ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ບໍລິສັດ LGH ໄດ້ເລີ່ມກໍ່ສ້າງໂຮງງານຂົ້ວກາເຟດ້ວຍໄຮໂດຣເຈນໃນ ຂພສປຍ

ບໍລິສັດ LGH ໄດ້ເລີ່ມກໍ່ສ້າງໂຮງງານຂົ້ວກາເຟດ້ວຍໄຮໂດຣເຈນໃນ ຂພສປຍ

ໃນວັນທີ 28 ພະຈິກ 2025, ບໍລິສັດ ລາວ ໄຮໂດຣເຈັນ ສະອາດ ຈຳກັດ (LGH) ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງໂຮງງານຂົ້ວກາເຟດ້ວຍໄຮໂດຣເຈນຂຶ້ນຢ່າງເປັນທາງການ ໃນເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ (ຂພສປຍ), ບ້ານ ຫຼັກ19, ເມືອງປະທຸມພອນ, ແຂວງຈຳປາສັກ. ການກໍ່ສ້າງໂຮງງານຂົ້ວກາເຟດ້ວຍໄຮໂດຣເຈນຂອງ LGH ຄາດວ່າຈະສຳເລັດພາຍໃນ 1.5 ປີ ນັບແຕ່ເດືອນທັນວາ 2025 ຫາເດືອນເມສາ 2027.
ໃນພິທີດັ່ງກ່າວມີຜູ້ຕ່າງໜ້າຈາກຄະນະກຳມະການຄຸ້ມຄອງເຂດເສດຖະກິດພິເສດແຂວງຈຳປາສັກ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກວັດທະນະທຳ ແລະ ທ່ອງທ່ຽວ, ຄະນະກຳມະການບໍລິຫານເມືອງປະທຸມພອນ, ແລະ ບ້ານ ຫຼັກ19, ພ້ອມທັງຜູ້ຕ່າງໜ້າຈາກ LGH, ຜູ້ຮັບເໝົາ EPC ແລະ ບໍລິສັດຍີ່ປຸ່ນຈຳນວນໜຶ່ງໃນ ຂພສປຍ ແລະ ບໍລິສັດທ້ອງຖິ່ນອື່ນໆທີ່ກ່ຽວຂ້ອງກັບໂຄງການນີ້ ເຂົ້າຮ່ວມງານ.
ໃນການກ່າວເປີດງານຂອງທ່ານ Ryutaro Nishio, ປະທານບໍລິສັດ LGH ໃນລະຫວ່າງພິທີເປີດ ໄດ້ເນັ້ນຢ້ຳເຖິງຄວາມມຸ່ງໝັ້ນຂອງບໍລິສັດໃນການສົ່ງເສີມນະວັດຕະກຳສີຂຽວ ແລະ ການພັດທະນາອຸດສາຫະກຳທີ່ເປັນມິດຕໍ່ກັບສິ່ງແວດລ້ອມ. ບໍລິສັດມີເປົ້າໝາຍທີ່ຈະນຳສະເໜີຮູບແບບໃໝ່ຂອງການຜະລິດພະລັງງານສະອາດ ໂດຍການນຳໃຊ້ເຕັກໂນໂລຊີໄຮໂດຣເຈັນສີຂຽວ ເພື່ອຂົ້ວເມັດກາເຟທີ່ມີຄຸນນະພາບສູງ, ເຊິ່ງຖືເປັນບາດກ້າວທີ່ສຳຄັນໄປສູ່ການປະຕິບັດອຸດສາຫະກຳທີ່ເປັນມິດຕໍ່ກັບສິ່ງແວດລ້ອມໃນ ຂພສປຍ.
ພາຍຫຼັງຈາກພິທີຕັດໂບ, ແຂກທີ່ເຂົ້າຮ່ວມທັງໝົດໄດ້ໄປຢ້ຽມຊົມໂຮງງານຕົ້ນແບບຂົ້ວກາເຟດ້ວຍໄຮໂດຣເຈັນທີ່ໂຮງງານໃຫ້ເຊົ່າໃນ ຂພສປຍ ເຊິ່ງໄດ້ກໍ່ສ້າງສຳເລັດໃນເດືອນທີ່ຜ່ານມາ, ແລະ ພ້ອມທັງສັງເກດເບິ່ງຂະບວນການຜະລິດ ແລະ ຮ່ວມຊີມລົດຊາດຂອງກາເຟທີ່ຂົ້ວດ້ວຍພະລັງງານໄຮໂດຣເຈັນ.
ພິທີດັ່ງກ່າວໄດ້ຈົບລົງດ້ວຍຜົນສຳເລັດ, ສະແດງໃຫ້ເຫັນເຖິງການຮ່ວມມືທີ່ເຂັ້ມແຂງລະຫວ່າງ ບໍລິສັດ LGH, ອຳນາດການປົກຄອງແຂວງ, ອຳນາດການປົກຄອງທ້ອງຖິ່ນ, ຜູ້ຮັບເໝົາ, ຂພສປຍ ແລະ ຜູ້ເຂົ້າຮ່ວມທຸກຝ່າຍ. ໂຄງການດັ່ງກ່າວຄາດວ່າຈະຊ່ວຍເພີ່ມການສົ່ງອອກ ໂດຍການເພີ່ມມູນຄ່າໃຫ້ກັບກາເຟລາວໂດຍຜ່ານຂະບວນການຂົ້ວດ້ວຍໄຮໂດຣເຈັນ, ສົ່ງເສີມການນຳໃຊ້ເຕັກໂນໂລຊີພະລັງງານສີຂຽວຢ່າງກວ້າງຂວາງໃນພາກພື້ນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແບບຍືນຍົງຂອງລາວ.