ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ການຝຶກອົບຮົມກ່ຽວກັບວິສະວະກອນໄຟຟ້າໃຫ້ບໍລິສັດຜູ້ເຊົ່າໂຮງງານຢູ່ທີ່ປະເທດໄທ

ການຝຶກອົບຮົມກ່ຽວກັບວິສະວະກອນໄຟຟ້າໃຫ້ບໍລິສັດຜູ້ເຊົ່າໂຮງງານຢູ່ທີ່ປະເທດໄທ

ໃນລະຫວ່າງວັນທີ 7 ເຖິງ 11 ຕຸລາ 2019, ບໍລິສັດ ພັດທະນາເຂດເສດຖະກິດສະເພາະ ປາກເຊ-ຍີ່ປຸ່ນ ຈໍາກັດໄດ້ຈັດສໍາມະນາກ່ຽວກັບການສ້ອມແປງບໍາລຸງຮັກສາ ແລະ ລະບົບໄຟຟ້າໂຮງງານໃຫ້ແກ່ບັນດາບໍລິສັດຍີ່ປຸ່ນທີ່ລົງທືນໃນເຂດເສດຖະກິດພິເສດນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ຢູ່ທີ່ສະຖາບັນໄທ-ເຢຍລະມັນ,ບາງກອກ,ປະເທດໄທ ພາຍໃຕ້ການການສະໜັບສະໜູນທືນໂດຍສະມາຄົມເພື່ອການຮ່ວມມືດ້ານວິຊາການຕ່າງປະເທດ ແລະ ການຮ່ວມມືແບບຍືນຍົງ (AOTS), ທິປຶກສາຄະນະມົນຕີເສດຖະກິດອາຊຽນ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ – ດ້ານເສດຖະກິດ ແລະໂຄງການຄະນະກໍາມະການຮ່ວມມືອຸດສາຫະກໍາ(AMEICC),ເຊິ່ງມີນັກວິຊາການຄົນລາວເຂົ້າຮ່ວມທັງໝົດ 9 ທ່ານທີ່ມາຈາກ 4 ບໍລິສັດຜູ້ເຊົ່າຢູ່ໃນເຂດ.

ການຝຶກອົບຮົມຄັ້ງນີ້ບັນດານັກວິຊາການໄດ້ຮຽນຮູ້ການປະກອບວົງຈອນໄຟຟ້າຂະໜາດນ້ອຍ ແລະ ລະບົບການເຮັດວຽກຂອງເຊັນເຊີເຊັ່ນວ່າເຄື່ອງຄວບຄຸມໂປແກຼມ(PLC) ທີ່ໃຊ້ສໍາລັບຄວບຄຸມສາຍປະກອບຂອງໂຮງງານຜະລິດເຄື່ອງຈັກອັດຕະໂນມັດ. ນອກຈາກນີ້ພວກເຂົາຍັງໄດ້ຮຽນຮູ້ທັກສະໃໝ່ໆຫຼາຍຢ່າງທີ່ມີຄວາມສຳຄັນໃນການປະຕິບັດງານຕົວຈິງຢູ່ພາຍໃນບໍລິສັດຂອງພວກເຂົາແລະ ນຳໃຊ້ຄວາມຮູ້ທີ່ໄດ້ຮຽນມານັ້ນເພື່ອປະກອບສ່ວນເຂົ້າໃນການພັດທະນາບໍລິສັດຜູ້ເຊົ່າໃຫ້ໄດ້ຮັບຜົນສຳເລັດຍິ່ງຂື້ນ.