ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮັບຫຼຽນກຽດຕິຄຸນ ອາທິດອຸໄທ ຈາກປະເທດຍີ່ປຸ່ນ
ໃນວັນທີ 29 ເມສາ 2025 ໄດ້ມີການປະກາດຢ່າງເປັນທາງການວ່າ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີຂອງ ສປປ ລາວ ຈະໄດ້ຮັບຫຼຽນກຽດຕິຄຸນ ອາທິດອຸໄທ ເຊິ່ງເປັນພິທີການມອບລາງວັນໃຫ້ແກ່ຊາວຕ່າງຊາດ ປະຈຳລະດູໃບໄມ້ປົ່ງ ປີ 2025 ຈາກປະເທດຍີ່ປຸ່ນ.
ພິທີມອບຫຼຽນກຽດຕິຄຸນດັ່ງກ່າວ ແມ່ນໄດ້ຈັດຂຶ້ນທີ່ເຮືອນພັກຂອງພະນະທ່ານ ເອກອັກຄະລັດຖະທູດຍີ່ປຸ່ນຢູ່ທີ່ນະຄອນຫຼວງວຽງຈັນ ໃນວັນທີ 03 ກໍລະກົດ 2025 ເຊິ່ງຫຼຽນກຽດຕິຍົດອັງສູງສົ່ງນີ້ໄດ້ປະທານໂດຍ ສົມເດັດພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ ແລະ ເປັນກຽດມອບໂດຍ ພະນະທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ.
ຕະຫຼອດໄລຍະເວລາທີ່ດຳລົງຕຳແໜ່ງເປັນ ເຈົ້າແຂວງໆຈຳປາສັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ແລະ ຮອງນາຍົກລັດຖະມົນຕີ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ໄດ້ສະແດງບົດບາດອັນສຳຄັນໃນການສົ່ງເສີມການລົງທຶນຈາກປະເທດຍີ່ປຸ່ນເຂົ້າມາໃນ ສປປ ລາວ ແລະ ຊຸກຍູ້ໃຫ້ເກີດການພັດທະນາສະພາບແວດລ້ອມດ້ານການລົງທຶນທີ່ເອື້ອອຳນວຍຕໍ່ພາກທຸລະກິດ ໂດຍສະເພາະແມ່ນ ທ່ານໄດ້ມີບົດບາດອັນສຳຄັນໃນການລິເລີ່ມ ແລະ ສະໜັບສະໜູນການສ້າງຕັ້ງ ເຂດເສດຖະກິດພິິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ ໃນຊ່ວງທີ່ດຳລົງຕໍາແໜ່ງເປັນເຈົ້າແຂວງໆຈຳປາສັກ.
ຜູ້ເຂົ້າຮ່ວມພິທີດັ່ງກ່າວນີ້ ປະກອບມີຄອບຄົວຂອງ ທ່ານ ນາຍົກລັດຖະມົນຕີ, ເຈົ້າໜ້າທີ່ລະດັບສູງຂອງລາວ, ແລະ ຜູ້ຕ່າງໜ້າຂອງຍີ່ປຸ່ນ ໄດ້ກ່າວສະແດງຄວາມປິຕິຍິນດີຕໍ່ຜົນສຳເລັດຂອງທ່ານນາຍົກລັດຖະມົນຕີ ໃນບັນຍາກາດອັນສະຫງ່າລາສີນີ້ ລວມເຖິງ ທ່ານ ໂມຈິຊຸກິ ຜູ້ອຳນວຍການໃຫຍ່ ຂອງເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ ກໍ່ໄດ້ເຂົ້າຮ່ວມໃນງານຄັ້ງນີ້ດ້ວຍ.
ພິທີການປະດັບຫຼຽນກຽດຕິຍົດໃນຄັ້ງນີ້ ບໍ່ພຽງແຕ່ເປັນການເພີ່ມທະວີຮັດແໜ້ນສາຍພົວພັນລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ແຕ່ຍັງປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການແລກປ່ຽນວັດທະນະທຳກັນອີກດ້ວຍ. ພວກເຮົາຫວັງວ່າສາຍພົວພັນລະຫວ່າງລາວ ແລະ ຍີ່ປຸ່ນຈະສືບຕໍ່ພັດທະນາຂຶ້ນເປັນກ້າວໆໃນອະນາຄົດ.