ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງເຄື່ອນໄຫວຢ້ຽມຢາມ ຂພສປຍ

ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງເຄື່ອນໄຫວຢ້ຽມຢາມ ຂພສປຍ

ໃນວັນທີ 13 ມີນາ 2026, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຂອງ ສ ປປ ລາວ ພ້ອມດ້ວຍຄະນະຜູ້ແທນຈາກລັດຖະບານຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ພະນັກງານການນຳຂັ້ນແຂວງຈຳນວນໜຶ່ງ ພ້ອມດ້ວຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງຈຳປະສັກ (ຫລທ.ຈສ) ໄດ້ເຂົ້າຮ່ວມລົງເຄືອນໄຫວຢ້ຽມຢາມເຂດເສດຖະກິດນິຄົມອຸດສາຫະກຳຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ (ຂພສປຍ) ໂດຍໄດ້ຮັບການຕອບຮັບຢ່າງອົບອຸ່ນຈາກທ່ານ ໂມຈິຊູກິ ໂຕຊິຮີໂຣ, ຜູ້ອຳນວນການໃຫຍ່ຂອງ ຂພສປຍ ພອມດ້ວຍພະນັກງານ.
ໃນລະຫວ່າງການຢ້ຽມຢາມ, ທ່ານລັດຖະມົນຕີ ພ້ອມດ້ວຍຄະນະໄດ້ໄປຢ້ຽມຊົມໂຮງງານ ລາວ ກຣີນ ໄຮໂດຣເຈນ, ເຊິ່ງເປັນໂຄງການຂົ້ວກາເຟດ້ວຍໄຮໂດຣເຈນ, ເຊິ່ງປັດຈຸບັດນີ້ກຳລັງດຳເນີນໂຮງງານທົດລອງຢູ່ໃນໂຮງງານໃຫ້ເຊົ່າຂອງ ຂພສປຍ, ໃນຂະນະທີ່ໂຮງງານຫຼັກແມ່ນກຳລັງຢູ່ໃນໄລຍະດຳເນີນການກໍ່ສ້າງ. ທ່ານລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ກັບ ຂພສປຍ ທີ່ໄດ້ສະໜອງການວຽກເຮັດງານທຳໃຫ້ແກ່ຄົນຢູ່ໃນທ້ອງຖິ່ນ ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຕໍ່ການສ້າງໂອກາດຂອງການຈ້າງງານຢູ່ທາງພາກໃຕ້ຂອງລາວ ໃນອະນາຄົດ.
ນອກຈາກນີ້, ທ່ານລັດຖະມົນຕີຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ທາງລັດຖະບານຂັ້ນສູນກາງຈະໃຫ້ການສະໜັບສະໜູນພະແນກແຮງງານ ແລະ ສະຫວັດດີການແຂວງ ໃນການຈັດຝຶກອົບຮົມແຮງງານເພີ່ມເຕີມ ເພື່ອສະໜອງ ແລະ ຮອງຮັບຄວາມຕ້ອງການຂອງບໍລິສັດຕ່າງຢູ່ພາຍໃນ ຂພສປຍ ໃນອະນາຄົດອັນໃກ້ໆນີ້.