ຂໍ້ມູນການສະໝັກງານ

ພາລະກິດດ້ານທຸລະກິດກະສິກຳລາວ

ປະເທດສປປ ລາວ ເປັນປະເທດໜື່ງທີ່ບໍ່ມີຊາຍແດນຕິດກັບທະເລ ຢູ່ລຸ່ມແມ່ນໍ້າຂອງໃນພາກພື້ນອາຊີຕາເວັນອອກສຽງໃຕ້; ນັບແຕ່ຊຸມປີຜ່ານມາ, ການພັດທະນາພື້ນຖານໂຄງລ່າງດ້ານການຂົນສົ່ງທາງບົກທີ່ເຊື່ອມຕໍ່ກັບປະເທດເພື່ອນບ້ານໄດ້ຮັບການປັບປຸງ, ແລະ ສປປ ລາວໄດ້ກາຍເປັນຈຸດໝາຍໜື່ງທີ່ພວມດຶງດູດຄວາມສົນໃຈໃນການລົງທືນຕໍ່ໄປຂອງບໍລິສັດຍີ່ປຸ່ນ ທີ່ມີຖານການຜະລິດຢູ່ປະເທດໄທ ແລະ ປະເທດອື່ນໆ ເນື່ອງຈາກວ່າ ປະຊາກອນຂອງລາວສ່ວນຫຼາຍໄດ້ປະກອບອາຊີບດ້ານອຸດສາຫະກໍາກະສິກຳເປັນຕົ້ນຕໍ ເຊີ່ງກວມເອົາ 70% ຂອງປະຊາກອນທັໝົດ. ເພາະສະນັ້ນ ນັບແຕ່ປີ 2000 ເປັນຕົ້ນມາ ລັດຖະບານລາວ ໄດ້ມີການສົ່ງເສີ່ມດ້ານການປູກຝັງ ແລະ ການຄ້າຂະໜາດໃຫຍ່ໃນຂອບເຂດທົ່ວປະເທດ ເຊີ່ງລັດຖະບານລາວມີຈຸດມຸ້ງໝາຍທີ່ຈະພັດທະນາຜະລິດຕະພັນກະສິກຳ ແລະ ອຸດສາຫະກຳປຸງແຕ່ງອາຫານ ແລະ ກະສິກຳອີນຊີປອດສານພິດໃຫ້ເປັນຜະລິດຕະພັນທີ່ມີມູນຄ່າສູງ, ພ້ອມດຽວກັນນັ້ນ ເພື່ອເປັນການລຸດຜ່ອນ ປະລິມານການນໍາໃຊ້ຢາປາບສັດຕູພືດໃຫ້ນັບມື້ນັບໜ້ອຍລົງຢູ່ພາຍໃນປະເທດ ເຊີ່ງເຫັນໄດ້ວ່າ ສປປ ລາວ ກຳລັງເປັນທີ່ດຶງດູດຄວາມສົນໃຈຫຼາຍໃນດ້ານຜະລິດຕະພັນກະສິກຳ ທີ່ມີຄຸນນະພາບສູງ ຈາກຍີ່ປຸ່ນ ແລະ ປະເທດໃກ້ຄຽງ.

ໃນລະຫວ່າງກາງປີ 2019, ອົງ JETRO ຈະສົ່ງພາລະກິດດ້ານກະສິກຳມາທີ່ ສປປ ລາວ. ໃນພາລະກິດຄັ້ງນີ້, ພວກເຮົາຈະດຳເນີນການຢ້ຽມຢາມສວນກະສິກຳ, ຕະຫລາດ, ແລກປ່ຽນຄວາມຄິດເຫັນກັບຜູ້ຈັດການດ້ານກະສິກຳ, ແລະ ບັນດາບໍລິສັດເຄືອຂ່າຍກະສິກຳ ຢູ່ທີ່ນະຄອນຫຼວງວຽງຈັນ ແລະ ແຂວງ ຈຳປາສັກ, ເຊິ່ງມີພູພຽງບໍລະເວນທີ່ເປັນແຫຼ່ງຜະລິດກະສິກຳລະດັບແຖວໜ້າທີ່ສໍາຄັນຂອງປະເທດລາວ.

ມີຄວາມເປັນໄປໄດ້ທີອາດຈະສາມາດເກັບກຳຂໍ້ມູນລ້າສຸດເພື່ອນຳໃຊ້ເປັນເອກະສານອ້າງອີງໃນການພັດທະນາທຸລະກິດກະສິກຳເຊັ່ນວ່າ: ການທົດລອງປູກພຶດ ແລະ ການຈັດຊື້ຜະລິດຕະພັນກະສິກຳໃນ ສປປ ລາວ.

ຖ້າຫາກວ່າ ທ່ານກໍາລັງມີຄວາມສົນໃຈກ່ຽວກັບທຸລະກິດກະສິກຳໃນລາວ, ກະລຸນາໃຊ້ໂອກາດນີ້ເພື່ອທໍາຄວາມເຂົ້າໃຈ ແລະ ຮຽນຮູ້ປະສົບການຕ່າງໆ ໃນການເຮັດກະສິກຳໃນ ສປປ ລາວ.

ລາຍລະອຽດເພີ່ມເຕີມ, ກະລຸນາເຂົ້າໄປເບີ່ງໄດ້ທີ່ເວັບໄຊຂ້າງລຸ່ມນີ້.

https://www.jetro.go.jp/events/bde/b81daf9a2aea5a80.html