ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ທ່ານ Takase, ປະທານ ບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈໍາກັດ ທີ່ເປັນໜຶ່ງໃນຜູ້ລົງທືນຂອງເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ໄດ້ເຂົ້າພົບທ່ານ ສົມສະໜິດ, ຮອງເຈົ້າແຂວງ ແຂວງ ຈໍາປາສັກ

ທ່ານ Takase, ປະທານ ບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈໍາກັດ ທີ່ເປັນໜຶ່ງໃນຜູ້ລົງທືນຂອງເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ໄດ້ເຂົ້າພົບທ່ານ ສົມສະໜິດ, ຮອງເຈົ້າແຂວງ ແຂວງ ຈໍາປາສັກ

ໃນວັນທີ 10 ຕຸລາ 2019, ໃນນາມຜູ້ຖືຫຸ້ນຂອງບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດ, ທ່ານ ຄໍາພົນ ນວນແສງສີ ປະທານຄະນະກໍາມະການຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຈໍາປາສັກ, ທ່ານ ວັນນະດາ ພົມມະສະຖິດ ປະທານ ບໍລິສັດ ສະຫວັນທີວີເອັສ ຄອນຊາວຕັນ ຈໍາກັດ, ທ່ານ Nobutoshi Takase, ປະທານ ບໍລິສັດ ນິຊິມັດຊຶ ກໍ່ສ້າງ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ໄດ້ເຂົ້າພົບ ທ່ານ ສົມສະໜິດ ບຸດຕິວົງ, ຮອງເຈົ້າແຂວງ ແຂວງ ຈໍາປາສັກ. ໃນລະຫວ່າງການປະຊຸມເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ຈໍາກັດ (PJSEZ) ໄດ້ລາຍງານສະພາບການພັດທະນາໃນປະຈຸບັນໃຫ້ທ່ານ ຮອງເຈົ້າແຂວງ ເພື່ອຮັບຊາບ.

ທ່ານ ຮອງເຈົ້າແຂວງໄດ້ສະແດງຄວາມຂອບໃຈຕໍ່ທີມງານຂອງພວກເຮົາກ່ຽວກັບການລາຍງານດັ່ງກ່າວ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ສົ່ງເສີມການລົງທືນຂອງບັນດາບໍລິສັດຍີ່ປຸ່ນ ຢູ່ໃນເຂດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນໃຫ້ສຸດຄວາມສາມາດໃນຕໍ່ໜ້າ.