ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ວັນທີ 21 ກັນຍາ 2024, ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ໄດ້ເຊັນໜັງສືສະແດງຄວາມສົນໃຈ (LOI) ເພື່ອສະໜອງທີ່ດິນໃນ ຂພສປຍ ໃຫ້ແກ່ໂຄງການເຂດເສດຖະກິດພິເສດສາທິດຄວາມເປັນກາງຂອງອາຍກາກບອນ.

ວັນທີ 21 ກັນຍາ 2024, ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ໄດ້ເຊັນໜັງສືສະແດງຄວາມສົນໃຈ (LOI) ເພື່ອສະໜອງທີ່ດິນໃນ ຂພສປຍ ໃຫ້ແກ່ໂຄງການເຂດເສດຖະກິດພິເສດສາທິດຄວາມເປັນກາງຂອງອາຍກາກບອນ.

ຂພສປຍ ໄດ້ລົງນາມໃສ່ LOI ເພື່ອການສະໜອງທີ່ດິນຢູ່ ຂພສປຍ ແລະ ສະໜັບສະໜູນໂຄງການເຂດເສດຖະກິດພິເສດສາທິດຄວາມເປັນກາງຂອງອາຍກາກບອນ ຮ່ວມກັບ ບໍລິສັດ Lao Green Hydrogen ຈຳກັດ, ບໍລິສັດ TSB Greenex ຈຳກັດ ແລະ ບໍລິສັດ ຮ່ວມພັດທະນາ ເພັດສະຫວັນ ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ, ລາວ ສປປ ລາວ, ເຊິ່ງພິທີດັ່ງກ່າວໄດ້ເປັນສັກຂີພິຍານຮ່ວມ ໂດຍ ທ່ານ ປອ. ມາໄລທອງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ໂຢຊິດະ, ຮອງລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ແຫ່ງປະເທດຍີ່ປຸ່ນ.

ພາຍຫຼັງເຊັນ LOI ຂ້າງເທິງນີ້ແລ້ວ, ຂພສປຍ ຈະເລີ່ມດໍາເນີນການຈົດທະບຽນໃບອະນຸຍາດລົງທຶນຢູ່ໃນ ຂພສປຍ ໃຫ້ແກ່ບໍລິສັດ Lao Green Hydrogen ຈຳກັດໃນໄວໆນີ້ ແລະ ຄາດວ່າໃນປີ 2026 ໂຮງງານດັ່ງກ່າວຈະເປີດໃຫ້ບໍລິການ, ຜະລິດໄຮໂດເຈນ ແລະ ນຳໃຊ້ໄຮໂດຣເຈນນັ້ນເຂົ້າໃນການຂົ້ວກາເຟ.