ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ການເຄື່ອນໄຫວແຜ່ວັດຖຸປັດໃຈຊ່ວຍເຫຼື່ອຜູ້ປະສົບໄພ ຢູ່ ເມືອງ ສະໜາມໄຊ, ແຂວງ ອັດຕະປື.

ການເຄື່ອນໄຫວແຜ່ວັດຖຸປັດໃຈຊ່ວຍເຫຼື່ອຜູ້ປະສົບໄພ ຢູ່ ເມືອງ ສະໜາມໄຊ, ແຂວງ ອັດຕະປື.

ໃນຕອນແລງ ວັນທີ 23 ກໍລະກົດ 2018, ພວກເຮົາໄດ້ລາຍງານກ່ຽວັບການຈັດສົ່ງວັດຖຸປັດໄຈ ຄັ້ງທີ່ 1 ຫາຫ້ອງການຄຸ້ມຄອງໄພພິບັດ ເມືອງ ສະໜາມໄຊ, ແຂວງ ອັດຕະປື.

ບັນດາບໍລິສັດຍີ່ປຸ່ນຢູ່ໃນ ຂພສ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ເຊັ່ນວ່າ ບໍລິສັດ Sanko Lao Co., Ltd., ບໍລິສັດ Power (Pakse) Co., Ltd., ບໍລິສັດ All Japan Budo gu Lao Co., Ltd. ແລະ ພະນັກງານຄົນລາວ ຂອງແຕ່ລະບໍລິສັດກໍ່ໄດ້ອຸປະຖໍາວັດຖຸປັດໄຈ, ອຸປະກອນ ແລະ ເຄື່ອງນຸງຫົ່ມ ຈໍານວນໜຶ່ງ ເພື່ອຈະໄດ້ນໍາໄປຊ່ວຍເຫລື່ອ ແກ່ຜູ້ທີ່ໄດ້ຮັບເຄາະຮ້າຍໃນຄັ້ງນີ້. ບັນດາບໍລິສັດໄດ້ສັງລວມ ແລະ ຫຸ້ມຫໍວັດຖຸດັ່ງກ່າວ ເພື່ອກຽມພ້ອມຈະນໍາໄປມອບໃຫ້ແກ່ຜູ້ປະສົບ ເຊິ່ງນໍາພາໂດຍ ຂພສ ນິຄົມອຸສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ.

ພວກເຮົາໄດ້ສົ່ງອຸປະກອນການຊ່ວຍເຫລືອໃຫ້ຜູ້ຖືກເຄາະຮ້າຍທີ່ເມືອງ ສະໜາມໄຊ ເຊິ່ງສະພາບການຂອງທະໜົນຫົນທາງ ຕະລອດ 40 ກິໂລແມັດ ຈາກຕົວເມືອງ ອັດຕະປື ຫາ ເມືອງ ສະໜາມໄບ ແມ່ນມີຄວາມຍຸ້ງຍາກຫຼາຍເພາະວ່າ ຖະໜົນດັ່ງກ່າວເປັນດິນແດງ ແລະ ຊວງລະດູຝົນ (ເຕັມໄປດ້ວຍຂີ້ຕົມ) ແລະ ນອກຈານີ້ ບັນດາຂົວຕາມເສັ້ນທາງດັ່ງກ່າວກໍ່ບໍ່ທັນດີ. ພວກເຮົາໄດ້ໃຊ້ເວລາເດີນທາງປະມານ 4,5 ຊົ່ວໂມງແຕ່ເມືອງ ປາກເຊ ສໍາລັບຂາໄປ.

ພວກເຮົາບໍ່ສາມາດເຂົ້າໄປໃນເຂດນໍ້າຖ້ວມໄດ້ ເພາະວ່າ ຈໍາເປັນຕ້ອງໄດ້ຂໍການອະນຸຍາດພິເສດສາກ່ອນ.

ອີງຕາມການລາຍງານຂອງຫ້ອງການຄຸ້ມຄອງໄພພິບັດ ເມືອງ ສະໜາມໄຊ, ແຂວງ ອັດຕະປື ບອກໃຫ້ຮູ້ວ່າ ການສະຫນັບສະຫນູນຈາກຕ່າງປະເທດໃນຄັ້ງນີ້ ມີຫຼາຍກວ່າ 100 ປະເທດ ແລະ ອົງການຈັດຕັ້ງສາກົນ.