ຂໍ້ມູນການສະໝັກງານ
  • HOME
  • BLOG
  • ニュース
  • ການຈັດພິທີສ້າງຕັ້ງບໍລິສັດ ພັດທະນາ ແລະ ບໍລິຫານ ຄຸ້ມຄອງ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

ການຈັດພິທີສ້າງຕັ້ງບໍລິສັດ ພັດທະນາ ແລະ ບໍລິຫານ ຄຸ້ມຄອງ ຂພສ ນິຄົມອຸດສາຫະກໍາສະເພາະ ປາກເຊ-ຍີ່ປຸ່ນ.

ວັນທີ 12 ທັນວາ 2015, ຄະນະກໍາມະການຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຈໍາປາສັກ, ກຸ່ມບໍລິສັດ Xaysana, ບໍລິສັດ Savan TVS Consultant Co., Ltd. ແລະ ບໍລິສັດ Nishimatsu Construction Co., Ltd. ໄດ້ຮ່ວມກັນສ້າງຕັ້ງບໍລິສັດ ພັດທະນາ ແລະ ບໍລິຫານຄຸ້ມຄອງ ເຂດເສດຖະກິດພິເສດ ນິຄົມອຸດສາຫະກໍາຂະໜາດນ້ອຍຫາກາງ ປາກເຊ-ຍີ່ປຸ່ນ ທີ່ໄດ້ຮັບຮອງໂດຍອໍານາດການປົກຄອງແຂວງ ແຂວງ ຈໍາປາສັກ ທາງພາກໃຕ້ຂອງສປປ ລາວ.

ພາຍໃຕ້ການເຂົ້າຮ່ວມຂອງ ທ່ານ ນາງ ບົວທາ ຄັດຕິຢາ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ປອ. ບຸນຖົງ ດີວີໄຊ, ເຈົ້າແຂວງ ແຂວງ ຈໍາປາສັກ, ທ່ານ ເຂັນທອງ ນວນທະສິງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ແລະ ບັນດາອໍານາດການປົກຄອງ ແຂວງ ຈໍາປາສັກ ເພື່ອເປັນສັກຄີພີຍັນ.