ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ພາລະກິດທຸລະກິດດ້ານກະສິກຳຂອງ ອົງການ JETRO ໄດ້ມາຢ້ຽມຢາມ ຂພສປຍ

ພາລະກິດທຸລະກິດດ້ານກະສິກຳຂອງ ອົງການ JETRO ໄດ້ມາຢ້ຽມຢາມ ຂພສປຍ

ພາລະກິດທຸລະກິດການລົງທຶນດ້ານກະສິກຳ ແລະ ອຸປະກອນກະສິກຳໃນລາວ ເຊິ່ງເປັນເຈົ້າພາບຈັດຂຶ້ນໂດຍອົງການສົ່ງເສີມການຄ້າຕ່າງປະເທດຂອງຍີ່ປຸ່ນ (JETRO) ໃນລະຫວ່າງວັນທີ 03-06 ມີນາ 2026. ຄະນະຜູ້ເຂົ້າຮ່ວມໄດ້ເດີນທາງໄປຢ້ຽມຢາມຫຼາຍໆເຂດທາງພາກເໜືອ ແລະ ພາກໃຕ້ ຂອງ ສປປ ລາວ, ລວມທັງການໄປຢ້ຽມຢາມສວນກະສິກຳ ແລະ ຕະຫຼາດ, ການແລກປ່ຽນຄວາມຄິດເຫັນກ່ຽວກັບທຸລະກິດກະສິກຳ ກັບ ບັນດາຜູ້ບໍລິຫານດ້ານກະສິກຳ, ການເກັບກຳຂໍ້ມູນຈາກບັນດາບໍລິສັດທີ່ກ່ຽວຂ້ອງດ້ານກະສິກຳຂອງ ສປປ ລາວ ແລະ ໜ່ວຍງານທາງພາກລັດ, ການສ້າງເຄືອຂ່າຍທຸລະກິດ ແລະ ການປະຊຸມທຸລະກິດສ່ວນບຸກຄົນກັບບໍລິສັດຂອງລາວ ແລະ ລວມທັງການສ້າງເຄືອຂ່າຍ ລະຫວ່າງຜູ້ເຂົ້າຮ່ວມພາລະກິດ.
ໃນມື້ສຸດທ້າຍຂອງພາລະກິດ, ວັນທີ 06 ມີນາ 2026, ຄະນະຜູ້ເຂົ້າຮ່ວມໄດ້ເຂົ້າມາຢ້ຽມຢາມ ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ). ຢູ່ທີ່ ຂພສປຍ, ທ່ານ ໂມຈິຊຶກິ, ຜູ້ອຳນວຍການໃຫຍ່ຂອງ ຂພສປຍ ໄດ້ບັນລະຍາຍກ່ຽວກັບພາບລວມຂອງ ຂພສປຍ ໃຫ້ຜູ້ເຂົ້າຮ່ວມພາລະກິດທຸກທ່ານ ເພື່ອຮັບຟັງ. ຫຼັງຈາກນັ້ນ, ທາງຄະນະໄດ້ເຂົ້າໄປຢ້ຽມຊົມບາງໂຮງງານຕົ້ນແບບຂອງການຂົ້ວກາເຟດ້ວຍພະລັງງານໄຮໂດຣເຈນຂອງບໍລິສັດ ລາວ ກຣິນ ໄຮໂດຣເຈນ (LGH) ແລະ ໂຮງງານຢາສູບ ຊຶເກະ ລາວ. ທີ່ໂຮງງານຂອງ LGH, ຄະນະຜູ້ເຂົ້າຮ່ວມໄດ້ຮັບຟັງການອະທິບາຍໂດຍຫຍໍ້ກ່ຽວກັບກາເຟຂົ້ວດ້ວຍພະລັງງານໄຮໂດຣເຈນ ຈາກທ່ານ ນິຊິໂອະ ປະທານບໍລິສັດ, ແລະ ໄດ້ຮັບຊົມຂະບວນການຂົ້ວກາເຟດ້ວຍໄຮໂດຣເຈນຕົວຈິງ ແລະ ໄດ້ລອງຊິມກາເຟຂົ້ວດ້ວຍໄຮໂດຣເຈນ. ທີ່ໂຮງງານ ຊຶເກະ ລາວ, ຄະນະຜູ້ເຂົ້າຮ່ວມໄດ້ຮັບຟັງການອະທິບາຍໂດຍຫຍໍ້ຈາກ ທ່ານ ສັງຂານ, ຜູ້ຈັດການໂຮງງານ ກ່ຽວກັບການນຳເຂົ້າ ແລະ ສົ່ງອອກວັດຖຸດິບ ລວມເຖິງຜະລິດຕະພັນໃໝ່ ແລະ ຍັງໄດ້ຢ້ຽມຊົມໂຮງງານ ແລະ ສາງເຢັນເກັບຮັກສາສິນຄ້າ ຂອງບໍລິສັດດັ່ງກ່າວ.
ໃນຖານະຄວາມຮ່ວມມືທາງທຸລະກິດກັບການກະສິກຳ, ຂພສປຍ ແມ່ນກຳລັງສົ່ງເສີມຮູບແບບທຸລະກິດທີ່ນຳເອົາຜົນຜະລິດທາງກະສິກຳທີ່ປູກໃນພາກໃຕ້ຂອງ ສປປ ລາວ ມາຜ່ານຂະບວນການແປຮູບໃນ ຂພສປຍ ແລະ ສົ່ງອອກໄປຕ່າງປະເທດໂດຍໄດ້ຮັບສິດທິພິເສດຕ່າງໆຂອງເຂດເສດຖະກິດພິເສດ. ພວກເຮົາເຊື່ອໝັ້ນວ່າພາລະກິດນີ້ ຈະຊ່ວຍໃຫ້ຜູ້ເຂົ້າຮ່ວມພາລະກິດໄດ້ເຂົ້າໃຈ ເຖິງທ່າແຮງໃນອະນາຄົດຂອງທຸລະກິດທີ່ກ່ຽວຂ້ອງດ້ານການກະສິກຳ ລວມເຖິງທຸລະກິດການແປຮູບ ແລະ ສົ່ງອອກໃນ ສປປ ລາວ.