ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ພະນະທ່ານ ໂຄອິຊຶມິ ຊຶໂຕະມຶ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ ໄດ້ເຂົ້າມາຢ້ຽມຢາມ ຂພສປຍ

ພະນະທ່ານ ໂຄອິຊຶມິ ຊຶໂຕະມຶ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ ໄດ້ເຂົ້າມາຢ້ຽມຢາມ ຂພສປຍ

ໃນວັນທີ 23 ມີນາ 2026, ພະນະທ່ານ ໂຄອິຊຶມິ ຊຶໂຕະມຶ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ ພ້ອມດ້ວຍທີມງານ ຈາກສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ໄດ້ເຂົ້າມາຢ້ຽມຢາມເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ເພື່ອສັງເກດເບິ່ງສະພາບແວດລ້ອມໃນການລົງທຶນ ແລະ ດໍາເນີນທຸລະກິດຂອງບໍລິສັດຍີ່ປຸ່ນ ຢູ່ໃນ ຂພສປຍ.
ທ່ານ ເອກອັກຄະລັດຖະທູດ ໂຄອິຊຶມິ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ໂມຈິຊຶກິ ຜູ້ອຳນວຍການໃຫຍ່ຂອງ ຂພສປຍ ທີ່ຫ້ອງການບໍລິຫານຂອງ ຂພສປຍ ແລະ ທ່ານ ເອກອັກຄະລັດຖະທູດ ໂຄອິຊຶມິ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບ ການພັດທະນາ ແລະ ການລົງທຶນຂອງ ຂພສປຍ ໃນປະຈຸບັນ ລວມທັງໂອກາດຄວາມເປັນໄປໄດ້ຂອງການສ້າງເປັນເຂດນິຄົມອຸດສາຫະກຳທີ່ບໍ່ມີການປ່ອຍມົນລະພິດ ໃນອະນາຄົດ.
ຫຼັງຈາກໄດ້ຮັບຟັງການລາຍງານຂອງ ຂພສປຍ ແລ້ວ, ທ່ານ ເອກອັກຄະລັດຖະທູດ ໂຄອິຊຶມິ ແລະ ທີມງານໄດ້ເຂົ້າໄປຢ້ຽມຊົມໂຮງງານທົດລອງຂອງບໍລິສັດ ລາວ ກຣີນ ໄຮໂດຣເຈນ ຈໍາກັດ ເຊິ່ງເປັນໂຮງງານຜະລິດກາເຟຂົ້ວດ້ວຍໄຮໂດຣເຈນ. ທ່ານເອກອັກຄະລັດຖະທູດ ໂຄອິຊຶມິ ໄດ້ໄປສັງເກດເບິ່ງຂະບວນການຜະລິດ ແລະ ຮຽນຮູ້ກ່ຽວກັບການມີສ່ວນຮ່ວມຂອງບໍລິສັດຕໍ່ການລິເລີ່ມໂຄງການດ້ານພະລັງງານສະອາດ ແລະ ການພັດທະນາອຸດສາຫະກຳທ້ອງຖິ່ນ. ຫຼັງຈາກນັ້ນ, ທ່ານ ເອກອັກຄະລັດຖະທູດ ໂຄອິຊຶມິ ກໍ່ໄດ້ເຂົ້າໄປຢ້ຽມຊົມໂຮງງານຂອງບໍລິສັດ ຊຶເກະ ລາວ ຈຳກັດ ແລະ ບໍລິສັດ ໄອເອສວີ ຈຳກັດຜູ້ດຽວ, ເຊິ່ງເປັນບໍລິສັດທີ່ຜະລິດສິນຄ້າກ່ຽວກັບຜະລິດຕະພັນຢາສູບ ແລະ ສິນຄ້າທີ່ກ່ຽວຂ້ອງກັບຢາສູບ ໃນ ຂພສປຍ.
ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ທ່ານ ເອກອັກຄະລັດຖະທູດ ໂຄອິຊຶມິ ໄດ້ຮັບຟັງການອະທິບາຍຢ່າງລະອຽດກ່ຽວກັບການດຳເນີນທຸລະກິດຂອງແຕ່ລະບໍລິສັດຍີ່ປຸ່ນໃນ ຂພສປຍ, ທ່າແຮງໃນອະນາຄົດຂອງ ຂພສປຍ ໃນຖານະທີ່ຈະຫັນເປັນເຂດນິຄົມອຸດສາຫະກຳທີ່ບໍ່ມີການປ່ອຍມົນລະພິດ ແລະ ກອບການຮ່ວມມືຂອງລັດຖະບານລາວ.
ໃນຕອນທ້າຍ, ທ່ານ ເອກອັກຄະລັດຖະທູດ ໂຄອິຊຶມິ ໄດ້ໃຫ້ຄຳໝັ້ນສັນຍາວ່າ ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ຈະສືບຕໍ່ສະໜັບສະໜູນການດຳເນີນທຸລະກິດຂອງບັນດາບໍລິສັດຍີ່ປຸ່ນໃນ ຂພສປຍ ຕໍ່ໄປໃນອະນາຄົດ.