຍເຄື່ອງປະດັບອັນຍະມະນີ ຈາກ ໂຕກຽວ, ປະເທດຍີ່ປຸ່ນ) ໄດ້ຕັດສິນໃຈລົງທຶນຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ. ວັນທີ 15 ພຶດສະພາ 2018, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຈໍາປາສັກໄດ້ມອບໃບອະນຸຍາດການລົງທຶນ ແລະ ໃບທະບຽນວິສາຫະກິດໃຫ້ແກ່ບໍລິສັດ Christy Lao Co., Ltd. ພວກເຂົາຈະເລີ່ມດໍາເນີນການຜະລິດຢູ່ໂຮງງານໃຫ້ເຊົ່າຂອງເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ.
ສູນເຄນໂດອໍເຈແປນ (ການຜະລິດ-ການຂາຍຍ່ອຍ ແລະ ຂາຍສົ່ງ ຊຸດກິລາເຄນໂດ ຢູ່ທີ່ ເມືອງ Kumamoto, ແຂວງ Kumamoto ທີ່ເປັນກິລາການຕໍ່ສູ້ແບບເກົ່າແກ່ຂອງຍີ່ປຸ່ນ) ໄດ້ຕັດສິນໃຈລົງທຶນ ຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ. ວັນທີ 29 ມີນາ 2018, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຈໍາປາສັກໄດ້ມອບໃບອະນຸຍາດການລົງທຶນ ແລະ ໃບທະບຽນວິສາຫະກິດໃຫ້ແກ່ ບໍລິສັດ All Japan Budogu Lao Co., Ltd. ພວກເຂົາຈະເລີ່ມດໍາເນີນການຜະລິດຢູ່ໂຮງງານໃຫ້ເຊົ່າຂອງເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ.
ວັນທີ 25 ກຸມພາ 2018, ມີນັກທຸລະກິດໜຸ່ມຈໍານວນ 40 ຄົນມາຈາກແຂວງ ອຸບົນຣາຊະທານີ ແລະ ແຂວງ ຊຸນບູລີ ປະເທດໄທ ໄດ້ເດີນທາງເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ. ແຂວງ ອຸບົນຣາຊະທານີ ເປັນແຂວງໜຶ່ງທີ່ໃກ້ທີ່ສຸດຂອງປະເທດໄທ ເຊິ່ງມີຊາຍແດນຕິດກັບແຂວງຈໍາປາສັກ ແລະ ແຂວງຊຸນບູລີ ເປັນແຂວງໜຶ່ງທີ່ມີເຂດເສດຖະກິດນິຄົມອຸດສາຫະກໍາ ທີ່ມີບັນດາບໍລິສັດຍີ່ປຸ່ນຫຼາຍແຫ່ງ. ຫວັງວ່າຈະໄດ້ເຮັດວຽກຮ່ວມກັບບັນດາບໍລິສັດຍີ່ປຸ່ນທີ່ລົງທຶນກ່ອນ ຢູ່ທີ່ນັ້ນ ເພື່ອຫຼັງໄຫຼເຂົ້າມາລົງທຶນ ເພີ່ມເຕີມຢູນະຄອນປາກເຊ, ແຂວງ ຈໍາປາສັກ, ສປປ ລາວ.
ບໍລິສັດ POWER (PAKSE) Co. , Ltd. (Meguro-ku,ໂຕກຽວ – ຜູ້ຜະລິດ ແລະ ຈໍາໜ່າຍເຄື່ອງນຸ່ງຫົ່ມເດັກນ້ອຍ) ໄດ້ຕັດສິນໃຈລົງທຶນຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ແຂວງຈໍາປາສັກ. ໃນວັນທີ 20 ກຸມພາປີ 2018, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຈໍາປາສັກໄດ້ມອບໃບອະນຸຍາດລົງທຶນ ແລະ ໃບທະບຽນວິສາຫະກິດໃຫ້ແກ່ ບໍລິສັດ Power (Pakse) Co., Ltd. ພວກເຂົາຈະເລີ່ມດໍາເນີນການຜະລິດຢູ່ໂຮງງານໃຫ້ເຊົ່າຂອງເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ.
ວິທະຍາໄລ ເຕັກນິກ-ວິຊາຊີບ ຈໍາປາສັກ ເປັນວິທະຍາໄລແຫ່ງໜຶ່ງຂອງລັດ ທີ່ໃຫຍ່ທີ່ສຸດຢູ່ທາງພາກໃຕ້ຂອງສປປ ລາວ ແລະ ມີຫຼາຍສາຂາວິຊາຮຽນເຊັ່ນ: ສາຂາວິຊາຕັດຫຍິບ, ການທ່ອງທ່ຽວ, ກົນຈັກ, ໄຟຟ້າ, ໂລຫະ, ສະຖາປານິດ, ຊ່າງໄມ້ ແລະ ສາຂາອື່ນໆ ເຊິ່ງມີຈໍານວນນັກສຶກສາຫຼາຍກວ່າ 3000 ຄົນ. ໃນແຕ່ລະປີ ມີນັກສຶກສາທີ່ຮຽນຈົບຈາກວິທະຍາໄລ ເຕັກນິກ-ວິຊາຊີບ ຈໍາປາສັກເປັນຈໍານວນຫຼວງຫຼາຍ. ຕໍ່ກັບໂອກາດດັ່ງກ່າວນີ້, ເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່່ນຈຶ່ງໄດ້ເຊັນບົດບັນທຶກ MOU ຮ່ວມກັບວິທະຍາໄລ ເຕັກນິກ-ວິຊາຊີບ ຈໍາປາສັກ ໂດຍມີຈຸດປະສົງເພື່ອຮ່ວມມືໃນການສົ່ງເສີມ, ການພັດທະນາສີມືແຮງງານ ແລະ ການຝຶກອົບຮົມວິຊາຊີບ. ວິທະຍາໄລເຕັກນິກ-ວິຊາຊີບ ຈໍາປາສັກ ຍິນດີທີ່ຈະແນະນໍານັກບັນດິດຜູ້ທີ່ຮຽນຈົບໃໝ່ໆ ທີ່ຮຽນເກັ່ງ ແລະ ມີຄຸນສົມບັດດີ ເພື່ອເຂົ້າບັນຈຸເຮັດວຽກນໍາບັນດາບໍລິສັດຍີ່ປຸ່ນໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຢິ່ປຸນ. ພວກເຮົາຍີນດີທີ່ຈະສົ່ງເສີມການຈ້າງງານໃນທ້ອງຖິ່ນ ແລະ ສ້າງຄວາມສໍາພັນທີ່ດີ ເພື່ອສິດຜົນປະໂຫຍດທັງສອງຝ່າຍ.
Next Blog