ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ບໍລິສັດ TSUGE LAO CO., LTD. ໄດ້ຮັບໃບອະນຸຍາດລົງທຶນຢູ່ໃນ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ

ບໍລິສັດ TSUGE LAO CO., LTD. ໄດ້ຮັບໃບອະນຸຍາດລົງທຶນຢູ່ໃນ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ

ບໍລິສັດ Tsuge Pipe Co., Ltd. (ອາສາກຶສາ, ໂຕກຽວ – ຜູ້ຜະລິດ, ຈໍາໜ່າຍ ແລະ ນຳເຂົ້າສິນຄ້າສູບຢາເຊັ່ນ: ທໍ່, ເສັ້ນຢາສູບ, ອຸປະກອນສູບຢາ, ກອກຢາສູບ ແລະ ອຸປະກອນເສີມອື່ນໆ) ໄດ້ຕັດສິນໃຈລົງທຶນຢູ່ໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາສະເພາະ ປາກເຊ – ຍີ່ປຸ່ນ.

ວັນທີ 21 ຕຸລາ 2019, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຈຳປາສັກ ໄດ້ມອບໃບອະນຸຍາດລົງທຶນແລະ ໃບທະບຽນບໍລິສັດໃຫ້ແກ່ ບໍລິສັດ Tsuge Lao Co., Ltd.

ບໍລິສັດຈະເລີ່ມດໍາເນີນການຜະລິດຢູ່ໃນໂຮງງານໃຫ້ເຊົ່າຫຼັງທີ່ 2.