ທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມ ຂພສປຍ ເພື່ອຊຸກຍູ້ການພັດທະນາໂຄງການ
ໃນວັນທີ 14 ກໍລະກົດ 2026, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ແລະ ຫົວໜ້າຫ້ອງການສຳນັກງານນາຍົກລັດຖະມົນຕີ, ພ້ອມຄະນະຜູ້ແທນຈາກສູນກາງ ແລະ ແຂວງຈຳປາສັກ ໄດ້ເດີນທາງເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ເພື່ອຕິດຕາມກວດກາຄວາມຄືບໜ້າຂອງການພັດທະນາໂຄງການ ແລະ ຊຸກຍູ້ໂຄງການ ເພື່ອຮັບປະກັນໃຫ້ການພັດທະນາຂອງ ຂພສປຍ ດຳເນີນໄປຢ່າງຕໍ່ເນື່ອງ.
ຄະນະຜູ້ແທນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ Mochizuki ຜູ້ອຳນວຍການໃຫຍ່ ຂອງ ຂພສປຍ, ພ້ອມດ້ວຍທີມພະນັກງານຝ່າຍບໍລິຫານ ທີ່ຫ້ອງປະຊຸມ ຂພສປຍ ເຊິ່ງໃນລະຫວ່າງກອງປະຊຸມ, ຝ່າຍບໍລິຫານຂອງ ຂພສປຍ ໄດ້ນຳສະເໜີພາບລວມຂອງຄວາມຄືບໜ້າຂອງການພັດທະນາ ແລະ ການດຳເນີນງານໃນປະຈຸບັນທີ່ກ່ຽວຂ້ອງກັບການພັດທະນາຢ່າງຕໍ່ເນື່ອງຂອງເຂດເສດຖະກິດພິເສດ.
ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ເຂົ້າໄປຢ້ຽມຊົມໂຮງງານທົດລອງຜະລິດກາເຟຂົ້ວດ້ວຍພະລັງງານໄຮໂດຣເຈັນ ຂອງບໍລິສັດ ລາວ ໄຮໂດຣເຈນ ສະອາດ ຈຳກັດ (LGH) ຢູ່ທີ່ໂຮງງານໃຫ້ເຊົ່າຫຼັງທີ 2 ເຊິ່ງທາງຄະນະຜູ້ແທນໄດ້ຢ້ຽມຊົມການຜະລິດທົດລອງທີ່ນໍາໃຊ້ເຕັກໂນໂລຊີໄຮໂດຣເຈນສະອາດສຳລັບການຂົ້ວກາເຟ, ພ້ອມທັງຮັບຟັງການລາຍງານຄວາມຄືບໜ້າກ່ຽວກັບໂຮງງານຫຼັງໃໝ່ຂອງ LGH ທີ່ກໍາລັງດໍາເນີນການກໍ່ສ້າງໂຄງສ້າງຂອງອາຄານ ຢູ່ໃນ ຂພສປຍ ໃນຂະນະນີ້.
ໃນໂອກາດຂອງການຢ້ຽມຢາມດັ່ງກ່າວ, ທ່ານບົວຄົງ ນາມມະວົງ, ໃນນາມຂອງລັດຖະບານແຫ່ງ ສປປ ລາວ, ໄດ້ຢືນຢັນເຖິງຄວາມມຸ່ງໝັ້ນຂອງລັດຖະບານໃນການສະໜັບສະໜູນການພັດທະນາ ຂພສປຍ ຢ່າງຕໍ່ເນື່ອງ, ພ້ອມທັງໄດ້ເນັ້ນຢ້ຳເຖິງຄວາມສຳຄັນຂອງການປະສານງານ ລະຫວ່າງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງພາຍໃນແຂວງຈຳປາສັກ ເພື່ອອຳນວຍຄວາມສະດວກໃນການແກ້ໄຂບັນຫາຂອງການພັດທະນາທີ່ຍັງຄົງຄ້າງ ແລະ ເສີມສ້າງກົນໄກການບໍລິການປະຕູດຽວ, ໂດຍມີຈຸດປະສົງເພື່ອອຳນວຍຄວາມສະດວກໃນການດຳເນີນທຸລະກິດທີ່ລາບລື່ນ, ມີປະສິດທິພາບ ແລະ ມີປະສິດທິຜົນສຳລັບນັກລົງທຶນຕ່າງປະເທດ ແລະ ບໍລິສັດທີ່ດຳເນີນທຸລະກິດໃນ ຂພສປຍ ໃນອະນາຄົດ.
ຂພສປຍ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຊຸກຍູ້ ແລະ ການຊີ້ນຳຢ່າງຕໍ່ເນື່ອງຂອງລັດຖະບານ, ເຊິ່ງມີບົດບາດສຳຄັນຫຼາຍໃນການສົ່ງເສີມການລົງທຶນ, ການສົ່ງເສີມການພັດທະນາເຂດນິຄົມອຸດສາຫະກຳ, ແລະ ການປັບປຸງສະພາບແວດລ້ອມຂອງທຸລະກິດພາຍໃນ ຂພສປຍ ແລະ ແຂວງຈຳປາສັກ, ສປປ ລາວ.



