ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ພະນະ ທ່ານ ເອກອັກຄະລັດຖະທູດ ຊູເດສ ມາເນຍ ຢ້ຽມຢາມ ຂພສປຍ

ພະນະ ທ່ານ ເອກອັກຄະລັດຖະທູດ ຊູເດສ ມາເນຍ ຢ້ຽມຢາມ ຂພສປຍ

ໃນວັນທີ 12 ພຶດສະພາ 2025, ບໍລິສັດພັດທະນາ ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ຈຳກັດ (ຂພສປຍ) ໄດ້ຮັບກຽດຕ້ອນຮັບ ພະນະ ທ່ານ ຊູເດສ ມາເນຍ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນການຢ້ຽມຢາມຢ່າງເປັນທາງການທີ່ ຂພສປຍ.
ໃນການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນດັ່ງກ່າວໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ Toshihiro Mochizuki ຜູ້ອໍານວຍການໃຫຍ່ຮ່ວມ ພ້ອມດ້ວຍພະນັກງານຂອງບໍລິສັດ. ຫຼັງຈາກນັ້ນ, ໄດ້ນໍາພາຄະນະຜູ້ແທນດັ່ງກ່າວເຂົ້າໄປຢ້ຽມຊົມບາງໂຮງງານອຸດສາຫະກໍາຍີ່ປຸ່ນຄື:ໂຮງງານອໍເຈແປນ ແລະ ໂຮງງານຊຶເກະ ຢູ່ໃນ ຂພສປຍ ແລະ ໄດ້ອະທິບາຍກ່ຽວກັບບັນດາສິນຄ້າຜະລິດຕະພັນຂອງບໍລິສັດຍີ່ປຸ່ນ, ຂະບວນການຜະລິດ, ແລະ ການນຳເຂົ້າ/ສົ່ງອອກ.
ຂພສປຍ ຂໍສະແດງຄວາມຂອບໃຈຢ່າງຍິ່ງ ຕໍ່ການມາຢ້ຽມຢາມຂອງພະນະທ່ານທູດ ແລະ ຄະນະໃນຄັ້ງນີ້.