ເຈົ້າແຂວງໆຈໍາປາສັກຢ້ຽມຢາມເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ
ໃນວັນທີ 25 ເມສາ 2025, ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງໆຈໍາປາສັກ ພ້ອມດ້ວຍຄະນະການນຳຂອງແຂວງຈາກພະແນກການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ເພື່ອຮັບຟັງຄວາມຄືບໜ້າໃນການພັດທະນາຂອງເຂດ. ຫຼັງຈາກນັ້ນ, ຄະນະການນໍາຂອງແຂວງໄດ້ເຂົ້າໄປຢ້ຽມຊົມໂຮງງານອໍເຈແປນ ແລະ ໂຮງງານຊຶເກະລາວ ທີ່ຕັ້ງຢູ່ໃນ ຂພສປຍ ເຊິ່ງການຢ້ຽມຢາມຂອງຄະນະການນໍາແຂວງຈໍາປາສັກໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ Mochizuki ແລະ ທ່ານ ສົມຄິດ ຄະນະອໍານວຍການຂອງບໍລິສັດ ພ້ອມດ້ວຍພະນັກງານ ແລະ ຜູ້ຕ່າງໜ້າແຕ່ລະໂຮງງານ.
ແຂວງຈໍາປາສັກ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສຶບຕໍ່ສະໜັບສະໜູນການພັດທະນາຂອງ ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ ໃນຕໍ່ໜ້າ.