ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ພະນະທ່ານ ນ. ປານີ ຢ່າທໍ່ຕູ້, ຮອງປະທານປະເທດ ແຫ່ງສປປ ລາວ ຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ວັນທີ 23 ກັນຍາ 2022

ພະນະທ່ານ ນ. ປານີ ຢ່າທໍ່ຕູ້, ຮອງປະທານປະເທດ ແຫ່ງສປປ ລາວ ຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ວັນທີ 23 ກັນຍາ 2022

ວັນທີ 23 ກັນຍາ 2022, ພະນະທ່ານ ນ. ປານີ ຢ່າທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງສປປ ລາວ ໄດ້ເຂົ້າມາເຄື່ອນໄຫວຢ້ຽມຢາມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ(ຂພສ ປາກເຊ-ຍີ່ປຸ່ນ).

ພະນະທ່ານ ຮອງປະທານປະເທດ ໄດ້ເຂົ້າມາຢ້ຽມຢາມ ຂພສ ປາກເຊ-ຍີ່ປຸ່ນ ໃນຄັ້ງນີ້ ຮ່ວມກັບ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງລັດຖະມົນຕີ ກະຊວງການເງິນ, ຮອງຜູ້ວ່າການ ທະນາຄານແຫ່ງສປປ ລາວ, ເຈົ້າແຂວງ ແຂວງຈໍາປາສັກ ພ້ອມດ້ຍຄະນະການນໍາຂັ້ນສູງຈາກສູນກາງ ແລະ ແຂວງຈໍາປາສັກ.

ພະນະທ່ານ ໄດ້ຮັບຟັງການລາຍກ່ຽວກັບສະພາບການພັດທະນາໃນປະຈຸບັນຂອງ ຂພສ ປາກເຊ-ຍີ່ປຸ່ນ ຈາກ ທ່ານ Mochizuki, ຜູ້ອໍານວຍການໃຫຍ່ຮ່ວມຂອງບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ, ທີ່ມາຈາກບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈໍາກັດ ປະເທດຍີ່ປຸ່ນ ເຊິ່ງເປັນຜູ້ພັດທະນາ ແລະ ບໍລິຫານຈັດການ ຂພສ ປາກເຊ-ຍີ່ປຸ່ນ.

ຫຼັງຈາກນັ້ນ, ພະນະທ່ານ ກໍ່ໄດ້ຮັບຟັງການລາຍງານກ່ຽວກັບຜະລິດຕະພັນຂອງແຕ່ລະບໍລິສັດຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ເພີ່ມເຕີມ. ແລະ ພ້ອມດຽວກັນນັ້ນ, ພະນະທ່ານ ກໍ່ໄດ້ເຂົ້າຢ້ຽມຊົມໂຮງງານຂອງບໍລິສັັດ ອໍເຈແປນ ບຸໂດງຸລາວ ຈໍາກັດ ເຊິ່ງພວມຜະລິດຊຸດກິລາເຄນໂດ ທີ່ເປັນກິລາສິລະປະການຕໍ່້ສູ້ພື້ນເມືອງຂອງຍີ່ປຸ່ນ ຢູ່ໃນ ຂພສ ປາກເຊ-ຍີ່ປຸ່ນ ຕື່ມອິກ.

ຈາກນັ້ນ, ພະນະທ່ານ ກໍ່ໄດ້ໃຫ້ຄໍາໝັ່ນສັນຍາວ່າ ລັດຖະບານລາວຈະສືບຕໍ່ໃຫ້ການສະໜັບສະໜູນແກ່ ຂພສ ປາກເຊ-ຍີ່ປຸ່ນ ໃນຕໍ່ໜ້າ.