ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ວັນທີ 28 ສິງຫາ 2024, ອົງການ JETRO ໄດ້ນໍາພາຄະນະຜູ້ແທນຈາກພາລະກິດການລົງທຶນດ້ານການຜະລິດຂອງລາວ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາບໍລິສັດຜະລິດຈາກປະເທດຍີ່ປຸ່ນ ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ.

ວັນທີ 28 ສິງຫາ 2024, ອົງການ JETRO ໄດ້ນໍາພາຄະນະຜູ້ແທນຈາກພາລະກິດການລົງທຶນດ້ານການຜະລິດຂອງລາວ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາບໍລິສັດຜະລິດຈາກປະເທດຍີ່ປຸ່ນ ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ.

ຄະນະຜູ້ແທນຈາກພາລະກິດການລົງທຶນດ້ານການຜະລິດຂອງລາວ ທີ່ຈັດຂື້ນໂດຍອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ເພື່ອແນໃສ່ບັນດາຜູ້ຜະລິດຍີ່ປຸ່ນ ໄດ້ເດີນທາງເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ)ໃນຄັ້ງວັນທີ 28 ສິງຫາ 2024.
ທ່ານ Mochizuki, ຜູ້ອໍານວຍການໃຫຍ່ ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ ໄດ້ລາຍງານໃຫ້ຜູ້ເຂົ້າຮ່ວມຟັງກ່ຽວກັບສະພາບປະຈຸບັນຂອງ ຂພສປຍ ແລະ ຜະລິດຕະພັນທີ່ຜະລິດໂດຍບັນດາບໍລິສັດຍີ່ປຸ່ນ ທີ່ພວມດໍາເນີນທຸລະກິດ ຢູ່ໃນ ຂພສປຍ.
ຫຼັງຈາກນັ້ນ, ຄະນະຜູ້ແທນດັ່ງກ່າວ ໄດ້ເຂົ້າໄປຢ້ຽມຊົມໂຮງງານຂອງບໍລິສັດ ຊຶເກະລາວ ຈໍາກັດ ທີ່ຜະລິດຢາສູບ ແລະບໍລິສັດ Leonka World Lao ຈໍາກັດ ທີ່ຜະລິດວິກຜົມ ຢູ່ໃນ ຂພສປຍ ຕື່ມອີກ.