ຂໍ້ມູນການສະໝັກງານ
  • HOME
  • BLOG
  • 未分類
  • ການລົງເຄື່ອນໄຫວກວດກາດ້ານສຸຂະນາໄມ ແລະ ສຸຂະພາບແຮງງານຂອງບັນດາໂຮງງານຢູ່ໃນ ຂພສປຍ

ການລົງເຄື່ອນໄຫວກວດກາດ້ານສຸຂະນາໄມ ແລະ ສຸຂະພາບແຮງງານຂອງບັນດາໂຮງງານຢູ່ໃນ ຂພສປຍ

ໃນຄັ້ງວັນທີ 05 ກັນຍາ 2025, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຈຳປາສັກ (ຄຂສພ) ຮ່ວມກັບພະແນກສາທາລະນະສຸກແຂວງ ແລະ ໂຮງໝໍແຂວງ ແຂວງຈຳປາສັກ ໄດ້ເຂົ້າມາເຄື່ອນໄຫວກວດກາວຽກງານດ້ານສຸຂະນາໄມ ແລະ ສຸຂະພາບແຮງງານຂອງບັນດາໂຮງງານທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດປາກເຊ-ຍີ່ປຸ່ນ ເອັສເອັມອີ (ຂພສປຍ).
ກ່ອນການລົງກວດກາແຕ່ລະໂຮງງານ, ໄດ້ມີການຈັດສໍາມະນາທີ່ຫ້ອງປະຊຸມຂອງ ຂພສປຍ. ໃນການສໍາມະນາຄັ້ງນີ້, ຜູ້ເຂົ້າຮ່ວມຈາກແຕ່ລະໂຮງງານໄດ້ຮຽນຮູ້ກ່ຽວກັບພະຍາດຕ່າງໆທີ່ມັກເກີດຂຶ້ນໃນຊ່ວງລະດູຝົນ, ໂດຍສະເພາະ ແມ່ນໄຂ້ມາລາເຣຍ, ໄຂ້ເລືອດອອກ ເຊິ່ງແຜ່ກະຈາຍເຊື້ອໂດຍຍຸງ. ນອກຈາກນີ້, ທາງພະແນກສາທາລະນະສຸກ ຍັງໄດ້ໃຫ້ຄໍາແນະນໍາກ່ຽວກັບການປ້ອງກັນ ແລະ ມາດຕະການໃນການຄວບຄຸມ ລວມທັງການອະທິບາຍໂດຍລວມກ່ຽວກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບແຮງງານ, ສຸຂະນາໄມ ແລະ ສຸຂະພາບ.
ແນວຄວາມຄິດລິເລີ່ມດັ່ງກ່າວນີ້ ແມ່ນມີຈຸດປະສົງເພື່ອຮັບປະກັນຄວາມປອດໄພ ແລະ ສຸຂະພາບຂອງແຮງງານທັງພາຍໃນ ແລະ ຕ່າງປະເທດ ລວມທັງການປ້ອງກັນການລະບາດຂອງພະຍາດທີ່ອາດຈະເກີດຂຶ້ນ, ໂດຍສະເພາະໃນຊ່ວງລະດູຝົນ ເຊິ່ງໄດ້ມີການຕິດຕາມ ແລະ ເຝົ້າລະວັງຢູ່ສະໝ່ຳສະເໝີ ເພື່ອຮັກສາສະພາບແວດລ້ອມໃນການເຮັດວຽກທີ່ປອດໄພ ແລະ ຖືກຫຼັກສຸຂະນາໄມ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຂອງ ສປປ ລາວ.
ຄຂສພ ໄດ້ມີການຊຸກຍູ້ໃຫ້ທຸກບໍລິສັດ ແລະ ໂຮງງານ ໃຫ້ຄວາມຮ່ວມມືຢ່າງເຕັມທີ່ ແລະ ມີສ່ວນຮ່ວມຢ່າງຫ້າວຫັນໃນການຮັກສາສຸຂະນາໄມໃນສະຖານທີ່ເຮັດວຽກ ແລະ ການຈັດຕັ້ງປະຕິບັດມາດຕະການດ້ານສຸຂະພາບທີ່ຈຳເປັນຕ່າງໆ. ການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງແມ່ນຈະຊ່ວຍຮັບປະກັນສຸຂະພາບຂອງແຮງງານ ແລະ ສະໜັບສະໜູນໃຫ້ການດຳເນີນງານຢ່າງລ່ຽນໄຫຼດີ ໃນຊ່ວງລະດູຝົນ ແລະ ໄລຍະຕໍ່ໄປ.
ຕໍ່ມາ ຄຂພສ ແລະ ທີມງານ ໄດ້ລົງຢ້ຽມຢາມ ແຕ່ລະໂຮງງານ ເພື່ອຕິດຕາມກວດກາເບິ່ງສະພາບຂອງສຸຂະນາໄມຕົວຈິງຢ່າງໃກ້ຊິດ, ລວມທັງການວາງຕູ້ນໍ້າດື່ມໄວ້ໃຫ້ຖືກຕ້ອງຕາມຫຼັກສຸຂະນາໄມ, ການບຳລຸງຮັກສາອຸປະກອນໃຫ້ຖືກຕ້ອງ ແລະ ການແຍກຫ້ອງນ້ຳລະຫວ່າງ ຊາຍ ແລະ ຍິງ. ທີມງານຍັງໄດ້ຊຸກຍູ້ໃຫ້ພະນັກງານໃນແຕ່ລະໂຮງງານຈັດກິດຈະກໍາອອກກຳລັງກາຍຍືດເສັ້ນສາຍໃນຊ່ວງພັກຜ່ອນສັ້ນໆ ເພື່ອເຮັດໃຫ້ຮ່າງກາຍມີຄວາມຕື່ນຕົວ ແລະ ມີສຸຂະພາບທີ່ດີ.