ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ ຍີ່ປຸ່ນ-ລາວ ແຂວງຈຳປາສັກ ຄັ້ງທີ 5 ໄດ້ຖືກຈັດຂຶ້ນ

ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ ຍີ່ປຸ່ນ-ລາວ ແຂວງຈຳປາສັກ ຄັ້ງທີ 5 ໄດ້ຖືກຈັດຂຶ້ນ

ໃນວັນທີ 24 ມີນາ 2026, ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ ຍີ່ປຸ່ນ-ລາວ ຄັ້ງທີ 5 ໄດ້ຖືກຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງຈຳປາສັກ, ໂດຍມີສະພາການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ ປະຈຳ ສປປ ລາວ ສາຂາປາກເຊ (JCCIL) ແລະ ລັດຖະບານແຂວງຈຳປາສັກ ເປັນເຈົ້າພາບຮ່ວມກັນໃນການຈັດກອງປະຊຸມຄັ້ງນີ້. ມີຜູ້ຕ່າງໜ້າຈາກຝ່າຍຍີ່ປຸ່ນເຂົ້າຮ່ວມປະມານ 20 ທ່ານ, ເຊິ່ງລວມມີເຈົ້າໜ້າທີ່ຈາກສະຖານທູດຍີ່ປຸ່ນປະຈຳລາວ, ອົງການ JETRO, JICA, ແລະ JCCIL, ສ່ວນຜູ້ຕ່າງໜ້າຈາກຝ່າຍແຂວງຈຳປາສັກເຂົ້າຮ່ວມປະມານ 25 ທ່ານ.
ກອງປະຊຸມຄັ້ງນີ້ ໄດ້ໃຫ້ກຽດເປັນປະທານຮ່ວມໂດຍ ພະນະທ່ານ ເອກອັກຄະລັດຖະທູດ ໂຄອິຊຶມິ ຈາກສະຖານທູດຍີ່ປຸ່ນປະຈຳລາວ ແລະ ທ່ານ ປອ. ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ຈາກແຂວງຈຳປາສັກ, ແລະ ກອງປະຊຸມໄດ້ດຳເນີນໄປໃນຮູບແບບການໂຕ້ຕອບ, ໂດຍຝ່າຍຍີ່ປຸ່ນໄດ້ລາຍງານຂໍ້ສະເໜີຂອງຕົນ ແລະ ຝ່າຍແຂວງຈຳປາສັກໄດ້ໃຫ້ຄໍາຊີ້ແຈງ ແລະ ຄໍາຕອບຂອງຕົນໃຫ້ແກ່ຝ່າຍຍີ່ປຸ່ນ.
ໃນປີນີ້, ທາງຝ່າຍຍີ່ປຸ່ນໄດ້ມີການສະເໜີ 5 ຫົວຂໍ້ເພື່ອປຶກສາຫາລືຮ່ວມກັນ ເຊັ່ນວ່າ: (1) ການປັບປຸງລາຄາໄຟຟ້າສຳລັບບໍລິສັດໃນເຂດເສດຖະກິດພິເສດ; (2) ການປັບປຸງເສັ້ນທາງແຫ່ງຊາດເລກທີ 13 ໃຕ້ (ຊ່ວງໄລຍະທາງເເຕ່ຫຼັກ 8 ຫາ ຫຼັກ 19); (3) ການເປີດຄືນຖ້ຽວບິນຕົງ ລະຫວ່າງບາງກອກ ແລະ ປາກເຊ; (4) ການປັບປຸງການບໍລິການປະຕູດຽວ (ໃບອະນຸຍາດລົງທຶນ, ໃບອະນຸຍາດນຳເຂົ້າ-ສົ່ງອອກ, ແລະ ອື່ນໆ); ແລະ (5) ການຂໍໃຫ້ຊີ້ແຈງກ່ຽວກັບໂຄງຮ່າງການຈັດຕັ້ງຂອງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຫລທ. ຈສ) ແລະ ການສ້າງຄູ່ມືສຳລັບຂັ້ນຕອນການອອກໃບອະນຸຍາດຕ່າງໆ. ໂດຍອີງໃສ່ 5 ຫົວຂໍ້ນີ້, ໃນປີທີ່ຜ່ານມາ, ແຂວງຈຳປາສັກໄດ້ມີການປັບໂຄງຮ່າງການຈັດຕັ້ງຂອງອົງກອນ, ການປ່ຽນແປງບຸກຄະລາກອນ ແລະ ການເລືອກຕັ້ງ, ຈຶ່ງເຮັດໃຫ້ເກີດມີຄວາມສັບສົນໃນຂັ້ນຕອນການອອກໃບອະນຸຍາດ ແລະ ຂະບວນການທີ່ກ່ຽວຂ້ອງຕ່າງໆ. ໃນການສົນທະນາຄັ້ງນີ້, ຝ່າຍຍີ່ປຸ່ນ ແລະ ຝ່າຍຈຳປາສັກໄດ້ມີສ່ວນຮ່ວມໃນການສົນທະນາຢ່າງຈິງໃຈ ແລະ ຈິງຈັງເພື່ອແກ້ໄຂ ແລະ ປັບປຸງບັນຫາຕ່າງໆ. ກອງປະຊຸມຮ່ວມປຶກສາຫາລື ລະຫວ່າງພາກລັດ ແລະ ເອກະຊົນ ແມ່ນໄດ້ຮັບຜົນດີໃນທຸກໆປີ, ແລະ ຄາດວ່າການປຶກສາຫາລືຮ່ວມໃນປີນີ້ ຍັງຈະນຳໄປສູ່ການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ ຢູ່ແຂວງຈຳປາສັກ ໃຫ້ດີຂຶ້ນຕື່ມອີກໃນຕໍ່ໜ້າ.