ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ຂພສປຍ ມອບເງິນ 50,000,000 ກີບ ສະໜັບສະໜູນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຈຳປາສັກ ຄັ້ງທີ 9 ທີ່ຈະຈັດຂື້ນພາຍໃນເດືອນ ກັນຍາ 2025

ຂພສປຍ ມອບເງິນ 50,000,000 ກີບ ສະໜັບສະໜູນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຈຳປາສັກ ຄັ້ງທີ 9 ທີ່ຈະຈັດຂື້ນພາຍໃນເດືອນ ກັນຍາ 2025

ໃນວັນທີ 12 ກັນຍາ 2025, ເຂດເສດຖະກິດພິເສດ ປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ) ໄດ້ມອບເງິນຈໍານວນ 50,000,000 ກີບ ໃຫ້ແຂວງຈໍາປາສັກ ເພື່ອສະໜັບສະໜູນການກະກຽມຈັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຈໍາປາສັກ ຄັ້ງທີ 9 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ກັນຍາ 2025.
ໃນລະຫວ່າງພິທີມອບຮັບເງິນປະກອບສ່ວນຊຸກຍູ້ກອງປະຊຸມ, ທ່ານ Mochizuki ຜູ້ອໍານວຍການໃຫຍ່ຂອງ ຂພສປຍ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການດໍາເນີນທຸລະກິດປະຈຸບັນໃນ ຂພສປຍ ແລະ ໄດ້ສັງລວມແຜນການໃນອະນາຄົດ ເພື່ອດຶງດູດເອົາການລົງທຶນທັງພາຍໃນ ແລະ ຕ່າງປະເທດເພີ່ມຕື່ມ.
ທ່ານ ປອ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການສະໜັບສະໜຸນ ແລະ ປະກອບສ່ວນຂອງ ຂພສປຍ ແລະ ໄດ້ກ່າວຕື່ມອີກວ່າ ທາງລັດຖະບານຂັ້ນແຂວງ ແມ່ນກຳລັງເຮັດວຽກໃນການພັດທະນາກົນໄກການລົງທຶນໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ ພ້ອມທັງປັບປຸງສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການລົງທຶນຈາກຕ່າງປະເທດໃຫ້ຫຼາຍຂຶ້ນ.
ການປະກອບສ່ວນດັ່ງກ່າວນີ້ ແມ່ນເປັນການສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງ ຂພສປຍ ໃນການສະໜັບສະໜຸນການພັດທະນາຂອງແຂວງຈໍາປາສັກ ແລະ ສົ່ງເສີມຄວາມຮ່ວມມືທີ່ແໜ້ນແຟ້ນຍິ່ງຂຶ້ນກັບອຳນາດການປົກຄອງທ້ອງຖິ່ນ ແລະ ລັດຖະບານລາວ.
ໃນຕອນທ້າຍ, ທ່ານເຈົ້າແຂວງໄດ້ໃຫ້ຄຳໝັ້ນສັນຍາວ່າ ທາງແຂວງຈຳປາສັກ ແລະ ລັດຖະບານຂັ້ນສູນກາງຂອງ ສປປ ລາວ ແມ່ນຈະສືບຕໍ່ໃຫ້ການສະໜັບສະໜູນການພັດທະນາ ແລະ ການດຳເນີນກິດຈະການຂອງ ຂພສປຍ ໃນອະນາຄົດ ໂດຍຈະປັບປຸງລະບົບການບໍລິການ ການລົງທຶນປະຕູດຽວ ຂອງແຂວງຈຳປາສັກໃຫ້ທັນສະໄໝຂື້ນ ໂດຍໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງນັກລົງທຶນຕ່າງປະເທດເທື່ອລະກ້າວ.