ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ວັນທີ 03 ກັນຍາ 2024, ອົງການ NGO Kaze no kai ຈາກປະເທດຍີ່ປຸ່ນ ແລະ ເຂດເສດຖະກິດພິເສດນິຄົມອຸດສາຫະກໍາ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ)ໄດ້ຮ່ວມກັນຈັດກິດຈະກໍາຢ້ຽມຢາມທັດສະນະສຶກສາໂຮງງານໃຫ້ແກ່ຄະນະນັກຮຽນ ແລະ ຄູອາຈານຈໍານວນ 50 ທ່ານ ທີ່ມາຈາກໂຮງຮຽນປະຖົມນໍ້າໃສທາ ເຊິ່ງຕັ້ງຢູ່ໃກ້ກັບເຂດ.

ວັນທີ 03 ກັນຍາ 2024, ອົງການ NGO Kaze no kai ຈາກປະເທດຍີ່ປຸ່ນ ແລະ ເຂດເສດຖະກິດພິເສດນິຄົມອຸດສາຫະກໍາ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ)ໄດ້ຮ່ວມກັນຈັດກິດຈະກໍາຢ້ຽມຢາມທັດສະນະສຶກສາໂຮງງານໃຫ້ແກ່ຄະນະນັກຮຽນ ແລະ ຄູອາຈານຈໍານວນ 50 ທ່ານ ທີ່ມາຈາກໂຮງຮຽນປະຖົມນໍ້າໃສທາ ເຊິ່ງຕັ້ງຢູ່ໃກ້ກັບເຂດ.

ວັນທີ 03 ກັນຍາ 2024, ອົງການ NGO Kaze no kai ຈາກປະເທດຍີ່ປຸ່ນ ແລະ ຂພສປຍ ໄດ້ຮ່ວມກັນຈັດກິດຈະກໍາຢ້ຽມຢາມທັດສະນະສຶກສາໂຮງງານ ໃຫ້ແກ່ຄະນະນັກຮຽນ ແລະ ຄູອາຈານຈໍານວນ 50 ທ່ານ ທີ່ມາຈາກໂຮງຮຽນປະຖົມນໍ້າໃສທາ.
ກ່ອນອື່ນ ບໍລິສັດ ພັດທະນາເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ຈໍາກັດ ໄດ້ອະທິບາຍຈໍານວນບໍລິສັດທີ່ລົງທຶນຢູ່ໃນ ຂພສປຍ ແລະ ຜະລິດຕະພັນທີ່ບັນດາບໍລິສັດຜະລິດ ແລະ ສົ່ງອອກ ໃຫ້ແກ່ຄະນະນັກຮຽນ ແລະ ຄູອາຈານ ເພື່ອຮັບຟັງ.
ຫຼັງຈາກນັ້ນ, ຄະນະນັກຮຽນ ແລະ ຄູອາຈານດັ່ງກ່າວ ກໍ່ໄດ້ເຂົ້າໄປຢ້ຽມຊົມໂຮງງານຂອງບໍລິສັດ Tsuge Lao ຈໍາກັດ ທີ່ຜະລິດຢາສູບ, ບໍລິສັດ Power (Pakse) ຈໍາກັດ ທີ່ຜະລິດເຄື່ອງນຸ່ງເດັກນ້ອຍ, ບໍລິສັດ Takane Electronic Lao ຈໍາກັດ ທີ່ຜະລິດສາຍໄຟໃນປຣີນເຕີ ແລະ ບໍລິສັດ Leonka World Lao ຈໍາກັດ ທີ່ຜະລິດວິກຜົມ ຢູ່ໃນ ຂພສປຍ ຕື່ມອີກ.
ຄະນະນັກຮຽນ ແລະ ຄູ-ອາຈານທີ່ເຂົ້າຮ່ວມກິດຈະກໍານີ້ ໄດ້ສະແດງຄວາມຂອບໃຈ ແລະກ່າວເພີ່ມວ່າ ກິດຈະກໍາຄັ້ງນີ້ເປັນປະສົບການໃນການຮຽນຮູ້ທາງສັງຄົມທີ່ດີຫຼາຍ.
ຂພສປຍ ຈະສືບຕໍ່ຈັດຕັ້ງກິດຈະກໍາເພື່ອສັງຄົມ (CSR) ດັ່ງກ່າວໃຫ້ແກ່ຊຸມຊົນໃນທ້ອງຖິ່ນຕື່ມອີກ.