ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ພະນະ ທ່ານ ທອງລຸນ, ນາຍົກລັດຖະມົນຕີ ແຫ່ງສປປ ລາວ ຢ້ຽມຢາມເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ

ພະນະ ທ່ານ ທອງລຸນ, ນາຍົກລັດຖະມົນຕີ ແຫ່ງສປປ ລາວ ຢ້ຽມຢາມເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ

ວັນເສົາ, ວັນທີ 24 ຕຸລາ 2020, ພະນະ ທ່ານ ທອງລຸນ ສີສຸລິດ ໄດ້ເຂົ້າມາຢ້ຽມຢາມ “ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ (ນິຄົມອຸດສາຫະກໍາ) “.

ປະຈຸບັນມີ 14 ບໍລິສັດຍີ່ປຸ່ນ ທີ່ພວມດຳເນີນທຸລະກິດຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ, ມີແຮງງານລາວທັງໝົດ 900 ຄົນ ແລະ ວິຊາການຕ່າງປະເທດ 17 ຄົນ, ແລະ ແຕ່ລະບໍລິສັດສ່ວນໃຫຍ່ ແມ່ນຜະລິດ ແລະ ສົ່ງອອກຜະລິດຕະພັນອຸດສາຫະກຳ ແລະຜະລິດຕະພັນແຜ່ນແຜຢູ່ໃນເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ.

ໃນໄລຍະການລະບາດຂອງພະຍາດ COVID-19 ຕັ້ງແຕ່ເດືອນກຸມພາປີນີ້, ແຕ່ລະບໍລິສັດຍີ່ປຸ່ນ ແມ່ນໄດ້ຮ່ວມມືກັບລັດຖະບານລາວ ເພື່ອປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ແລະ ບັນດາມາດຕະການປ້ອງກັນອຶ່ນໆ ແລະ ສາມາດສືບຕໍ່ດຳເນີນງານເປັນປົກກະຕິ.