ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ພິທີເປີດນໍາໃຊ້ຫໍສຽນພຣະພຸດທະຮູບ ທີ່ວັດທາດ

ພິທີເປີດນໍາໃຊ້ຫໍສຽນພຣະພຸດທະຮູບ ທີ່ວັດທາດ

ວັນທີ 05 ທັນວາ 2025, ສະຖານກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ເມືອງ ນາໂກຢາ ແລະ ແຂວງຈຳປາສັກ ໄດ້ຈັດພິທີມອບຮັບ ແລະ ເປີດນໍາໃຊ້ຫໍສຽນພຣະພຸດທະຮູບ “ຫໍສຽນພຣະ ລາວ-ຍີ່ປຸ່ນ ຫຼື Lao-Nichi An” ເພື່ອປະດິດສະຖານສຽນພຣະພຸດທະຮູບທີ່ປະຊາຊົນຍີ່ປຸ່ນ ໄດ້ສົ່ງກັບຄືນມາລາວ ຢູ່ທີ່ວັດທາດ, ບ້ານວັດທາດ, ເມືອງຈໍາປາສັກ, ແຂວງຈຳປາສັກ. ຊາວຍີ່ປຸ່ນຄົນໜຶ່ງ ທີ່ອາໄສຢູ່ໃນເມືອງນາໂກຢາ ໄດ້ຊື້ສຽນພຣະພຸດທະຮູບອົງນີ້ ຈາກພໍ່ຄ້າຂອງວັດຖຸບູຮານໃນປະເທດໄທ ແລະ ຜ່ານການສຶບຄົ້ນຫາຂໍ້ມູນອັນລະອຽດຂອງສຽນພະດັ່ງກ່າວຕໍ່ມາພົບວ່າ ສຽນພຣະອົງນີ້ ມີຕົ້ນກຳເນີດມາຈາກວັດພູ ທີ່ເປັນມໍລະດົກໂລກຂອງອົງການ UNESCO, ຄົນຍີ່ປຸ່ນທີ່ເປັນເຈົ້າຂອງ ຈຶ່ງມີຄວາມປະສົງຢາກສົ່ງຄືນສຽນພຣະດັ່ງກ່າວໃຫ້ກັບປະເທດລາວ.
ພິທີດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຢາຊຶຢຶກິ ໂອຮາຣະ ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາເມືອງນາໂກຢາ, ທ່ານ ຊຶໂຕະມຶ ໂຄອິຊຶມິ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ປອ. ອະລຸນໄຊ ສູນນະລາດ ເລຂາພັກແຂວງຈຳປາສັກ, ທ່ານ ປອ. ສຸກສະຫວັນ ວິໄລວົງ ປະທານຄະນະກໍາມະການປົກຄອງແຂວງ ຈໍາປາສັກ, ທ່ານ ວັນສີ ກວົມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ອຳໄພ ກິນດາວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດຍີ່ປຸ່ນ, ຜູ້ຕາງໜ້າຈາກ ອົງການ JETRO, JICA, ສະພາການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ ປະຈຳ ສປປ ລາວ (ສຄອຍປລ), ສຄອຍປລ ສາຂາປາກເຊ, ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ), ບັນດາບໍລິສັດຍີ່ປຸ່ນທີ່ລົງທຶນຢູ່ທາງພາກໃຕ້ຂອງລາວ, ຜູ້ຮັບເໝົາກໍ່ສ້າງ, ອໍານາດການປົກຄອງບ້ານວັດທາດ, ພະແນກການທີ່ກ່ຽວຂ້ອງຂອງເມືອງຈໍາປາສັກ, ແຂວງຈຳປາສັກ ແລະ ອົງການພຸດທະສາສະໜາສຳພັນລາວ ແຂວງຈຳປາສັກ.
ສຽນພຣະພຸດທະຮູບອົງນີ້ ໄດ້ຖືກສົ່ງຄືນໃຫ້ຫໍພິພິທະພັນວັດພູ ແຂວງຈຳປາສັກ ໂດຍຊາວຍີ່ປຸ່ນຄົນໜຶ່ງ ຊົ່ວຄາວ ຕັ້ງແຕ່ປີ 2013. ຈາກນັ້ນ, ໃນເດືອນ ທັນວາ 2023, ໃນໄລຍະ 02 ປີຜ່ານມາ, ສະຖານກົງສູນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ເມືອງ ນາໂກຢາ ແລະ ແຂວງຈຳປາສັກ ໄດ້ຮ່ວມກັນດຳເນີນການຄັດເລືອກເອົາວັດຢ່າງລະອຽດ, ການອອກແບບຂອງຫໍນີ້ ເພື່ອປະດິດສະຖານສຽນພຣະພຸດທະຮູບ, ຂະບວນການກໍ່ສ້າງຕ່າງໆ ແລະ ຄັດເລືອກເອົາຜູ້ຮັບເໝົ່ກໍ່ສ້າງ ໂດຍມີມູນຄ່າການກໍ່ສ້າງທັງໝົດ 100,000 ໂດລາສະຫະລັດ ເຊິ່ງ 50% ຂອງມູນຄ່າໂຄງການທັງໝົດແມ່ນບໍລິຈາກໂດຍປະຊາຊົນຍີ່ປຸ່ນ ແລະ ມູນຄ່າກໍ່ສ້າງທີ່ເຫຼືອ 50% ແມ່ນບໍລິຈາກໂດຍ ປະຊາຊົນລາວ.
ໂຄງການນີ້ໄດ້ຈັດຕັ້ງປະຕິບັດເພື່ອເປັນສ່ວນໜຶ່ງຂອງກິດຈະກຳລະນຶກວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງລາວ-ຍີ່ປຸ່ນ ຄົບຮອບ 70 ປີ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງໂຄງການນີ້ໃນເດືອນ ເມສາ 2025 ແລະ ໄດ້ສຳເລັດລົງໃນທ້າຍເດືອນ ພະຈິກ 2025. ຂພສປຍ ໄດ້ປະສານງານ ສະໜັບສະໜູນໂຄງການນີ້ ກັບແຂວງຈຳປາສັກ ແລະ ສະຖານກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳເມືອງນາໂກຢາ ນັບຕັ້ງແຕ່ເລີ່ມຕົ້ນຈົນສໍາເລັດ.
ຊື່ຂອງຫໍນີ້ມີຊື່ວ່າ “ ຫໍສຽນພຣະ ລາວ-ຍີ່ປຸ່ນ ຫຼື Lao-Nichi An” ເພື່ອເປັນສັນຍາລັກແຫ່ງມິດຕະພາບທີ່ຍືນຍົງລະຫວ່າງ ລາວ-ຍີ່ປຸ່ນ ແລະ ຍັງຈະສືບຕໍ່ເສີມຂະຫຍາຍຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດ ແລະ ວັດທະນະທຳໃຫ້ແກ່ຄົນລຸ້ນຕໍ່ໆໄປ.
ສຸດທ້າຍ, ຄະນະຜູ້ແທນ VIP ຈາກຝ່າຍລາວ ແລະ ຝ່າຍ ຍີ່ປຸ່ນ ໄດ້ຮ່ວມກັນຕັດແຖບຜ້າ ແລະ ຕີຄ້ອງ 09 ບາດ ເພື່ອເປີດນໍາໃຊ້ຫໍສຽນພຣະ ລາວ-ຍີ່ປຸ່ນ ຢ່າງເປັນທາງການ ເຊິ່ງເປັນສັນຍາລັກແຫ່ງມິດຕະພາບ ລະຫວ່າງ ສອງປະເທດ.